ປະເທດເຮົາຍັງຖືກຂົ່ມຂູ່ຈາກໄພພິບັດ

ກອງປະຊຸມຄັ້ງປະຖົມມະລືກຂອງຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ (ຄພຊ) ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພານີ້, ໂດຍການເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນປະທານ ຄພຊ, ເພື່ອຄົ້ນຄວ້າພິຈາລະນາຮັບ ຮອງເອົາຮ່າງຂໍ້ກຳນົດວ່າດ້ວຍພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຄະນະ ຄພຊ ແລະ ພ້ອມກັນຕີລາຄາຄືນການປະຕິບັດວຽກງານໃນໄລຍະຜ່ານມາ ແລະ ວາງທິດທາງໃນຕໍ່ໜ້າ, ໂດຍສະເພາະການປຶກສາຫາລືວຽກງານການກຽມຄວາມພ້ອມຕອບໂຕ້ສຸກເສີນ, ການຫລຸດຜ່ອນຄວາມສ່ຽງ ແລະ ການຟື້ນຟູຫລັງໄພພິບັດໃຫ້ມີປະສິດທິຜົນກວ່າເກົ່າ.
ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ສປປ ລາວ, ເປັນປະເທດໜຶ່ງທີ່ຖືກຂົ່ມຂູ່ຈາກໄພພິບັດເລື້ອຍມາ, ສະເພາະປີ 2017 ຜ່ານມາ, ໄດ້ມີຫລາຍເຫດການທາງໄພພິບັດເກີດຂຶ້ນ ເປັນຕົ້ນ: ນ້ຳຖ້ວມ, ລົມພາຍຸ, ໄຟໄໝ້, ສັດຕູພືດທຳລາຍຜົນລະປູກ ແລະ ບັນຫາອື່ນໆ, ອັນໄດ້ສົ່ງຜົນກະທົບໜັກໜ່ວງໂດຍກົງຕໍ່ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າເປັນຈຳນວນຫລາຍ ແລະ ມີຜູ້ເສຍຊີວິດເປັນຈໍານວນບໍ່ໜ້ອຍຍ້ອນໄພພິບັດທີ່ເກີດຂຶ້ນ, ພ້ອມທັງສ້າງຄວາມເສຍຫາຍຕໍ່ທີ່ຢູ່ອາໄສຂອງປະຊາຊົນ ແລະ ພື້ນຖານໂຄງລ່າງດ້ານກະສິກຳ, ການຄົມມະນາຄົມຂົນສົ່ງ, ໂຮງຮຽນ, ສຸກສາລາ, ນ້ຳປະປາ, ໄຟຟ້າ ແລະ ອື່ນໆເສຍຫາຍຢ່າງໜັກໜ່ວງ ແລະ ຕໍ່ຜົນກະທົບດັ່ງກ່າວ, ລັດຖະບານ ກໍຄືຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ ກໍໄດ້ປະສານສົມທົບແໜ້ນຕາມທ່າແຮງທີ່ມີ, ກໍຄືການຊ່ວຍເຫລືອຂອງສາກົນເຂົ້າໃນການປະຕິບັດຊ່ວຍເຫລືອບັນເທົາທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບທັງໄລຍະສຸກເສີນ ແລະ ຟື້ນຟູຫລັງໄພພິບັດ ເພື່ອໃຫ້ຊິວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ.