ອົງການໂກລໂບ ວິເຊິນ ສ ເກົາຫລີ ສືບຕໍ່ຊ່ວຍເຫລືອດ້ານການສຶກສາ ແຂວງວຽງຈັນ

- 693 - ອົງການໂກລໂບ ວິເຊິນ ສ ເກົາຫລີ ສືບຕໍ່ຊ່ວຍເຫລືອດ້ານການສຶກສາ ແຂວງວຽງຈັນ
- kitchen vibe - ອົງການໂກລໂບ ວິເຊິນ ສ ເກົາຫລີ ສືບຕໍ່ຊ່ວຍເຫລືອດ້ານການສຶກສາ ແຂວງວຽງຈັນ

ອົງການ ໂກລໂບ ວິເຊິນ (Global vision) ສ ເກົາຫຼີ ສືບ ຕໍ່ຊ່ວຍເຫຼືອທາງດ້ານການສຶກ ສາ ເມືອງຊະນະຄາມ ແຂວງ ວຽງຈັນ, ລວມມູນຄ່າ 3 ຕື້ກວ່າ ກີບ, ເພື່ອເປັນການປົກປ້ອງ ເດັກນ້ອຍຈາກພະຍາດ ແລະ ເພື່ອສົ່ງເສີມສຸຂະພາບທີ່ດີ ຂອງ ນັກຮຽນ. ຊຶ່ງພິທີດັ່ງກ່າວ, ໄດ້ມີຂຶ້ນ ໃນວັນທີ 6 ມີນາ ຜ່ານ ມາ, ທີ່ກະຊວງສຶກສາທິການ ແລະ ກິລາ ລະຫວ່າງ ພະແນກ ສຶກສາທິການ ແລະ ກິລາ ແຂວງ ວຽງຈັນ ແລະ ອົງການໂກລ ໂບ ວິເຊິນ ປະຈໍາລາວ.

 

- Visit Laos Visit SALANA BOUTIQUE HOTEL - ອົງການໂກລໂບ ວິເຊິນ ສ ເກົາຫລີ ສືບຕໍ່ຊ່ວຍເຫລືອດ້ານການສຶກສາ ແຂວງວຽງຈັນ

- 6321 - ອົງການໂກລໂບ ວິເຊິນ ສ ເກົາຫລີ ສືບຕໍ່ຊ່ວຍເຫລືອດ້ານການສຶກສາ ແຂວງວຽງຈັນ

+ ສ.ເກົາຫລີຊ່ວຍສ້າງໂຮງໝໍນ້ອຍທີ່ບ້ານຄຳປ່າແໜ ເມືອງຈຳພອນແຂວງສະຫວັນນະເຂດ

+ ລາວ ແລະ ສ ເກົາຫລີ ຫາລືການນຳໃຊ້ພາສາເກົາຫລີ ເຂົ້າໃນການຮຽນ-ການສອນວິຊາຊີບ

ໂຄງການດັ່ງກ່າວ, ເປັນ ໂຄງການຊ່ວຍເຫຼືອທາງດ້ານ ການສຶກສາ ເພື່ອເປັນການປົກ ປ້ອງເດັກນ້ອຍຈາກພະຍາດ ແລະ ເພື່ອສົ່ງເສີມສຸຂະພາບ ທີ່ດີຂອງນັກຮຽນ, ເຊິ່ງອົງ ການ ໂກລໂບ ວິເຊິນ ສ ເກົາຫຼີ ເປັນຜູ້ໃຫ້ທຶນ, ເພື່ອປຸກສ້າງ ແລະ ສ້ອມແປງອາຄານ ຮຽນ, ຕອບສະໜອງອຸປະ ກອນ ແລະ ສິ່ງອໍານວຍ ຄວາມ ສະດວກໃນການຮຽນຮູ້, ແຜນ ພັດທະນາຄຸນະພາບການ ຮຽນ-ການສອນຂອງຄູ ແລະ ນັກຮຽນ, ແຜນການຊ່ວຍເຫຼືອ ທາງດ້ານສຸຂະພາບເດັກ ແລະ ນັກຮຽນຜູ້ທີ່ຂາດເຂີນ, ເປັນ ເວລາ 3 ປີ ເລີ່ມແຕ່ມື້ອະນຸມັດ ເຖິງວັນທີ 30 ສິງຫາ 2020.

ຜ່ານມາ, ອົງການ ໂກລ ໂບ ວິເຊິນ ສ ເກົາຫຼີ, ໄດ້ໃຫ້ການ ຊ່ວຍເຫຼືອດ້ານການສຶກສາ ຢູ່ເມືອງຊະນະຄາມ ແຂວງ ວຽງຈັນ ມາແຕ່ເດືອນສິງ ຫາ 2013 ເຖິງເດືອນ ກໍລະກົດ 2017, ໂດຍໄດ້ຊ່ວຍເຫຼືອ 5 ບ້ານ ຄື: ບ້ານປາກພາງ ກາງ, ບ້ານນາກາງ, ບ້ານໂນນ ນາແກ໋ບ, ບ້ານນາດີ ແລະ ບ້ານ ຊານະຄາມ ລວມມູນຄ່າ 2 ຕື້ ກວ່າກີບ ປະມານ (350.000 ໂດລາສະຫະລັດ).

- 693 - ອົງການໂກລໂບ ວິເຊິນ ສ ເກົາຫລີ ສືບຕໍ່ຊ່ວຍເຫລືອດ້ານການສຶກສາ ແຂວງວຽງຈັນ

- 3 - ອົງການໂກລໂບ ວິເຊິນ ສ ເກົາຫລີ ສືບຕໍ່ຊ່ວຍເຫລືອດ້ານການສຶກສາ ແຂວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!