ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

- 560000011469201 - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018
- kitchen vibe - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

ທ່ານ ສີ ຈິ້ນຜິ​ງ ຜູ້ນຳ​ຈີນ ​ເປັນ​ບຸກຄົນມີ​ອິດ​ທິພົນ​ທີ່​ສຸດ​ໃນ​ໂລກ ຕາມ​ການຈັດ​ອັນ​ດັບ​ຂອງ​ວາລະສານ​ຟອບປະຈຳ​ປີ 2018, ທ່ານ​ຂຶ້ນມາ​ຢູ່​ອັນ​ດັບ 1 ຫລັງ​ຈາກ​ສະພາ ​ໃຫ້​ອຳນາດ​ທ່ານ​ຫລາຍ​ຂຶ້ນ ​ແລະ ຍົກ​ເລີກ​ຈຳກັດ​ວາລະ​ດຳລົງ​ຕຳ​ແໜ່​ງ.

- xi jinping childhood07 - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

- Visit Laos Visit SALANA BOUTIQUE HOTEL - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

ທ່ານ ສີ ຈິ້ນຜິ​ງ ຂຶ້ນມາ​ແທນ​ບ່ອນ ປະທານາທິບໍດີ ວະ​ລາ​ດິ​ເມຍ ປູ​ຕິນ ຂອງຣັດ​ເຊຍ ​ເຊິ່ງຕອນ​ນີ້​ລົງ​ໄປ​ຢູ່​ທີ 2 ປີ​ນີ້, ທ່ານ ປູ​ຕິນ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະ​ໄໝ​ທີ 4 ດ້ວຍ​ຄະ​ແນນ​ສຽງ​ເກືອບ 77%.

-                                             - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

ສ່ວນປະທານາທິບໍດີ ​ໂດ​ນັນ ທຣຳ ຂອງ​ອາ​ເມ​ລິ​ກາ ຢູ​ອັນ​ດັບ 3 ​ໃນ​ປີ​ນີ້ ​ໂດຍ​ນັບ​ແຕ່​ເຂົ້າຮັບ​ຕຳ​ແໜ່​ງ​ໃນ​ປີ 2016 ປະທານາທິບໍດີ​ອາ​ເມ​ລິ​ກາ ກໍ​ຜະ​ເຊີນ​ກັບ ​ເລື່ອງ​ຮື​ຮາ​ຫລາຍ​ເລື່ອງ.

- USA1  - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

ບຸກຄົນ​ມີ​ອິດ​ທິພົນ​ທີ​່ສຸດ​ອັນ​ດັບ 4 ​ແລະ ​ເປັນ​ຜູ້ຍິງ​ມີ​ອິດ​ທິພົນ​ທີ່​ສຸດ ​ໄດ້​ແກ່ ທ່ານ ນາງ ອັງ​ເກ​ລາ ​ແມ​ເຄິລ ນາຍົກລັດຖະມົນຕີ​ເຢຍລະ​ມັນ ​ເຊິ່ງຊະນະ​ເລືອກ​ຕັ້ງສະ​ໄໝ​ທີ 4 ​ໃນ​ປີ 2017.

- index - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

ທ່ານ ​ເຈ​ຟ ​ເບ​ຊອສ ​ເຈົ້າຂອງ Amazon ຄອງ​ອັນ​ດັບ 5 ​ແລະ ທ່ານ​ຍັງ​ເປັນ​ຄົນ​ທີ່​ລວຍ​ທີ່​ສຸດ​ໃນ​ໂລກ​ນຳ​ອີກ, ທ່ານ​ເປັນ​ເຈົ້າຂອງ Amazon ຍັກ​ໃຫຍ່​ດ້ານ​ອີ​ຄອມ​ເມິຣ໌ ຈຳນວນ 16%.

- Jeff Bezos 01 - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

ສົມ​ເດັດ​ພະ​ສັນຕະປາປາ​ຟຣານຊິ​ສ ຄອງ​ອັນ​ດັບ 6 ບຸກຄົນ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ​ໃນ​ໂລກ, ທ່ານ​ເປັນ​ຜູ້ນຳ​ທາງ​ຈິດ​ວິນ​ຍານ​ຂອງ​ຄົນ​ຫລາຍ​ກວ່າ 1 ​ໃນ 6 ຂອງ​ໂລກ.

- hqdefault - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

ທ່ານ ບິ​ລ ​ເກດສ໌ ຢູ່​ອັນ​ດັບ 7 ຜູ້​ກໍ່ຕັ້ງ​ໄມ​ໂຄຣຊອຟ ​ໄດ້​ຂາຍ​ຫຸ້ນ​ຈຳນວນ​ຫລາຍ​ໃນ​ບໍລິສັດ ​ແຕ່​ຍັງ​ເປັນ​ກຳມະການ​ຢູ່.

- k24 - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

​ເຈົ້າຊາຍ​​ໂມ​ຮຳ​ໝັດ ບິນ ຊັລມານ ມົງກຸດ​ລາຊະ​ກຸ​ມານ​ອາຣັບບີ ຊາ​ອຸ​ດິດ ຄອງ​ອັນ​ດັບ 8 ​ໂດຍ​ໃນ​ປີ 2017 ທ່ານ​ນຳພາ​ການ​ປຸກລະດົມ​ປາບ​ປາມ​ການທຸ​ຈະລິດ ຈັບ​ກຸມ​ຊົນ​ຊັ້ນສູງ​ຂອງ​ອາຣັບບີ ຊາ​ອຸ​ດິດ ຫລາຍ​ຄົນ.

- aaf2231e 171d 47f9 9502 23ad5fa485a0 16x9 600x338 - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

ນາຍົກລັດຖະມົນຕີ ນາ​ເຣນທຣາ ​ໂມ​ດີ ຂອງ​ອິນ​ເດຍ ຢູ່​ອັນ​ດັບ 9 ບຸກຄົນ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ​ໃນ​ໂລກ, ທ່ານ ​ໂມ​ດີ ມີ​ຜູ້​ຕິດຕາມ​ທາງ​ທະວິ​ດ​ເຕີ 43 ລ້ານ​ຄົນ ຖື​ເປັນ​ຜູ້ນຳ​ໂລກ​ທີ່​ມີ​ຜູ້​ຕິດຕາມ​ທາງ​ທະວິ​ດ​ເຕີ​ຫລາຍ​ທີ່​ສຸດ​ ຮອງ​ຈາກ​ທ່ານ ທຣຳ.

- prime minister of australia 9180023e 1f8c 11e7 beb7 f1cbdf0743d8 e1515124271874 - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

ທ່ານ ລາຣີ ​ເພ​ຈ ​ເປັນ​ບຸກຄົນ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ ອັນ​ດັບ 10 ​ໃນ​ປີ​ນີ້ ມະຫາ​ເສດຖີ​ຄົນ​ນີ້​ຮ່ວມ​ກໍ່ຕັ້ງກູ​ເກິ​ລ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ໂຄງການ​ສະ​ໄໝ​ທີ່​ເປັນ​ນັກ​ສຶກສາ​ໃນ​ປີ 1998.

- 000 Was6494870 - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018

- 5 - ທ່ານ ສີ ຈິ້ນຜິງ ຜູ້ນຳຈີນ ເປັນບຸກຄົນ ມີອິດທິພົນທີ່ສຸດໃນໂລກ 2018
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!