ອາຟຣິກາຈັດຕັ້ງເຂດການຄ້າ ເສລີພາຍໃນພາກພື້ນ


44 ປະເທດໃນອາຟຣິກາຮ່ວມກັນລົງນາມຈັດຕັ້ງໜຶ່ງໃນຂໍ້ຕົກລົງການຄ້າເສລີຊື່ “ຂໍ້ຕົກລົງການຄ້າເສລີທະວີບອາຟຣິກາ” (CFTA) ເພື່ອບູລະນະການຮ່ວມມືທາງເສດຖະກິດລະຫວ່າງກັນ.
https://twitter.com/UKenyatta/status/976505998792851456
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງຄິກາລີ ປະເທດຣູວັນດາ ໃນວັນທີ 22 ມີນາວ່າ: ທ່ານ ມຸສຊາ ຟາຄີ ມາຮາມັດ ປະທານສະຫະພາບອາຟຣິກາ (AU) ກ່າວໃນວັນທີ 21 ມີນາວ່າ: 44 ປະເທດໃນອາຟຣິກາຮ່ວມກັນບູລະນະການ ແລະ ເພີ່ມຄວາມເປັນເອກະພາບໃຫ້ແກ່ການຮ່ວມມືທາງການຄ້າ ໂດຍການລົງນາມໃນ “ຂໍ້ຕົກລົງການຄ້າເສລີທະວີບອາຟຣິກາ” (CFTA), ແຕ່ລັດຖະສະພາຂອງຢ່າງໜ້ອຍ 22 ປະເທດຕ້ອງຮ່ວມໃຫ້ສັດຕະຍາບັນພາຍໃນໄລຍະເວລາ 180 ວັນ ເພື່ອໃຫ້ຂໍ້ຕົກລົງມີຜົນບັງຄັບໃຊ້ຢ່າງເປັນທາງການ.
#AfCFTA @_AfricanUnion Member States Signing Outcomes: 44 signed #AfCFTA, 27 signed Free Movement of Persons, 43 signed #Kigali Declaration. Learn more @ https://t.co/zWElBooPQG pic.twitter.com/hMN01X3JHX
— African Union (@_AfricanUnion) March 21, 2018
ນອກຈາກນີ້, ອີກ 27 ປະເທດໃນອາຟຣິກາຍັງຮ່ວມກັນລົງນາມໃນຂໍ້ຕົກລົງວ່າດ້ວຍເສລີໃນການເຄື່ອນຍ້າຍຂ້າມຊາຍແດນ ເຊິ່ງຈະເປັນການອະນຸຍາດໃຫ້ພົນລະເມືອງ ຫລື ຜູ້ຖືສັນຊາດຂອງປະເທດທີ່ຮ່ວມລົງນາມ ສາມາດອາໄສຢູ່ປະເທດທີ່ລົງນາມໃນກອບການຮ່ວມມືເປັນໄລຍະເວລາສູງສຸດ 90 ວັນ.