ແມນຢູ ຈັບຜູ້ຮັກສາປະຕູດາວຮຸ່ງ ຍືດສັນຍາຮອດປີ 2020
June 15, 2018 - 4:54 PM


ດິນ ເຮນເດີສັນ ຜູ້ຮັກສາປະຕູດາວຮຸ່ງຂອງ ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ ແຫ່ງເວທີ ພຣີເມຍລີກ ອັງກິດ ເຊັນສັນຍາສະບັບໃໝ່ກັບຕົ້ນສັງກັດເປັນທີ່ຮຽບຮ້ອຍ ໃນວັນທີ 14 ມິຖຸນາ ເຊິ່ງເຮັດໃຫ້ປັດຈຸບັນລາວມີສັນຍາຜູກມັດໃນຖິ່ນ ໂອລແທຣ໊ຟຟອດ ຮອດປີ 2020.
ລະດູການ 2017-18 ຜ່ານມາ, ເຮນເດີສັນ ຫລິ້ນໃຫ້ ຊາຣູສບິວຣີ ທາວ ສະໂມສອນລະດັບ ລີກວັນ ດ້ວຍສັນຍາຢືມຕົວ ແລະ ເຖິງວ່າລາວໄດ້ຮັບຄວາມສົນໃຈຈາກຫລາຍສະໂມສອນ ແຕ່ສຸດທ້າຍ ຜູ້ຮັກສາປະຕູຊາວອັງກິດອາຍຸ 21 ປີ ຕັດສິນໃຈຝາກອະນາຄົດໄວ້ກັບ ແມນເຊັສເຕີ ຢູໄນເຕັດ ເຖິງວ່າຍັງບໍ່ເຄີຍລົງຫລິ້ນໃຫ້ທີມຊຸດໃຫຍ່ກໍຕາມ.