ຮອງປະທານປະເທດຫວຽດນາມສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫລວງພະບາງ

ຮອງປະທານປະເທດຫວຽດນາມສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫລວງພະບາງ - Vice vietnam president - ຮອງປະທານປະເທດຫວຽດນາມສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫລວງພະບາງ
ຮອງປະທານປະເທດຫວຽດນາມສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫລວງພະບາງ - kitchen vibe - ຮອງປະທານປະເທດຫວຽດນາມສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫລວງພະບາງ

ໃນລະຫວ່າງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການແຕ່ວັນທີ 19-22 ມິຖຸນານີ້, ພາຍຫລັງການເຄື່ອນໄຫວພົບປະຢ້ຽມຢາມການນຳຂັ້ນສູງຂອງ ສປປ ລາວ ແລະ ສະຖານທີ່ຕ່າງໆຢູ່ນະຄອນຫລວງວຽງຈັນແລ້ວ, ສະຫາຍນາງ ດັ້ງ ຖິ ຫງ໋ອກ ທິ້ງ ຮອງປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ຄະນະ ກໍໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫລວງພະບາງໃນວັນທີ 21-22 ມິຖຸນານີ້ ແລະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ.

ໃນໂອກາດນີ້, ສະຫາຍ ຄໍາຂັນ ຈັນທະວີສຸກ ໄດ້ສະແດງຄວາມຍິນດີທີ່ໄດ້ຮັບກຽດຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມນະຄອນຫລວງພະບາງໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການພົບປະສອງຝ່າຍຮ່ວມກັບ ສະຫາຍ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ.   ພ້ອມນີ້, ສະຫາຍເຈົ້າແຂວງກໍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຢູ່ແຂວງຫລວງພະບາງໂດຍຫຍໍ້ໃຫ້ສະຫາຍຮອງປະທານປະເທດຫວຽດນາມຊາບ, ໂດຍໄດ້ຍົກໃຫ້ເຫັນຈຸດພິເສດ ແລະ ທ່າແຮງບົ່ມຊ້ອນຂອງແຂວງຫລວງພະບາງ. ພ້ອມທັງຖືໂອກາດນີ້ຕາງໜ້າໃຫ້ອົງການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າຂອງແຂວງສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ຕໍ່ແຂວງຫລວງພະບາງໃນໄລຍະຜ່ານມາ.

ຮອງປະທານປະເທດຫວຽດນາມສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫລວງພະບາງ - Visit Laos Visit SALANA BOUTIQUE HOTEL - ຮອງປະທານປະເທດຫວຽດນາມສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫລວງພະບາງ

ໃນໂອກາດດຽວກັນ, ສະຫາຍນາງ ດັ້ງ ຖິ ຫງ໋ອກ ທິ້ງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງການນໍາແຂວງ ກໍຄືປະຊາຊົນແຂວຫລວງພະບາງ, ໂດຍສະເພາະຊາວນະຄອນຫລວງພະບາງ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພັດທະນາເສດຖະກິດ-ສັງຄົມ ທີ່ແຂວງຫລວງພະບາງສາມາດຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າອົງການປົກຄອງແຂວງ ກໍຄືສະຫາຍເຈົ້າແຂວງຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ.

ພາຍຫລງສໍາເລັດການເຂົ້າຢ້ຽມຂໍ່ານັບ, ສະຫາຍເຈົ້າແຂວງກໍໄດ້ຈັດພິທີບາສີສູ່ຂວັນ ແລະ ຈັດງານລ້ຽງອາຫານຄໍ່າເປັນກຽດໃຫ້ແກ່ສະຫາຍຮອງປະທານປະເທດຫວຽດນາມ ແລະ ຄະນະ ທີ່ໂຮງແຮມເດິແກຣນຫລວງພະບາງ.

ໃນການຢ້ຽມຢາມແຂວງຫລວງພະບາງຄັ້ງນີ້, ສະຫາຍຮອງປະທານປະເທດຫວຽດນາມ ແລະ ຄະນະ ຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວສໍາຄັນຂອງນະຄອນຫລວງພະບາງ ເຊັ່ນ: ຫໍພິພິຕະພັນແຫ່ງຊາດຫລວງພະບາງ, ວັດຊຽງທອງ ແລະ ສູນຫັດຖະກໍາແຜ່ນແພບ້ານສ້າງຄ້ອງຕື່ມອີກດ້ວຍ.

ຮອງປະທານປະເທດຫວຽດນາມສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫລວງພະບາງ - 4 - ຮອງປະທານປະເທດຫວຽດນາມສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫລວງພະບາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!