ວິທີປ່ຽນໂຕເອງເປັນຄົນໃໝ່ໃຫ້ດີຂຶ້ນພາຍໃນໜຶ່ງເດືອນ

- 032007 2018 - ວິທີປ່ຽນໂຕເອງເປັນຄົນໃໝ່ໃຫ້ດີຂຶ້ນພາຍໃນໜຶ່ງເດືອນ
- kitchen vibe - ວິທີປ່ຽນໂຕເອງເປັນຄົນໃໝ່ໃຫ້ດີຂຶ້ນພາຍໃນໜຶ່ງເດືອນ
  1. ຍ່າງມື້ລະເຄິ່ງຊົ່ວໂມງ : ນອກຈາກຈະໄດ້ອອກກຳລັງກາຍແລ້ວ ການໃຊ້ເວລາຍ່າງກໍຊ່ວຍໃຫ້ຜ່ອນຄາຍ ແລະ ໄດ້ພົບປະຜູ້ຄົນໃໝ່ໆນຳອີກ.
  2. ຢ່າລືມຮັກໂຕເອງທຸກມື້ : ເລີ່ມຈາກຍອມຮັບຂໍ້ດີ – ຂ້ໍເສຍຂອງໂຕເອງ ແລະ ຮຽນຮູ້ທີ່ຈະຢູ່ກັບມັນ ຈື່ໄວ້ວ່າບໍ່ມີໃຜໃນໂລກນີ້ສົມບູນແບບ.
  3. ລອງກິນອາຫານຮູບແບບໃໝ່ທຸກມື້ : ນອກຈາກຈະໄດ້ປ່ຽນລົດຊາດແລ້ວ ການເຮັດແບບນີ້ຍັງອາດຊ່ວຍໃຫ້ທ່ານໄດ້ອາຫານຈານມັກເພີ່ມຂຶ້ນນຳ ທ່ານອາດຈະຖືກໃຈອາຫານສຸຂະພາບຈັກຈານຈົນເບື່ອອາຫານແບບເກົ່າທີ່ເຄີຍກິນໄປເລີຍກໍມີ.
  4. ງົດເຫລົ້າ ແລະ ຢາຕະຫລອດເດືອນ : ຮຽນຮູ້ທີ່ຈະມ່ວນໂດຍບໍ່ຕ້ອງເພິ່ງອານກໍຮໍ ຢ່າຄິດວ່າຈະຢູ່ໂດຍບໍ່ມັນບໍ່ໄດ້ ຫລື ຫາກທ່ານລອງບໍ່ແຕະຢາທີ່ທ່ານກິນຢູ່ທຸກມື້ ເຊັ່ນ : ຢານອນຫລັບ ປະມານໜຶ່ງເດືອນ ບໍ່ແນ່ວ່າທ່ານອາດຈະບໍ່ຕ້ອງແຕະມັນໄປອີກຕະຫລອດຊີວິດກໍເປັນໄດ້.
  5. ຂຽນຍ້ອງຍໍຄົນອື່ນ ແລ້ວບອກໃຫ້ເຂົາຮູ້ : ຈະສົ່ງເປັນອີເມວ, ຂໍ້ຄວາມ ຫລື ຈົດໝາຍກໍໄດ້ຄືກັນ ການເຮັດແບບນີ້ເປັນໂອກາດດີທີ່ຈະເຮັດໃຫ້ທ່ານປ່ຽນມາຄິດເຖິງຂໍ້ດີຂອງຄົນອື່ນແດ່ ແລະ ຍັງເປັນການສະແດງຄວາມເອົາໃຈໃສ່ນຳອີກ ເຮັດແບບນີ້ໄປ 30 ມື້ ທ່ານອາດເຮັດໃຫ້ໃຜຫລາຍໆຄົນມີຄວາມສຸກໄດ້ໝົດມື້ກໍມີ.
  6. ລົມກັບຄົນແປກໜ້າມື້ລະ 1 ຄົນ : ການເວົ້າກັບຄົນແປກໜ້າທຸກມື້ຕະຫລອດເດືອນຕ້ອງປ່ຽນທ່ານໃຫ້ເປັນຄົນໃໝ່ໄດ້ແນ່ນອນ ທ່ານຈະຮູ້ໄດ້ເລີຍວ່າການລົມກັບຄົນທີ່ຫາກໍຮູ້ຈັກມັນບໍ່ແມ່ນເລື່ອງແປກຫຍັງເລີຍ.
  7. ຖ່າຍຮູບທຸກມື້ : ຈະໄດ້ເຫັນຄວາມປ່ຽນແປງຂອງໂຕເອງໃນແຕ່ລະມື້ ແລະ ຮູບເຫລົ່ານີ້ຍັງເຮັດໃຫ້ທ່ານນຶກເຖິງຄວາມຊົງຈຳເກົ່າໆໄດ້ດີກ່ວາຄຳບອກເລົ່າ.
  8. ທົບທວນຄວາມເຊື່ອຂອງໂຕເອງ : ອັນໃດເປັນພຽງແຕ່ຄະຕິຂອງໂຕເອງຫລາຍກ່ວາເປັນຄວາມເຊື່ອທີ່ມີເຫດຜົນ ກໍຈົ່ງ ຫລຸດຄວາມເຊື່ອເກົ່າໆ ເພື່ອເປີດໃຈຮຽນຮູ້ເລື່ອງໃໝ່ໆເພີ່ມຂຶ້ນ.
  9. ຕື່ນແຕ່ເຊົ້າ : ຢ່ານອນກິນບ້ານກິນເມືອງ ຕື່ນມາສືບອາກາດບໍລິສຸດຍາມເຊົ້າແດ່ ແລ້ວຈະຮູ້ວ່າມັນເຮັດໃຫ້ຮູ້ສຶກດີກ່ວາທີ່ຄິດ.
  10. ຮຽນແຕ້ມຮູບຄົນ : ເປັນອີກວິທີໜຶ່ງທີ່ເຮັດໃຫ້ທ່ານຮູ້ຈັກສັງເກດຫລາຍຂຶ້ນ ຝຶກໄປ 1 ເດືອນ ສີມືຂອງທ່ານຕ້ອງພັດທະນາຂຶ້ນແນ່ນອນ.
  11. ເບິ່ງສາລະຄະດີທຸກມື້ : ນີ້ເປັນອີກໜຶ່ງວິທີທີ່ຈະຮຽນຮູ້ສິ່ງໃໝ່ໆທີ່ທ່ານບໍ່ອາດພົບຫາໄດ້ເອງໃນຊີວິດປະຈຳວັນ ຖ້າບໍ່ສະດວກຈະເບິ່ງຕາມເວລາທີ່ສາຍທາງໂທລະພາບກໍສາມາດຫາເບິ່ງຕາມເວັບໄຊອອນລາຍໄດ້.
  12. ອ່ານໜັງສືມື້ລະບົດ : ທຸກຄົນຮູ້ວ່າການອ່ານໜັງສືເປັນສິ່ງທີ່ດີ ທັງຊ່ວຍຝຶກສະມາທິ ແລະ ເຮັດໃຫ້ໄດ້ຮຽນຮູ້ສິ່ງໃໝ່ໆ ແຕ່ປະຈຸບັນເຮົາເກືອບຈະບໍ່ໄດ້ຫ່າງຈາກຈໍຄອມພິວເຕີເລີຍ ເຮັດໃຫ້ບໍ່ມີເວລາອ່ານໜັງສື ຄວນຫາເວລາອອກໄປອ່ານໜັງສືຂ້າງນອກແດ່ ເປັນຕົ້ນແມ່ນຮ້ານກາເຟບັນຍາກາດສະບາຍໆກໍດີຄືກັນ.
  13. ສຶກສາເລື່ອງທີ່ຢາກຮຽນທຸກມື້ : ຖ້າຢາກຈະຮຽນຫຍັງກໍຕາມ ບໍ່ວ່າຈະແມ່ນພາສາ, ເຮັດເຂົ້າໜົມ, ຂຽນໂປຣແກຣມ ທ່ານຄວນຈະຝຶກທຸກມື້ ຈະໄດ້ພັດທະນາຄວາມສາມາດຂອງຕົນ ແລະ ເຮັດສິ່ງທີ່ມັກໄປພ້ອມໆກັນ.
  14. ລອງປ່ຽນເສັ້ນທາງ : ບໍ່ວ່າຈະໄປໂຮງຮຽນ, ບ່ອນເຮັດວຽກ ຫລື ໄປໃສ ລອງປ່ຽນເສັ້ນທາງຈະໄດ້ຮູ້ຈັກເສັ້ນທາງຫລາຍຂຶ້ນ ແລະ ໄດ້ປ່ຽນບັນຍາກາດນຳ.
  15. ອ່ານບົດຄວາມກ່ຽວກັບຄົນທີ່ປະສົບຄວາມສຳເລັດ : ທ່ານສາມາດເລືອກອ່ານໄດ້ຫລາຍໆແບບ ທັງຄົນບັນເທີງ, ນັກທຸລະກິດ, ນັກການເມືອງ ຫລື ອື່ນໆ ຄົນເຫລົ່ານີ້ອາດເປັນແຮງບັນດານໃຈ ແລະ ເປັນກຳລັງໃຈໃຫ້ທ່ານໄດ້ຮູ້ວ່າ ບໍ່ວ່າໃຜກໍຕ້ອງຜ່ານອຸປະສັກກ່ອນຈະປະສົບຄວາມສຳເລັດ.
  16. ຫ້າມຕົວະ : ເຊົາຕົວະ 1 ເດືອນ, ເຊົາເກງໃຈຄົນອື່ນ ແລະ ເວົ້າໃນສິ່ງທີ່ຕົນເອງຄິດແດ່ ຫາກທ່ານເຮັດໄດ້ ທ່ານອາດບໍ່ຕ້ອງຕົວະອີກເລີຍຕະຫລອດຊີວິດ.
  17. ເຊົາເຮັດນິໄສບໍ່ດີຂອງໂຕເອງ 1 ຂໍ້ຕະຫລອດເດືອນໜຶ່ງ : ຈະແມ່ນນິໄສຂໍ້ໃດກໍໄດ້ ບໍ່ວ່າຈະແມ່ນກຽດຄ້ານ, ຕິດຢາສູບ ຫລື ອັນໃດກໍຕາມ ພະຍາຍາມງົດມັນຕະຫລອດໜຶ່ງເດືອນ ບໍ່ແນ່ວ່າມັນອາດເຮັດໃຫ້ທ່ານເຊົານິໄສນັ້ນຖາວອນເລີຍກໍມີ.
  18. ສ້າງແຮງບັນດານໃຈໃຫ້ ໂຕເອງທຸກມື້ : ຈະຊ່ວຍໃຫ້ເຮົາມີຄວາມຕັ້ງໃຈ ແລະ ມີເປົ້າໝາຍໃນຊີວິດ.
  19. ວາງແຜນຊີວິດໃນອີກ 30 ປີຂ້າງໜ້າ : ການວາງແຜນຊີວິດໄວ້ກ່ອນຈະເຮັດໃຫ້ເຮົາໝັ້ນໃຈໃນອະນາຄົດຂອງໂຕເອງຫລາຍຂຶ້ນ ແລະ ເຮັດໃຫ້ເຮົາໄດ້ໃຊ້ຊີວິດຢ່າງມີເປົ້າໝາຍ.
  20. ເຮັດສິ່ງທີ່ບໍ່ກ້າເຮັດ : ຄວາມຢ້ານເປັນໂຕຂັດຂວາງບໍ່ໃຫ້ເຮົາເຮັດສິ່ງທີ່ຢາກເຮັດຈັກເທື່ອ ລອງພະເຊີນໜ້າກັບສິ່ງທີ່ ຢ້ານມື້ລະໜ້ອຍ ອາດເຮັດໃຫ້ທ່ານເອົາຊະນະຄວາມຢ້ານໃນບໍ່ຊ້າ.
  21. ນັ່ງສະມາທິ : ຊ່ວຍໃຫ້ທ່ານໄດ້ຜ່ອນຄາຍ, ລືມເລື່ອງເຄັ່ງຄຽດທີ່ທ່ານໝົກໝຸ້ນຖິ້ມໄປ ເປັນການປ່ອຍວາງໃຫ້ຈິດໃຈສະຫງົບຂຶ້ນໄດ້.
  22. ເຮັດດີມື້ລະໜ້ອຍ : ລອງໃຫ້ໂດຍບໍ່ຫວັງສິ່ງຕອບແທນ, ລອງໃຫ້ເງິນຄົນຂໍທານໂດຍບໍ່ສົນວ່າເຂົາຈະເຮັດທຳທ່າເປັນຄົນພິການຫລືບໍ່, ເຂົາທຸກແທ້ຫລືບໍ່, ໃຫ້ແລ້ວເຮົາຈະໄດ້ຫຍັງ, ໃຫ້ພຽງເພາະສຸກໃຈທີ່ຈະໃຫ້ກໍພໍແລ້ວ.
- 3 - ວິທີປ່ຽນໂຕເອງເປັນຄົນໃໝ່ໃຫ້ດີຂຶ້ນພາຍໃນໜຶ່ງເດືອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!