ປກສ ແຂວງຫົວພັນສາມາດຈັບຕົວຜູ້ຄ້າ ແລະ ມົ້ວສຸມຢາເສບຕິດມາດຳເນີນຄະດີ
May 29, 2018 - 7:08 PM


ເມື່ອທ້າຍອາທິດຜ່ານມາ ນີ້, ປກສ ແຂວງ ຫົວພັນໄດ້ ລົງແກ້ໄຂສະພາບມົ້ວສຸມ ຢາເສບຕິດ ຢູ່ເຮືອນຫລັງ ໜຶ່ງ, ເຂດບ້ານ ຫົວຄັງ ເມືອງ ຊຳເຫນືອ ແຂວງ ຫົວພັນ, ເຊິ່ງສາມາດຈັບຜູ້ຕ້ອງຫາຄ້າ ຢາເສບຕິດໄດ້ 1 ຄົນຄື: ນາງ ເບົາຢາງ ອາຍຸ 50 ປີ, ຜູ້ເປັນ ເຈົ້າຂອງເຮືອນ ພົບເຫັນຂອງ ກາງຢາບ້າ 203 ເມັດ, ເຮໂລ ອິນ 5 ກ້ອນນ້ອຍ, ຫີນອ່ອນ 500 ກິໂລກຼາມ, ພ້ອມທັງໄວ ລຸ້ນ ຈຳນວນ 5 ຄົນທີ່ກຳລັງ ມົ້ວສຸມເສບຢາ, ມາດຳເນີນ ຄະດີຕາມລະບຽບກົດໝາຍ.
+ ປກສ ແຂວງຫລວງນ້ຳທາຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດຳເນີນຄະດີ
+ ປກສ ເມືອງບໍລິຄຳໄຊ ຈັບຜູ້ຕ້ອງຫາພ້ອມຂອງກາງຢາບ້າ 385 ເມັດ
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍ ຫລັງໄດ້ຮັບແຈ້ງຈາກປະຊາຊົນ, ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງ ໄດ້ຈັດກຳລັງເຂົ້າກວດຄົ້ນ ແລະ ສາມາດຈັບຕົວພວກ ກ່ຽວມາດຳເນີນຄະດີໄດ້, ປັດ ຈຸບັນຄະດີດັ່ງກ່າວພວມຂະ ຫຍາຍຜົນຫາຜູ້ຮ່ວມຂະ ບວນການມາດຳເນີນຄະດີ ຕາມລະບຽບກົດໝາຍໃຫ້ ໄດ້ໂດຍໄວ.

