ກິນຢາຄຸມກໍາເນີດເຮັດໃຫ້ຕຸ້ຍແທ້ບໍ?

- hing - ກິນຢາຄຸມກໍາເນີດເຮັດໃຫ້ຕຸ້ຍແທ້ບໍ?
- kitchen vibe - ກິນຢາຄຸມກໍາເນີດເຮັດໃຫ້ຕຸ້ຍແທ້ບໍ?

ກິນຢາຄຸມກໍາເນີດເຮັດໃຫ້ຕຸ້ຍບໍ? ມັກຈະພົບຄໍາຖາມນີ້ຕະຫຼອດ ເພາະປັດຈຸບັນຫຼາຍໆຄົນເລືອກໃຊ້ວິທີຄຸມກໍາເນີດ ເພື່ອປ້ອງກັນການຖືພາກັນຫຼາຍຂຶ້ນ ເນື່ອງຈາກເປັນວິທີທີ່ເຫັນຜົນເກືອບ 100% ແລະຍັງໄດ້ປະໂຫຍດອື່ນໆເຊັ່ນ: ຫຼຸດສິວ, ຫຼຸດຂົນດົກ, ເຮັດໃຫ້ຜິວພັນສົດໃສ ແລະ ຊ່ວຍໃຫ້ປະຈໍາເດືອນມາປົກກະຕິໄດ້ ແຕ່ແນວໃດກໍຕາມຫຼາຍໆຄົນທີ່ຢາກກິນຢາຄຸມກໍາເນີດອາດມີບັນຫາກ່ຽວກັບຄວາມຕຸ້ຍຕາມມາດ້ວຍ ຈຶ່ງເຮັດໃຫ້ເຮົາເຂົ້າໃຈວ່າ ການກິນຢາຄຸມກໍາເນີດເປັນອີກສາເຫດທີ່ເຮັດໃຫ້ຕຸ້ຍ ແຕ່ທີ່ເຮົາເຂົ້າໃຈກັນນັ້ນຖືກຕ້ອງບໍ? ມາໄຂຂໍ້ຂ້ອງໃຈ ແລະ ທໍາຄວາມຮູ້ຈັກຢາຄຸມກໍາເນີດເພີ່ມຂຶ້ນກັນ.

ກ່ອນອື່ນຕ້ອງທໍາຄວາມເຂົ້າໃຈກ່ອນວ່າ ຢາຄຸມມກໍາເນີດຈະມີ 2 ແບບຄື:

- Visit Laos Visit SALANA BOUTIQUE HOTEL - ກິນຢາຄຸມກໍາເນີດເຮັດໃຫ້ຕຸ້ຍແທ້ບໍ?
  1. ຢາຄຸມກໍາເນີດຊະນິດຮໍໂມນລວມ (combined pills) ທີ່ມີຮໍໂມນເອສໂຕຣເຈນ ແລະ ຮໍໂມນໂປຣເຈສຕິນ ຊຶ່ງໂຕຮໍໂມນເອສໂຕເຈນຈະກໍໃຫ້ເກີດອາການຂ້າງຄຽງເຊັ່ນ: ປວດຮາກ, ວິນຫົວ ຫຼືຖ້າມີປະລິມານຮໍໂມນສູງຫຼາຍ ອາດເຮັດໃຫ້ບວມນໍາໄດ້ເລັກໜ້ອຍ ແຕ່ຢາຄຸມຊະນິດນີ້ຈະມີປະສິດທິພາບໃນການຄຸມກໍາເນີດໄດ້ດີກວ່າຢາຄູມກໍາເນີດຊະນິດທີ່ມີໂປຣເຈສຕິນຢ່າງດຽວ.
  2. ຢາຄຸມກໍາເນີດທີ່ມີໂປຣເຈສຕິນຢ່າງດຽວ (Minipill)ເພື່ອຫຼຸດອາການຂ້າງຄຽງທີ່ເກີດຈາກຮໍໂມນເອສໂຕຣເຈນ ແຕ່ຈະມີປະສິດທິພາບໜ້ອຍກວ່າຢາຄຸມກໍາເນີດແບບຮໍໂມນລວມ

ແລ້ວກິນຢາຄຸມກໍາເນີດເຮັດໃຫ້ຕຸ້ຍແທ້ບໍ?

ການສຶກສາທາງການແພດຈາກຕ່າງປະເທດຫຼາຍແຫ່ງພົບວ່າ ຂະນະນີ້ຍັງບໍ່ມີຫຼັກຖານເຊື່ອມໂຍງວ່າການກິນຢາຄຸມກໍາເນີດທຸກຊະນິດຈະສົ່ງຜົນໃຫ້ນໍ້າໜັກໂຕເພີ່ມຂຶ້ນ ເຖິງຈະເຄີຍມີການສຶກຈາກAmerican Journal of Obstetrics and Gynecology ພົບວ່າ ຜູ້ຍິງເກືອບ 1 ໃນ 4 ທີ່ສັກຢາຄຸມກໍາເນີດ Depo-Provera ມີນໍ້າໜັກໂຕເພີ່ມຂຶ້ນປະມານ 5 ກິໂລ ແຕ່ກໍເປັນພຽງແຕ່ສ່ວນໜ້ອຍເທົ່ານັ້ນເມື່ອທຽບກັບຜູ້ຍິງອີກ 3 ໃນ 4 ທີ່ຍັງຄົງມີນໍ້າໜັກຄົງທີ່ຫຼັງຈາກໃຊ້ຢາແລ້ວ.

ທັງນີ້ ນັກວິໄຈກໍລະບຸໄວ້ວ່າ ການທີ່ຜູ້ຍິງບາງຄົນມີນໍ້າໜັກເພີ່ມຂຶ້ນຫຼັງໃຊ້ຢາຄຸມກໍາເນີດ ອາດເປັນເພາະພຶດຕິກໍາການກິນອາຫານ ແລະ ບໍ່ອອກກໍາລັງກາຍຫຼາຍກວ່າ ຫຼືອາດເປັນເພາະການກິນຢາຄຸມກໍາເນີດບາງຊະນິດທີ່ມີຮໍໂມນເອສໂຕຮເຈສສູງໆ ກໍອາດສົ່ງຜົນຂ້າງຄຽງເຊັ່ນ: ເຮັດໃຫ້ມີນໍ້າໜັກເບິ່ງໂຕບວມຈົນຄືວ່າຕຸ້ຍຂຶ້ນກໍເປັນໄດ້ ແຕ່ແນວໃດກໍດີ ໃນປັດຈຸບັນນີ້ ມີການຜະລິດຢາຄຸມກໍາເນີດແບບຮໍໂມນເອສໂຕຣເຈສຕໍ່່າ ແລະ ປັບຮໍໂມນເຈສໂຕຣເຈນໃຫ້ໃກ້ຄຽງກັບທໍາມະຊາດຫຼາຍຂຶ້ນ ເພື່ອຫຼຸດຜົນຂ້າງຄຽງຕ່າງໆຂອງຮໍໂມນລົງ ດັງນັ້ນການກິນຢາຄຸມກໍາເນີດໃນປັດຈຸບັນ ຊຶ່ງສ່ວນໃຫຍ່ເປັນແບບຮໍໂມນຕໍ່າ ຈຶ່ງບໍ່ໄດ້ເປັນປັດໄຈສໍາຄັນທີ່ເຮັດໃຫ້ຜູ້ຍິງທີກິນຕຸ້ຍຂຶ້ນໄດ້ແນ່ນອນ.

ສ່ວນໃຜທີ່ຄິດວ່າໂຕເອງກິນຢາຄຸມກໍາເນີດແລ້ວຕຸ້ຍຂຶ້ນ ກໍໃຫ້ລອງສັງເກດພຶດຕິກໍາການກິນອາຫານຂອງໂຕເອງ ແລະ ຫຼຸດອາຫານບາງຊະນິດທີ່ເຮັດໃຫ້ຕຸ້ຍເຊັ່ນ ອາຫານມັນໆ, ຫວານໆ ພ້ອມກັບອອກໍາລັງກາຍຄວບຄຸມໄປດ້ວຍ.

 

- 3 - ກິນຢາຄຸມກໍາເນີດເຮັດໃຫ້ຕຸ້ຍແທ້ບໍ?
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!