ເນມາ ບໍ່ສົນສຽງວິຈານຫວັງຫລິ້ນເອົາຊະນະເທົ່ານັ້ນ

ເນມາ ບໍ່ສົນສຽງວິຈານຫວັງຫລິ້ນເອົາຊະນະເທົ່ານັ້ນ - 36554231 817866538423921 4626233588055015424 n - ເນມາ ບໍ່ສົນສຽງວິຈານຫວັງຫລິ້ນເອົາຊະນະເທົ່ານັ້ນ
ເນມາ ບໍ່ສົນສຽງວິຈານຫວັງຫລິ້ນເອົາຊະນະເທົ່ານັ້ນ - kitchen vibe - ເນມາ ບໍ່ສົນສຽງວິຈານຫວັງຫລິ້ນເອົາຊະນະເທົ່ານັ້ນ

ເນມາ ກອງໜ້າທີມຊາດບຣາຊິລ ຕອບໂຕ້ກະແສວິຈານກໍລະນີທີ່ຕົນເອງລົງໄປນອນທີ່ສະໜາມຮ້ອງສຽງດັງ ຈາກຈັງຫວະຖືກນັກເຕະຝ່າຍກົງກັນຂ້າມເຂົ້າມາສະກັດໃນເກມ ບຣາຊິລ ເອົາຊະນະ ເມັກຊິໂກ 2-0 ໃນການແຂ່ງຂັນບານໂລກ 2018 ຮອບ 16 ທີມ ໃນວັນທີ 2 ກໍລະກົດວ່າ: ບໍ່ຕ້ອງການເກັບເລື່ອງນີ້ມາໃສ່ໃຈ ແລະ ຕົນເອງມາຫລິ້ນບານໂລກເພື່ອໄຊຊະນະເທົ່ານັ້ນ.

ເກມດັ່ງກ່າວ ເນມາ ສາມາດຍິງປະຕູໄດ້ໃນນາທີ 51 ກ່ອນຖືກ ໂຮແບໂຕ ຟີມິໂນ ຈະມາຍິງປະຕູກ່ອນປິດເກມໃນນາທີ 88. ແນວໃດກໍຕາມ ເກມນີ້ໄດ້ເກີດບັນຫາຂຶ້ນ ເມື່ອ ​ເນ​ມາ ຖືກ ມິເກລ ລາຍຸນ ນັກເຕະ​ເມັກຊິໂກ ມາຢຽບຂາ ກ່ອນລົງນອນກັບພຶ້ນ ແຕ່ຫລາຍຝ່າຍເບິ່ງວ່າ ເນມາ ສະແດງເກີນຄວາມເປັນຈິງ.

ຫລ້າສຸດ ເນມາ ໄດ້ອອກມາຕອບວ່າ: ຕົນເອງຄິດວ່າເລື່ອງນີ້ເປັນຄວາມພະຍາຍາມທີ່ຈະເຮັດໃຫ້ຕົນເອງໄດ້ຮັບບາດເຈັບຫລາຍກວ່າເລື່ອງອື່ນ ແຕ່ຕົນເອງບໍ່ສົນໃຈຈາກຄໍາວິຈານຂອງຫລາຍໆຄົນນັ້ນ ເພາະສິ່ງເຫລົ່ານີ້ ສົ່ງຜົນກະທົບຕໍ່ຕົວນັກກິລາ.  ສອງນັດຜ່ານມາຕົນເອງບໍ່ໄດ້ເວົ້າອອກຂ່າວເລີຍ ຕົນເອງພຽງຫລິ້ນເພື່ອທີມເທົ່ານັ້ນ ແລະ ເພື່ອໄຊຊະນະເທົ່ານັ້ນ ເພາະຜົນງານຈະເປັນຜົນພິສູດໃຫ້ເຫັນ.

ເນມາ ບໍ່ສົນສຽງວິຈານຫວັງຫລິ້ນເອົາຊະນະເທົ່ານັ້ນ - 3 - ເນມາ ບໍ່ສົນສຽງວິຈານຫວັງຫລິ້ນເອົາຊະນະເທົ່ານັ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!