ໂຄງການກໍ່ສ້າງຊົນລະປະທານ ຫ້ວຍອາໃກ້ເລີ່ມເກັບນ້ຳເພື່ອກຽມສະໜອງໃຫ້ແກ່ການຜະລິດ


ທ່ານ ຄຳຕັນ ແດນສະ ຫວັນ ຫົວໜ້າວິສະວະກອນ ທີ່ປຶກສາໂຄງການກໍ່ສ້າງ ຊົນລະປະທານຫ້ວຍອາໃກ້ ໄດ້ລາຍງານໃຫ້ຮູ້ວ່າ: ການ ກໍ່ສ້າງຊົນລະປະທານຫ້ວຍ ອາໃກ້ ເມືອງພີນ ແຂວງ ສະ ຫວັນນະເຂດ ໂດຍແມ່ນບໍ ລິສັດ ພົງຊັບທະວີກໍ່ສ້າງຂົວ ທາງ ແລະ ຊົນລະປະທານ ເປັນຜູ້ຮັບເໝົາກໍ່ສ້າງ ເຊິ່ງ ໄດ້ລົງມືກໍ່ສ້າງແຕ່ຕົ້ນປີ 2013 ເປັນຕົ້ນມາ, ປັດຈຸບັນ ສຳເລັດແລ້ວ 56% ແລະ ເລີ່ມເກັບນໍ້າເພື່ອສະໜອງ ໃຫ້ແກ່ການຜະລິດຂອງພໍ່ ແມ່ປະຊາຊົນເມືອງພີນ, ຖ້າ ຫາກໂຄງການສຳເລັດ ຈະ ສະໜອງນໍ້າໃຫ້ແກ່ການ ຜະລິດນາປີໄດ້ຈຳນວນ 1.200 ເຮັກຕາ ແລະ ເຮັດນາແຊງ ຈຳນວນ 700 ເຮັກຕາ.


+ ສປ ຈີນຈັດໂຄງການເຄື່ອນໄຫວແສງສະຫວ່າງໃນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ນະຄອນຫຼວງວຽງຈັນ
+ ໂຄງການຊ່ວຍເຫຼືອຈະຊ່ວຍປ່ຽນແປງໄດ້ແນວໃດ ?
ໂຄງການດັ່ງກ່າວປະກອບມີ: ການກໍ່ສ້າງຕົວ ເຂື່ອນດ້ວຍດິນຖົມ ສຳເລັດ ແລ້ວ 100%, ກໍ່ສ້າງຄອງ ເໝືອງ ແລະ ລະບົບຫົວ ງານສຳເລັດ 85%, ກໍ່ສ້າງ ຄອງເໝືອງແມ່ທີ່ເຮັດດ້ວຍເບຕົງແລະ ຄອງເມືອງ ຊອຍ ກໍ່ດ້ວຍດິນຈີ່ ທີ່ມີ ຄວາມຍາວ 30.000 ກວ່າ ແມັດ ສຳເລັດແລ້ວ 35%, ການຈັດສັນບ້ານໃໝ່ໃຫ້ ປະຊາຊົນ ທີ່ຖືກຜົນກະ ທົບຈາກໂຄງການ ຈໍານວນ 106 ຫລັງເຮືອນ, ປະຕິ ບັດໄດ້ 75 ຫລັງເຮືອນ, ການ ບຸກເບີກເນື້ອທີ່ນາທົດແທນ ທີ່ເກີດຈາກນໍ້າຖ້ວມຂອງ ໂຄງການໄດ້ 75 ເຮັກຕາ ແລະ ກໍ່ສ້າງເສັ້ນທາງເຂົ້າ ຫາບ້ານປະຊາຊົນທີ່ໄດ້ຮັບ ການ ຈັດສັນຄືນໃໝ່ ປະຕິບັດ ໄດ້ 50%. ຖ້າຫາກກໍ່ສ້າງ ສຳເລັດໂຄງການນີ້ຕົກເປັນ ມູນຄ່າທັງໝົດເກືອບ 200 ຕື້ກີບ.
ສຳລັບການກໍ່ສ້າງຕົວ ເຂື່ອນທີ່ເກັບນໍ້າ ດ້ວຍດິນຖົມ ແມ່ນສຳເລັດແລ້ວໂດຍພື້ນ ຖານ ເຊິ່ງມີຂະໜາດ 1.300 ແມັດ, ລວງສູງຂອງຕົວ ເຂື່ອນມີ 21 ແມັດ, ຫລັງ ເຂື່ອນກວ້າງ 6,50 ແມັດ ສາມາດເກັບນໍ້າໄດ້ທັງໝົດ 21 ລ້ານກວ່າແມັດກ້ອນ, ສ່ວນການກໍ່ສ້າງຄອງ ເໝືອງແມ່ ແລະ ຄອງ ເໝືອງ ຊອຍຂະໜາດຕ່າງໆ ກໍໄດ້ ດຳເນີນການຢ່າງເຄັ່ງ ຮ້ອນ ແລະ ຄາດວ່າຈະໃຫ້ ສຳເລັດຢ່າງສົມບູນໃນປີ 2019./.

