ນັກວິທະຍາສາດຊີ້ໄພທຳມະຊາດໜັກ ທົ່ວໂລກຕອນນີ້ເປັນຍ້ອນ ການປ່ຽນແປງສະພາບອາກາດ


ນັກວິທະຍາສາດຊີ້ວ່າ: ໄພພິບັດທາງທຳມະຊາດທີ່ເກີດຂຶ້ນທົ່ວໂລກໃນປັດຈຸບັນນີ້ ທັງຄື້ນຄວາມຮ້ອນທຳລາຍສະຖິຕິ, ໄຟໄໝ້ປ່າຮຸນແຮງ ແລະ ນ້ຳຖ້ວມໃຫຍ່ ລ້ວນເປັນຜົນຈາກການປ່ຽນແປງສະພາບອາກາດ.
ທ່ານ ໂນອາ ດິຟເຟນເບົາ ນັກວິທະຍາສາດດ້ານພູມອາກາດ ມະຫາວິທະຍາໄລສະແຕນຟອດ ເປີດເຜີຍວ່າ: ມີຫລັກຖານຈະແຈ້ງວ່າ: ສະພາບໂລກຮ້ອນເຮັດໃຫ້ພື້ນທີ່ກວ່າ 80% ຂອງໂລກມີໂອກາດຮ້ອນສູງສຸດເປັນປະຫວັດສາດ ແລະ ເຮັດໃຫ້ພື້ນທີ່ປະມານເຄິ່ງໜຶ່ງຂອງໂລກມີໂອກາດຝົນຕົກໜັກຫລາຍເປັນປະຫວັດສາດເຊັ່ນກັນ.
ທ່ານ ເຈຟ ມາສເຕີສ ຜູ້ອຳນວຍການອົງການເວເທີອັນເດີກຣາວ ກ່າວວ່າ: ເອີຣົບ, ຍີ່ປຸ່ນ ແລະ ພາກຕາເວັນຕົກຂອງອາເມລິກາ ເກີດກະແສລົມທີ່ພັດເປັນແນວໂຄ້ງຫລາຍອາທິດແລ້ວ ເຮັດໃຫ້ຄວາມຮ້ອນຖືກເກັບກັກໄວ້. ທ່ານ ໄມເຄິລ ມານ ນັກວິທະຍາສາດດ້ານພູມອາກາດ ມະຫາວິທະຍາໄລເພນຊິລເວເນຍ ຊີ້ວ່າ: ລັກສະນະອາກາດແບບນີ້ເຄີຍເຮັດໃຫ້ເອີຣົບເກີດຄື້ນຄວາມຮ້ອນໃນປີ 2003 ຣັດເຊຍເກີດຄື້ນຄວາມຮ້ອນ ແລະ ໄຟໄໝ້ປ່າໃນປີ 2010 ລັດເທກຊັສ ແລະ ລັດໂອຄລາໂຮມາຂອງອາເມລິກາເກີດສະພາບແຫ້ງແລ້ງໃນປີ 2011, ການາດາເກີດໄຟໄໝ້ປ່າໃນປີ 2016.
ຄະນະນັກວິທະຍາສາດໃນໂຄງການເວິລເວເທີແອຕທຣິບູຊັນ ເປີດເຜີຍຜົນການສຶກສາໃນວັນທີ 27 ກໍລະກົດວ່າ: ຜົນການປຽບທຽບການວັດແທກ ແລະ ພະຍາກອນຄວາມຮ້ອນໃນໄລຍະ 3 ວັນຂອງໂຮນລັງ, ດານມາກ ແລະ ອຽກລັງ ກັບສະຖິຕິສູງສຸດໃນໄລຍະປີ 1900 ພົບວ່າ: ມີຄວາມເປັນໄປໄດ້ປະມານ 2 ເທົ່າວ່າຄື້ນຄວາມຮ້ອນທີ່ແຜ່ປົກຄຸມທົ່ວເອີຣົບໃນປັດຈຸບັນນີ້ເປັນຜົນຈາກສະພາບໂລກຮ້ອນທີ່ເກີດຈາກຝີມືມະນຸດເຊັ່ນ: ໄຟໄໝ້ປ່າໃນເກຣັກທີ່ຂ້າຊີວິດຄົນໄປແລ້ວ 83 ຄົນ ຮຸນແຮງທີ່ສຸດໃນເອີຣົບນັບແຕ່ປີ 1900.