ລົດແກ້ວ ນຳທັບນັກກິລາແລ່ນ-ລານລາວ ລຸ້ນຫລຽນ ໄທແລນ ໂອເພັນ 2018

- a1frbf2z copy - ລົດແກ້ວ ນຳທັບນັກກິລາແລ່ນ-ລານລາວ ລຸ້ນຫລຽນ ໄທແລນ ໂອເພັນ 2018
- kitchen vibe - ລົດແກ້ວ ນຳທັບນັກກິລາແລ່ນ-ລານລາວ ລຸ້ນຫລຽນ ໄທແລນ ໂອເພັນ 2018

ລົດ​ແກ້ວ ອິນທະ​ກຸມມານ ນັກ​ແລ່ນ​ຍິງ​ມື 1 ຂອງ​ລາວ ກຽມ​ໄລ່​ລ່າ​ຫລຽນ​ລາຍການ​ລະດັບ​ໂອ​ເພັນ​ອີກ​ຄັ້ງ ພາຍຫລັງ​ສ້າງ​ຄວາມ​ໝັ້ນ​ໃຈ​ຄວ້າ 1 ຫລຽນ​ຄຳ ​ແລະ 1 ຫລຽນ​ເງິນ ​ໃນ​ສິງກະ​ໂປ ​ໂອ​ເພັນ ​ໃນ​ເດືອນ​ຜ່ານ​ມາ.

ຫລ້າ​ສຸດ​ໃນ​ວັນ​ທີ 2 ພຶດສະພາ​ນີ້, ລົດ​ແກ້ວ ນຳ​ທີ​ມນັກ​ກິລາ​ແລ່ນ-ລານ​ທີ​ມຊາດ​ລາວ ​ເດີນທາງ​ເຂົ້າຮ່ວມ​ການ​ແຂ່ງຂັນ​ແລ່ນ-ລານ ​ໄທ​ແລນ ​ໂອ​ເພັນ ​ແຊມ​ປ້ຽນຊິ​ບ 2018 (Thailand Open Track and Field Championships 2018 Friday 4th – Monday 7th May, 2018 Thai – Japan Bangkok Youth Center in Thailand) ທີ່​ນະຄອນຫລວງ​ບາງກອກ ປະ​ເທດ​ໄທ ​ເປັນ​ເຈົ້າພາບ ​ໃນຕົ້ນ​ເດືອນ​ພຶດສະພາ​ນີ້.

ລົດ​ແກ້ວ ກ່າວ​ວ່າ: ພາຍຫລັງ​ໄດ້ 1 ຫລຽນ​ຄຳ ​ແລະ 1 ຫລຽນ​ເງິນ ​ໃນ​ສິງກະ​ໂປ ​ໂອ​ເພັນ, ນ້ອງ​ກໍ​ຝຶກ​ຊ້ອມ​ຢ່າງ​ຕໍ່​ເນື່ອງ ​ເພື່ອກະກຽມ​ໃສ່ ​ໄທ​ແລນ ​ໂອ​ເພັນ ​ເຊິ່ງ​ເປັນ​ອີກ​ລາຍການ​ໃຫຍ່ ​ແລະ ມີ​ນັກ​ແລ່ນ​ສີມື​ດີ​ເຂົ້າຮ່ວມ​ຫລາຍ​ຄົນ ​ເຊິ່ງຈະຕັ້ງ​ໃຈ​ເຮັດ​ສຸດ​ຄວາມ​ສາມາດ​ໃນ​ທຸກ​ຄັ້ງທີ່​ລົງ​ແຂ່ງຂັນ.

ທັບ​ນັກ​ກິລາ​ແລ່ນ-ລານ​ທີ​ມຊາດ​ລາວ ປະກອບ​ມີ 9 ຄົນຄື: ນາງ ລົດ​ແກ້ວ ອິນ​ທະ​ກຸມມານ ​ແລ່ນ 800 ​ແມັດ ​ແລະ ​ແລ່ນ 1.500 ​ແມັດ, ທ້າວ ອານຸສອນ ​ໄຊ​ສາ ​ແລ່ນ 110 ​ແມັດຂ້າມ​ຮົ້ວ ​ແລະ ​ແລ່ນ 4×100 ​ແມັດ, ທ້າວ ສີວ​ອນ ພອນ​ມະນີ​ວົງ ​ແລ່ນ 110 ​ແມັດຂ້າມ​ຮົ້ວ, ທ້າວ ອັກສອນສາດ ລາ​ດຊະ​ວົງ ​ແລ່ນ 100 ​ແມັດ ​ແລະ 4×10 ​ແມັດ, ທ້າວ ສີ​ພາ​ສຸກ ບົດ​ວິ​ໄລ​ທອງ ​ແມ່ນ 400 ​ແມັດ​ຂ້າມ​ຮົ້ວ ​ແລະ 4×100 ​ແມັດ, ທ້າວ ສົມ​ສະໜຸກ ບົວ​ວິ​ໄລ​ທອງ ​ແລ່ນ 100 ​ແມັດ ​ແລະ 4×100 ​ແມັດ, ທ້າວ ຫວັດ ​ໄຊ​ສຸ​ລີ ​ແລ່ນ 100 ​ແມັດ, ທ້າວ ກິ່ງ​ແກ້ວ ອິນ​ທະ​ວົງ ​ແລ່ນ 400 ​ແມັດ​ຂ້າມ​ຮົ້ວ ​ແລະ ​ແລ່ນ 4×100 ​ແມັດ ​ແລະ ນາງ ພອນ​ໄຊ ປ່າວ​ສະຫວັດ ປະ​ເພດ​​ແກວ່ງ​ຈານ ​ແລະ ​ແກວ່ງ​ຄ້ອນ.

- 5 - ລົດແກ້ວ ນຳທັບນັກກິລາແລ່ນ-ລານລາວ ລຸ້ນຫລຽນ ໄທແລນ ໂອເພັນ 2018
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!