ການປະຕິບັດລົງທຶນຜ່ານປະຕູດຽວແມ່ນຫຍຸ້ງ ຍາກນໍາກະໂຕພາກລັດເອງ

- 444111 - ການປະຕິບັດລົງທຶນຜ່ານປະຕູດຽວແມ່ນຫຍຸ້ງ ຍາກນໍາກະໂຕພາກລັດເອງ
- kitchen vibe - ການປະຕິບັດລົງທຶນຜ່ານປະຕູດຽວແມ່ນຫຍຸ້ງ ຍາກນໍາກະໂຕພາກລັດເອງ

ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສຸພັນ ແກ້ວມີໄຊ ຊີ້ໃຫ້ເຫັນວ່າ: ປັດຈຸບັນ, ບັນຫາຫລັກທີ່ພາໃຫ້ການຈັດຕັ້ງປະຕິບັດການລົງທຶນຜ່ານປະຕູດຽວບໍ່ມີປະສິດທິຜົນເທົ່າທີ່ຄວນນັ້ນແມ່ນມາຈາກຂອດຫຍຸ້ງຍາກໃນກະໂຕພາກລັດເອງ, ຊຶ່ງຈະຕ້ອງໄດ້ຮີບຮ້ອນຄົ້ນຄວ້າວິທີແກ້ໄຂໂດຍໄວ.

ທ່ານລັດຖະມົນຕີ ກ່າວວ່າ: ປັດຈຸບັນ, ກົນໄກ ຫລື ນິຕິກໍາ ທີ່ລັດຖະບານໄດ້ກໍານົດອອກນີ້ແມ່ນໄດ້ຮັບການຊົມເຊີຍຈາກພາກທຸລະກິດ ແລະ ອົງການຈັດຕັ້ງສາກົນເປັນຢ່າງດີ, ແຕ່ບັນຫາສໍາຄັນແມ່ນການຈັດຕັ້ງປະຕິບັດຂອງພາກລັດທີ່ຈະມີປະສິດທິຜົນຫລາຍຊໍ່າໃດ ແລະ ແນວໃດກໍຕາມ, ປັດຈຸບັນ ຂະແໜງການຂອງຕົນພວມປະສານສົມທົບກັບບັນດາແຂວງ ເພື່ອສ້າງຕັ້ງຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ, ເພື່ອຊຸກຍູ້ການຈັດຕັ້ງປະຕິບັດກົນໄກການບໍລິການຜ່ານປະຕູດຽວໃຫ້ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນ, ໂດຍສະເພາະປັບປຸງຂອດການຮັບເອກະສານ ແລະ ການສະໜອງຂໍ້ມູນໃຫ້ນັກລົງທຶນ ແລະ ການປະສານງານກັບຂະແໜງການເພື່ອຂຶ້ນທະບຽນວິສາຫະກິດ ແລະ ວຽກງານກ່ຽວຂ້ອງອື່ນໆໃຫ້ວ່ອງໄວ. ພ້ອມທັງເຜີຍແຜ່ຂໍ້ມູູນສໍາຄັນຕ່າງໆຂອງການລົງທຶນຜ່ານເວບໄຊ ເພື່ອອໍານວຍຄວາມສະດວກໃຫ້ຜູ້ລົງທຶນ ເຊັ່ນ: ການປັບປຸງຄໍາຮ້ອງການລົງທຶນຂອງກິດຈະການສໍາປະທານ ແລະ ກິດຈະການໃນບັນຊີຄວບຄຸມໃຫ້ນໍາໃຊ້ໄດ້ເປັນເອກະພາບໃນທົ່ວປະເທດ, ຊຶ່ງຜູ້ລົງທຶນສາມາດເອົາຈາກເວບໄຊຂອງກົມສົ່ງເສີມການລົງທຶນ, ການເຜີຍແຜ່ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງຂອງການລົງທຶນ ແລະ ເຂດເສດຖະກິດພິເສດທີ່ໄດ້ລົງໃນເວບໄຊທັງເປັນພາສາລາວ ແລະ ພາສາອັງກິດ, ລວມທັງສະໜອງຂໍ້ມູນສະຖິຕິຕ່າງໆກ່ຽວກັບ ການລົງທຶນເພື່ອໃຫ້ນັກລົງທຶນຕ່າງປະເທດໄດ້ຮັບຮູ້ຢ່າງລະອຽດ.

- Visit Laos Visit SALANA BOUTIQUE HOTEL - ການປະຕິບັດລົງທຶນຜ່ານປະຕູດຽວແມ່ນຫຍຸ້ງ ຍາກນໍາກະໂຕພາກລັດເອງ

ທ່ານລັດຖະມົນຕີ ໃຫ້ຮູ້ວ່າ: ກົນໄກການອໍານວຍຄວາມສະດວກໃຫ້ການດໍາເນີນທຸລະກິດມີຄວາມສໍາຄັນຫລາຍ ເພາະການລົງທຶນຂອງພາກເອກະຊົນໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງເສດຖະກິດຂອງປະເທດມາຢ່າງຕໍ່ເນື່ອງ, ຊຶ່ງເຫັນໄດ້ຈາກການຂະຫຍາຍຕົວຂອງເສດຖະກິດໃນແຕ່ລະປີ ແລະ ໃນຕໍ່ໜ້າກໍຍິ່ງຈະມີບົດບາດສູງ, ສະນັ້ນການເຮັດໃຫ້ນະໂຍບາຍ ແລະ ລະບຽບກົດໝາຍ ເພື່ອອໍານວຍໃຫ້ພາກທຸລະກິດປະສົບຜົນສໍາເລັດໄດ້ ແມ່ນຂຶ້ນກັບການປະຕິບັດງານຂອງບັນດາຂະແໜງການກ່ຽວຂ້ອງນັບແຕ່ສູນກາງຮອດທ້ອງຖິ່ນ ຕ້ອງມີຄວາມເຂົ້າໃຈ ແລະ ປະຕິບັດໃຫ້ຖືກຕ້ອງຕາມພາລະບົດບາດຂອງຕົນ, ຈຶ່ງຈະສາມາດສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຂອງປະເທດໄດ້ຢ່າງແທ້ຈິງ.

- 4 - ການປະຕິບັດລົງທຶນຜ່ານປະຕູດຽວແມ່ນຫຍຸ້ງ ຍາກນໍາກະໂຕພາກລັດເອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!