ລາວ-ຫວຽດນາມ ຮ່ວມກວດກາໂຄງການຮ່ວມມື-ລົງທຶນຢູ່ລາວ

- 3441 - ລາວ-ຫວຽດນາມ ຮ່ວມກວດກາໂຄງການຮ່ວມມື-ລົງທຶນຢູ່ລາວ
- kitchen vibe - ລາວ-ຫວຽດນາມ ຮ່ວມກວດກາໂຄງການຮ່ວມມື-ລົງທຶນຢູ່ລາວ

ກອງປະຊຸມສະຫລຸບຕີ ລາຄາຜົນການຈັດຕັ້ງປະຕິ ບັດບັນດາໂຄງການຮ່ວມມື-ລົງທຶນຂອງສອງປະເທດຢູ່ ສປປ ລາວ, ໄດ້ຈັດຂຶ້ນໃນ ວັນທີ 5 ມິຖຸນານີ້ຢູ່ນະຄອນ ຫລວງວຽງຈັນ, ໂດຍພາຍ ໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຄໍາເຜີຍ ແກ້ວກິນ ນາລີ ຮອງປະທານຜູ້ປະຈຳ ການຄະນະກຳມະການຮ່ວມມືລາວ-ຫວຽດນາມ ແລະ ທ່ານ ຫງວຽນ ເຖ ເຟືອງ ຮອງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ຮອງປະທານຄະນະກຳມະການຮ່ວມມືຫວຽດນາມ-ລາວ, ເຊິ່ງທັງ ສອງຝ່າຍຕີລາຄາສູງຕໍ່ຜົນ ການຈັດຕັ້ງປະຕິບັດບັນດາ ໂຄງການຮ່ວມມື-ລົງທຶນ ຂອງສອງປະເທດ, ພາຍຫລັງ ໄດ້ຮ່ວມກັນເຄື່ອນໄຫວດຳ ເນີນການກວດກາຕົວຈິງຢູ່ ບັນດາແຂວງພາກເໜືອ, ພາກ ກາງ ແລະ ພາກໃຕ້ຂອງລາວ ຈໍານວນໜຶ່ງ ນັບແຕ່ວັນທີ 29 ພຶດສະພາຫາ 4 ມິຖຸນາ 2018, ເຊິ່ງມີຄະນະກວດ ກາປະສົມສອງຝ່າຍລາວ- ຫວຽດນາມ, ມີເຈົ້າຂອງໂຄງ ການຝ່າຍລາວ ແລະ ຫວຽດ ນາມ ປະມານ 50 ກວ່າທ່ານ ເຂົ້າຮ່ວມ. ເຊິ່ງທັງໝົດນີ້ ໄດ້ ສ່ອງແສງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງລັດຖະບານສອງຝ່າຍ ເພື່ອແນໃສ່ກະ ຕຸກຊຸກຍູ້ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງສອງພັກ, ສອງ ລັດໃຫ້ປະກົດຜົນເປັນຈິງ ແລະ ສອງຝ່າຍສາມາດເຫັນໄດ້ ຫລາຍບັນຫາໃນການຈັດຕັ້ງປະຕິບັດຂອງແຕ່ລະໂຄງການ ເຊັ່ນ: ຄວາມຊັກຊ້າໃນການ ຈັດຕັ້ງປະຕິບັດ, ຄວາມຍືນ ຍົງຂອງໂຄງການ, ເຊິ່ງຈະ ຕ້ອງໄດ້ສືບຕໍ່ຊຸກຍູ້ໃຫ້ບັນດາ ເຈົ້າຂອງໂຄງການຂອງລາວ ແລະ ຫວຽດນາມ ຮີບຮ້ອນ ປະຕິບັດໜ້າທີ່ຂອງຕົນໃຫ້ມີ ຄວາມຄືບໜ້າຕາມແຜນການ ແລະ ຖືກຕ້ອງສອດຄ່ອງ ຕາມ ລະບຽບກົດໝາຍຂອງສອງ ປະເທດ.

 

- Visit Laos Visit SALANA BOUTIQUE HOTEL - ລາວ-ຫວຽດນາມ ຮ່ວມກວດກາໂຄງການຮ່ວມມື-ລົງທຶນຢູ່ລາວ

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການແກ້ໄຂ ບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ

ຫົວພັນວາງສີລາລຶກໂຄງການກໍ່ສ້າງໂຮງໝໍມິດຕະພາບ ລາວ-ຫວຽດນາມ

- 3441 - ລາວ-ຫວຽດນາມ ຮ່ວມກວດກາໂຄງການຮ່ວມມື-ລົງທຶນຢູ່ລາວ

- 4 - ລາວ-ຫວຽດນາມ ຮ່ວມກວດກາໂຄງການຮ່ວມມື-ລົງທຶນຢູ່ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!