ສື່ມວນຊົນລາວແລກປ່ຽນບົດຮຽນທີ່ຄຸນໝິງ
June 6, 2018 - 5:28 PM


ສື່ມວນຊົນລາວຈາກວິ ທະຍຸ, ໂທລະພາບ ແລະ ສື່ສິ່ງ ພີມຈໍານວນ 20 ຄົນ ໄດ້ເຂົ້າ ຮ່ວມຊຸດອົບຮົມຍົກລະດັບວິ ຊາສະເພາະທີ່ສູນແລກປ່ຽນ ດ້ານເສດຖະກິດ ແລະ ເຕັກ ໂນໂລຊີສາກົນແຂວງຢຸນນານ ສປ ຈີນ, ແຕ່ວັນທີ 6-17 ມິຖຸ ນານີ້, ເພື່ອຮຽນຮູ້ ກ່ຽວກັບ ພື້ນຖານຂອງວຽກງານສື່ ມວນຊົນໃນໄລຍະໃໝ່ ເປັນ ຕົ້ນ: ການພົວພັນສາທາລະ ນະດ້ານຍຸດທະສາດວິສະຫະກິດ, ສິລະປະການສື່ສານ, ກົນ ໄກການບໍລິຫານຄຸ້ມຄອງ ຂອງວິສະຫະກິດທີ່ມີຫົວຄິດ ປະດິດສ້າງໃນຍຸກອິນເຕີເນັດ ເທິງມືຖື, ການແລກປ່ຽນດ້ານ ອຸດສາຫະກຳສື່ຂອງໂລກໃນປັດຈຸບັນ, ບົດບາດ ແລະ ທິດ ທາງຂອງສັງຄົມໃນຄວາມ ຄິດເຫັນຂອງມວນຊົນ ແລະ ຄົ້ນຄວ້າກ່ຽວກັບກົດເກນພື້ນຖານດ້ານການພັດທະນາສື່ ມວນຊົນໃນປັດຈຸບັນ ແລະ ຮຽນຮູ້ສະພາບການພັດທະ ນາ, ວັດທະນະທຳ ແລະ ພາ ສາຈີນອີກດ້ວຍ.
+ ສາລະວັນ-ກວາງຈິ ພົບປະແລກປ່ຽນວຽກງານຊາຍແດນ
+ ລາວ-ຫວຽດນາມ ຮ່ວມກວດກາໂຄງການຮ່ວມມື-ລົງທຶນຢູ່ລາວ

