ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສາກົນຕ້ານຢາ​ເສບ​ຕິດ 26 ມິຖຸນາ

ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສາກົນຕ້ານຢາ​ເສບ​ຕິດ 26 ມິຖຸນາ - PM Letter - ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສາກົນຕ້ານຢາ​ເສບ​ຕິດ 26 ມິຖຸນາ
ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສາກົນຕ້ານຢາ​ເສບ​ຕິດ 26 ມິຖຸນາ - kitchen vibe - ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສາກົນຕ້ານຢາ​ເສບ​ຕິດ 26 ມິຖຸນາ

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ

ເປັນທີ່ຊາບນຳກັນແລ້ວວ່າ ຢາເສບຕິດແມ່ນບັນຫາກວມລວມຂອງໂລກທີ່ເປັນໄພອັນຕະລາຍຕໍ່ມວນມະ ນຸດ, ເປັນບໍ່ເກີດແຫ່ງການກໍ່ອາຊະຍາກຳ, ການສໍ້ລາດບັງຫລວງ, ກົດໜ່ວງທ່ວງດຶງການພັດທະນາເສດຖະກິດ-ສັງ ຄົມຂອງຊາດ ທັງຍັງໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫລວງຕໍ່ບຸກຄົນ ແລະ ຄອບຄົວຜູ້ທີ່ຕົກເປັນທາດຂອງມັນ, ຢາເສບຕິດຍັງສືບຕໍ່ເປັນບັນຫາໃຫຍ່ທີ່ເປັນພິດໄພຕໍ່ສັງຄົມລາວ.

ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສາກົນຕ້ານຢາ​ເສບ​ຕິດ 26 ມິຖຸນາ - Visit Laos Visit SALANA BOUTIQUE HOTEL - ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສາກົນຕ້ານຢາ​ເສບ​ຕິດ 26 ມິຖຸນາ

ປັດຈຸບັນ, ຍັງມີການລັກລອບຄ້າຂາຍຢາເສບຕິດ, ມີການສົມຮູ້ຮ່ວມຄິດລະຫວ່າງຄົນລາວ ແລະ ຄົນຕ່າງ ປະເທດ, ມີການເຄື່ອນໄຫວຂອງກຸ່ມຄົນຂາຍຢາເສບຕິດຂ້າມຊາດ, ມີການນຳໃຊ້ພາຫະນະ-ເຕັກນິກທີ່ທັນສະໄໝ ເຂົ້າໃນການລັກລອບຂົນສົ່ງຄ້າຂາຍທີ່ເລິກແລບແນບນຽນ ແລະ ສິ່ງທີ່ໜ້າເປັນຫ່ວງທີ່ສຸດ ແມ່ນຢາເສບຕິດໄດ້ຊຶມເລິກເຂົ້າຫລາຍຊັ້ນຄົນໃນສັງຄົມ, ໄດ້ສ້າງຜົນເສຍຫາຍທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ສ້າງຄວາມບໍ່ສະຫງົບໃຫ້ແກ່ປະເທດຊາດ-ບ້ານເມືອງ, ທຳລາຍຖັນແຖວໄວໜຸ່ມ-ເຍົາວະຊົນ, ກໍ່ໃຫ້ເກີດມີການຫລິ້ນກິນ ຟຸມຟືອຍ, ເປັນນັກເລງອັນທະພານ, ຂີ້ລັກງັດແງະ, ປຸ້ນຈີ້ຊິງຊັບ, ອາລະວາດຕີກັນ. ນອກນີ້, ຢາເສບຕິດຍັງເປັນສາເຫດໃຫ້ເກີດການຟອກເງິນ, ການຊື້ຈ້າງ ແລະ ໃຫ້ສິນບົນ, ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຖັນແຖວພະນັກງານ ແລະ ເຈົ້າໜ້າທີ່ຕ່າງໆເປັນຈໍານວນຫລວງຫລາຍ.

ຍ້ອນບັນຫາດັ່ງກ່າວນັ້ນ, ໃນຊຸມປີຜ່ານມາຈົນເຖິງປັດຈຸບັນ, ພັກ ແລະ ລັດຖະບານເຮົາ ຈຶ່ງໄດ້ຖືເອົາການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດເປັນໜ້າທີ່ສຳຄັນຕົ້ນຕໍ ແລະ ໄດ້ຊີ້ນໍາ-ນຳພາການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງຈົດຈໍ່ ແລະ ເອົາຈິງເອົາຈັງຕະຫລອດມາ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນ ບັນດາຊັ້ນຄົນ ເປັນຕົ້ນແມ່ນຊາວໜຸ່ມ-ເຍົາວະຊົນໄດ້ຮັບຮູ້-ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ. ຄຽງຄູ່ກັນນັ້ນ, ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ການປະຕິບັດມາດຕະການທາງດ້ານກົດໝາຍຕໍ່ຜູ້ກະທຳຄວາມຜິດ ໂດຍສະເພາະໄດ້ຈັບກຸມຜູ້ກະທໍາຜິດ ແລະ ກັກຕົວບັນດາຫົວໂປ່ຕົວການຄ້າຂາຍຢາເສບຕິດລາຍໃຫຍ່ຈຳນວນໜຶ່ງມາດຳເນີນຄະດີຕາມລະບຽບກົດໝາຍ, ພ້ອມນັ້ນ ໄດ້ມີການພົວພັນຮ່ວມມືຢ່າງໃກ້ຊິດ, ເປັນເຈົ້າການ ແລະ ສະເໝີຕົ້ນສະເໝີປາຍກັບບັນດາປະເທດເພື່ອນມິດ ໂດຍສະເພາະກັບປະເທດບ້ານໃກ້ເຮືອນຄຽງ ແລະ ອົງການຈັດຕັ້ງສາກົນຕ່າງໆຕະຫລອດມາ.

ນະໂອກາດນີ້, ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະ ເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວ ຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ປະຊາຊົນບັນດາຊັ້ນຄົນໃນທົ່ວປະເທດທີ່ໄດ້ຕັ້ງໜ້າເຂົ້າຮ່ວມໃນການສະ ກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ. ພ້ອມກັນນີ້, ກໍຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງບັນ ດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນລະຫວ່າງປະເທດ, ອົງການບໍ່ສັງກັດລັດຖະບານ ແລະ ບັນດາຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນ, ອູ້ມຊູຊ່ວຍເຫລືອໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດຢ່າງໄດ້ຮັບຜົນດີເປັນຂັ້ນໆມາ.

ເພື່ອນຮ່ວມຊາດ ທີ່ຮັກແພງ,

ຢາເສບຕິດ ເປັນບັນຫາຂອງຊາດ ແລະ ຂອງສາກົນທີ່ກຳລັງເປັນໄພຂົ່ມຂູ່ຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງຂອງຊາດລາວເຮົາ. ດັ່ງນັ້ນ, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທຸກຊັ້ນຄົນ, ທຸກເພດໄວ ຈົ່ງໄດ້ພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ຫລຸດໜ້ອຍຖອຍລົງ ແລະ ໝົດໄປຈາກສັງຄົມລາວ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຈະສືບ ຕໍ່ໃຫ້ການສະໜັບສະໜູນ, ຮ່ວມມືຊ່ວຍເຫລືອດ້ານທຶນຮອນ, ບົດຮຽນ ແລະ ປະສົບການແກ່ລັດຖະບານ ແລະ ປະຊາຊົນລາວໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບຜົນດີ, ເຮັດໃຫ້ພາກພື້ນນີ້ຂອງໂລກໄດ້ປອດຢາເສບຕິດຢ່າງເປັນຮູບປະທຳ.        

ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສາກົນຕ້ານຢາ​ເສບ​ຕິດ 26 ມິຖຸນາ - 5 - ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສາກົນຕ້ານຢາ​ເສບ​ຕິດ 26 ມິຖຸນາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!