ສະພາມສິດທິມະນຸດ ສປຊ ນັດປະຊຸມພິເສດ ເລື່ອງສະຖານະການໃນກາຊາ

- 1526453944838 960x0 - ສະພາມສິດທິມະນຸດ ສປຊ ນັດປະຊຸມພິເສດ ເລື່ອງສະຖານະການໃນກາຊາ
- kitchen vibe - ສະພາມສິດທິມະນຸດ ສປຊ ນັດປະຊຸມພິເສດ ເລື່ອງສະຖານະການໃນກາຊາ

ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ຈະ​ຈັດ​ກອງ​ປະຊຸມ​ພິ​ເສດ​ໃນ​ວັນ​ທີ 18 ພຶດສະພານີ້ ​ເພື່ອ​ຫາລື​ສະຖານະ​ການ​ດ້ານ​ສິດທິມະນຸດ​ທີ່​ບໍ່​ດີ​ໃນ​ດິນ​ແດນ​ປາ​ແລັສຕິນ, ພາຍຫລັງ​ກອງ​ກຳລັງ​ອິດສະ​ລາ​ແອນ​ໂຈມ​ຕີ ​ເຮັດ​ໃຫ້​ຊາວ​ປາ​ແລັສຕິນ​ເສຍ​ຊີວິດ 60 ຄົນ.

​ໂຄສົກ​ສຳນັກງານ​ສະຫະ​ປະຊາ​ຊາດ ທີ່​ນະຄອນ​ເຈ​ນີວາ ຖະ​ແຫລ​ງວ່າ: ປາ​ແລັສຕິນ ​ແລະ ສະຫະ​ນະຄອນ ​ເອ​ເມຣັດ ອາຣັບ ຮຽກຮ້ອງ​​ໃນ​ນາມ​ຂອງ​ສະພາ​ສິດທິອາຣັບ​ໃຫ້​ຈັດ​ກອງ​ປະຊຸມ​ພິ​ເສດ​ຢ່າງ​ເປັນ​ທາງ​ການ ​ໂດຍ​ໄດ້​ຮັບ​ສຽງ​ສະໜັບສະໜູນ​ຈາກ 26 ປະ​ເທດ​ແລ້ວ​ໃນ​ປັດຈຸບັນ. ສຳລັບ​ກອງ​ປະຊຸມ​ວາລະ​ພິ​ເສດ​ຈະ​ເລີ່​ມຂຶ້ນ​ໃນ​ວັນ​ທີ 18 ພຶດສະພາ ​ເວລາ 15:00 ​ໂມງ ຕາມ​ເວລາ​ຢູ່​ລາວ ທີ່​ນະຄອນ​ເຈ​ນີວາ ​ເພື່ອ​ຫາລື​ສະຖານະ​ການ​ດ້ານ​ສິດທິ​ມະນຸດທີ່​ຮ້າຍ​ແຮງ​ໃນ​ດິນ​ແດນ​ປາ​ແລັສຕິນ ລວມທັງ​ເຢລູຊາ​ເລ​ມຕາ​ເວັນ​ອອກ ​ໂດຍ​ໄດ້​ຮັບ​ສຽງ​ສະໜັບສະໜູນ​ຢ່າງ​ໜ້ອຍ​ໜຶ່ງ​ໃນ​ສາມ​ຂອງ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ 47 ປະ​ເທດ. ກອງ​ປະຊຸມ​ໄດ້​ຮັບ​ສຽງ​ສະໜັບສະໜູນ​ໃນ​ເບື້ອງຕົ້ນຈາກ​ອັງ​ໂກລາ, ບຸຣຸນດີ, ກູ​ບາ, ​ເອກວາ​ດໍ, ​ເອຢິບ, ອີຣັກ, ກຽກກິດ​ສະຖານ, ນີ​ເຊຣີ, ປາ​ກິດ​ສະຖານ, ປາ​ນາມາ, ກາ​ຕາ, ອາຣັບບີ​ຊາ​ອຸ​ດິດ, ​ເຊ​ເນ​ການ, ອາ​ຟຣິກາ​ໃຕ້, ຕຸຍ​ນີຊີ, ສະຫະ​ນະຄອນ ​ເອ​ເມຣັດ ອາຣັບ ​ແລະ ​ເວ​ເນ​ຊູ​ເອລາ. ຂະນະ​ທີ່​ປະ​ເທດ​ຜູ້​ສັງ​ເກດ​ການ​ໄດ້​ແກ່ ບາ​ເຣນ, ບັງ​ກະລາ​ເທດ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ກູ​ເວດ, ມານ​ດິວ, ​ໂອ​ມານ, ຕັດ​ຈິກິ​ດສະຖານ ​ແລະ ຕວກກີ ສະ​ແດງ​ຄວາມ​ສະໜັບສະໜູນ​ເຊັ່ນ​ກັນ. ຖື​ເປັນ​ການ​ປະຊຸມ​ພິ​ເສດ​ຄັ້ງທີ 28 ຂອງ​ສະພາ​ສິດທິ​ມະນຸດ ສປຊ ພາຍຫລັງ​ກອງ​ປະຊຸມ​ໃນ​ປີຜ່ານມາ​ເພື່ອ​ຫາລື​ສະຖານະ​ການ​ໃນ​ມຽນມາ.

- Visit Laos Visit SALANA BOUTIQUE HOTEL - ສະພາມສິດທິມະນຸດ ສປຊ ນັດປະຊຸມພິເສດ ເລື່ອງສະຖານະການໃນກາຊາ
- 5 - ສະພາມສິດທິມະນຸດ ສປຊ ນັດປະຊຸມພິເສດ ເລື່ອງສະຖານະການໃນກາຊາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!