ສປປ ລາວ ກຽມສະເໜີຂຶ້ນທະບຽນລຳວົງລາວ ເປັນມໍລະດົກໂລກ

- 89522 - ສປປ ລາວ ກຽມສະເໜີຂຶ້ນທະບຽນລຳວົງລາວ ເປັນມໍລະດົກໂລກ
- kitchen vibe - ສປປ ລາວ ກຽມສະເໜີຂຶ້ນທະບຽນລຳວົງລາວ ເປັນມໍລະດົກໂລກ

ກອງປະຊຸມລະດົມແນວ ຄວາມຄິດ ກ່ຽວກັບວຽກງານ ມໍລະດົກວັດທະນະທຳຂອງ ມວນມະນຸດ(ໂລກ),ໄດ້ຈັດຂຶ້ນ ໃນວັນທີ 9 ມີນານີ້ ທີ່ນະຄອນ ຫລວງວຽງຈັນໂດຍການເປັນ ປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ມີບັນ ດາຫົວໜ້າກົມ, ຮອງກົມ, ພ້ອມ ດ້ວຍພາກສ່ວນກ່ຽວຂ້ອງ ຕ່າງໆເຂົ້າຮ່ວມນຳດ້ວຍ, ເພື່ອ ຈະໄດ້ພ້ອມກັນຄົ້ນຄວ້າ ແລະ ກອບຄຳຄິດຄຳເຫັນໃສ່ບົດ ຟ້ອນ ລຳວົງລາວ ທີ່ຈະນຳສະເໜີ ຂຶ້ນທະບຽນກັບອົງການ ຢູເນັສ ໂກ (UNESCO) ໃຫ້ເປັນ ມໍລະດົກໂລກ.

 

- Visit Laos Visit SALANA BOUTIQUE HOTEL - ສປປ ລາວ ກຽມສະເໜີຂຶ້ນທະບຽນລຳວົງລາວ ເປັນມໍລະດົກໂລກ
- FSCN4009 - ສປປ ລາວ ກຽມສະເໜີຂຶ້ນທະບຽນລຳວົງລາວ ເປັນມໍລະດົກໂລກ
(ພາບປະກອບ)

 

+ ທ່ຽວບຸນວັດພູມໍລະດົກໂລກທີ່ແຂວງຈຳປາສັກ

+ ນຳສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍລະດົກໂລກຮ່ວມກັບອຸທິຍານແຫ່ງຊາດ ຟອງຍາແກບ່າງ ສສ ຫວຽດນາມ

ອີງຕາມຂໍ້ຕົກລົງ ຂອງ ລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ວ່າດ້ວຍການແຕ່ງ ຕັ້ງຄະນະຮັບຜິດຊອບຮຽບ ຮຽງແບບຟອມມໍລະດົກວັດ ທະນະທຳ ທີ່ບໍ່ເປັນວັດຖຸປະ ເພດສິລະປະການສະແດງລຳ ວົງລາວ ເລກທີ 141/ຖວທ ລົງວັນທີ 13/02/2018 ແລະ ໄດ້ແຕ່ງຕັ້ງຄະນະຮັບ ຜິດຊອບ ຮຽບຮຽງບົດສະເໜີລຳວົງ ລາວ ເພື່ອຂຶ້ນທະບຽນກັບ ອົງການຢູເນັສໂກ (UNE SCO) ໃນສົກປີ 2019 ໃຫ້ ເປັນມໍລະດົກວັດທະນະທຳ ຂອງມວນມະນຸດ, ເຊິ່ງການ ກຳນົດປະເພດມໍລະດົກວັດ ທະນະທຳ ເພື່ອສະເໜີຂຶ້ນທະ ບຽນດັ່ງກ່າວ, ແມ່ນອີງໃສ່ 2 ເງື່ອນໄຂຫລັກເຊັ່ນ: ການສ່ຽງ ຕໍ່ການສູນເສຍ, ສູນຫາຍ ແລະ ຜິດພ້ຽນຈາກດັ່ງເດີມໄປຕາມ ການເວລາ.

ພ້ອມນີ້, ກອງປະຊຸມຍັງ ໄດ້ລະດົມຄວາມຄິດກ່ຽວກັບ ວຽກງານມໍລະດົກ ວັດທະນະ ທຳ ເພື່ອສະເໜີຂຶ້ນທະບຽນ ເປັນມໍລະດົກຂອງມວນມະນຸດ (ໂລກ), ເຊິ່ງມີປະເພດມໍລະ ດົກ ວັດທະນະທຳ ຮີດຄອງ ປະເພນີ ຄື: ປະເພນີບຸນປີໃໝ່ ລາວ, ພິທີໃສ່ບາດ, ພິທີບາສີສູ່ ຂວັນ ແລະ ບຸນຄຸນເຂົ້າ ຫລື ບຸນ ກອງເຂົ້າເປັນຕົ້ນ./.

- 89522 - ສປປ ລາວ ກຽມສະເໜີຂຶ້ນທະບຽນລຳວົງລາວ ເປັນມໍລະດົກໂລກ
(ພາບປະກອບ)

- 3 - ສປປ ລາວ ກຽມສະເໜີຂຶ້ນທະບຽນລຳວົງລາວ ເປັນມໍລະດົກໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!