Spanish Super Cup 2018 ບາຊາ ພົບ ເຊບີຢ້າ ຈະແຂ່ງນອກປະເທດຄັ້ງທຳອິດ

- 37652757 277268513041948 4069627503193358336 n - Spanish Super Cup 2018 ບາຊາ ພົບ ເຊບີຢ້າ ຈະແຂ່ງນອກປະເທດຄັ້ງທຳອິດ
- kitchen vibe - Spanish Super Cup 2018 ບາຊາ ພົບ ເຊບີຢ້າ ຈະແຂ່ງນອກປະເທດຄັ້ງທຳອິດ

ສະຫະພັນບານເຕະສະເປນ ຢືນຢັນວ່າ: ການແຂ່ງຂັນເຕະບານ Spanish Super Cup 2018 ລະຫວ່າງ ບາເຊໂລນາ ແຊ້ມລາລີກ້າ ແລະ ແຊ້ມໂຄປ້າເດວເຣ ລະດູການ 2017-18 ພົບກັບ ເຊບີຢາ ຮອງແຊ້ມໂຄປ້າເດວເຣ ລະດູການ 2017-18 ຈະແຂ່ງຂັນຢູ່ນອກປະເທດ​ສະ​ເປ​ນເປັນຄັ້ງທຳອິດ ຊຶ່ງຝ່າຍຈັດການແຂ່ງຂັນເລືອກໄປຈັດຢູ່ປະເທດໂມຣັອກໂຄ ທີ່ສະຫນາມ Stade Ibn Batouta ໃນເມືອງTangier ໂດຍຈະແຂ່ງຂັນໃນວັນທີ 12 ສິງຫາ 2018 ເວລາທ້ອງຖິ່ນ 21:00 ກົງກັບເວລາໃນປະເທດລາວ 03:00 ເຊົ້າວັນທີ 13 ສິງຫາ 2018.

ລາຍການນີ້ຈັດຂຶ້ນເປັນປະຈຳທຸກປີ ກ່ອນເລີ່ມລີກລະດູການໃຫມ່ ໂດຍຈະເອົາແຊ້ມລາລີກ້າ ພົບກັບແຊ້ມໂຄປ້າເດວເຣ, ແຕ່ຖ້າແຊ້ມລາລີກ້າ ກັບແຊ້ມໂຄປ້າເດວເຣເປັນທີມດຽວກັນ ແມ່ນຈະເອົາຮອງແຊ້ມໂຄປ້າເດວເຣມາແທນ.

ບາເຊໂລນາ ເປັນແຊ້ມສູງສຸດ 12 ສະໄຫມ, ຮອງລົງມາແມ່ນ ຣີລ ມາດຣິດ 10 ສະໄຫມ.

- 5 - Spanish Super Cup 2018 ບາຊາ ພົບ ເຊບີຢ້າ ຈະແຂ່ງນອກປະເທດຄັ້ງທຳອິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!