ເນມາ ກ່າວ ! ບໍ່ເຄີຍດີໃຈກັບເລື່ອງຄ່າຕົວ

ເນມາ ກ່າວ ! ບໍ່ເຄີຍດີໃຈກັບເລື່ອງຄ່າຕົວ - news201806150635810 - ເນມາ ກ່າວ ! ບໍ່ເຄີຍດີໃຈກັບເລື່ອງຄ່າຕົວ
ເນມາ ກ່າວ ! ບໍ່ເຄີຍດີໃຈກັບເລື່ອງຄ່າຕົວ - kitchen vibe - ເນມາ ກ່າວ ! ບໍ່ເຄີຍດີໃຈກັບເລື່ອງຄ່າຕົວ

​​ເນ​ມາ ຍອດ​ດາວ​ຍິງ ປາຣີສ ​ແຊງ​ແຊກ​ແມງ ລະບຸ​ວ່າ ບໍ່​ເຄີຍ​ດີ​ໃຈ​ກັບ​ການ​ເປັນ​ນັກ​ເຕະ​ຄ່າ​ຕົວ​ແພງ​ສຸດ​ໃນ​ໂລກ,​ ​ແຕ່​ພູມ​ໃຈ​ກັບ​ຄວາມ​ສຳ​ເລັດ​ຂອງ​ຕົນ​ເອງ​ຫລາຍ​ກວ່າ.

​ເນ​ມາ ກອງ​ໜ້າ​ຊູ​ເປີ​ສະ​ຕາ​ຂອງ ປາຣີສ ​ແຊງ​ແຊກ​ແມງ ສະ​ໂມ​ສອນ​ຍັກ​ໃຫຍ່ ລີກ​ເອິງ ຝຣັ່ງ ​ເປີດ​ເຜີຍ​ວ່າ ລາວ​ບໍ່​ເຄີຍ​ຮູ້ສຶກ​ດີ​ໃຈ​ເລີຍ ກັບ​ການ​ທີ່​ຕົນ​ເອງ​ເປັນ​ນັກ​ເຕະ​ຄ່າ​ຕົວ​ແພງ​ສຸດ​ໃນ​ໂລກ ຫລັງ​ຍ້າຍ​ມາ​ຈາກ ບາ​ເຊ​ໂລ​ນາ ຍອດ​ສະ​ໂມ​ສອນ ລາ​ລີ​ກາ ສະ​ເປ​ນ ດ້ວຍ​ລາຄາ 222 ລ້ານ​ຢູ​ໂຣ ​ເມື່ອ​ປີ​ກ່ອນ.

ເນມາ ກ່າວ ! ບໍ່ເຄີຍດີໃຈກັບເລື່ອງຄ່າຕົວ - Visit Laos Visit SALANA BOUTIQUE HOTEL - ເນມາ ກ່າວ ! ບໍ່ເຄີຍດີໃຈກັບເລື່ອງຄ່າຕົວ

​ເຖິງ​ວ່າ​ເປັນ​ຊ່າວ​ທີ່​ສ້າງ​ຄວາມ​ຮື​ຮາ​ໃຫ້​ກັບ​ວົງ​ການ​ບານ​ເຕະ​ໂລກ ​ແຕ່​ຍອດ​ດາວ​ຍິງ​ທີ​ມຊາດ​ບຣາຊິ​ລ ອາຍຸ 26 ປີ ຢືນຢັນ​ວ່າ ​ເລື່ອງ​ຄ່າ​ຕົວ​ບໍ່​ແມ່ນ​ສິ່ງ​ທີ່​ຕົນ​ໃສ່​ໃຈ ​ແຕ່​ເປັນຄວາມ​ສຳ​ເລັດ​ຂອງ​ຕົນ​ເອງ​ໃນ​ເສັ້ນທາງ​ບານ​ເຕະ​ຫລາຍ​ກວ່າ.

ເນມາ ກ່າວ ! ບໍ່ເຄີຍດີໃຈກັບເລື່ອງຄ່າຕົວ - 3 - ເນມາ ກ່າວ ! ບໍ່ເຄີຍດີໃຈກັບເລື່ອງຄ່າຕົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!