ກອງປະຊຸມຄັ້ງທີ XIII ຄະນະກໍາມະການຊາຍແດນລາວ-ມຽນມາ

ກອງປະຊຸມຄັ້ງທີ XIII ຄະນະກໍາມະການຊາຍແດນລາວ-ມຽນມາຂັ້ນສູນກາງ ໄດ້ຈັດຂຶ້ນໃນວັນທີ 15-16 ສິງຫານີ້, ທີ່ນະຄອນຫລວງພະບາງ, ຄະນະຜູ້ແທນລາວນຳໂດຍທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍມຽນມານຳໂດຍທ່ານ ອູ ມິນ ຕໍ ເລຂາທິການກະຊວງການຕ່າງປະເທດ, ພ້ອມດ້ວຍຕົວແທນຈາກຂະແໜງການ ແລະ ແຂວງທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ, ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄັ້ງທີ XII ຂອງຄະນະກຳມະການຊາຍແດນລາວ-ມຽນມາຂັ້ນສູນກາງໃນໜຶ່ງປີຜ່ານມາ. ນອກນີ້, ຍັງໄດ້ປຶກສາຫາລືບັນຫາທີ່ພົວພັນເຖິງການຮ່ວມມືລະຫວ່າງເຈົ້າໜ້າທີ່ຊາຍແດນຂອງທັງສອງປະເທດເປັນຕົ້ນແມ່ນການນຳໃຊ້ບັດຜ່ານແດນ, ດ່ານຊາຍແດນ, ການຄ້າຊາຍແດນ, ການຄຸ້ມຄອງ ແລະ ກວດກາຫລັກໝາຍຊາຍແດນ, ການສະກັດກັ້ນການຄ້າຂາຍຢາເສບຕິດ, ການເດີນເຮືອຕາມລຳແມ່ນ້ຳຂອງ ແລະ ບັນຫາອື່ນໆ. ພ້ອມນີ້, ຫົວໜ້າຄະນະທັງສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດລາວ-ມຽນມາ ທີ່ໄດ້ມີການຂະຫຍາຍຕົວຂຶ້ນສູ່ລະດັບສູງ, ເຊິ່ງສະແດງອອກໃນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດໃນໄລຍະຜ່ານມາ, ລວມທັງການຮ່ວມມືອັນດີໃນຂົງເຂດວຽກງານຊາຍແດນ. ການຂະຫຍາຍຕົວຂອງການພົວພັນຮ່ວມມືດັ່ງກ່າວບໍ່ພຽງແຕ່ຈະສ້າງຜົນປະໂຫຍດທາງດ້ານເສດຖະກິດໃຫ້ແກ່ປະຊາຊົນຕາມຊາຍແດນເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມສັນຕິພາບ ແລະ ຄວາມກ້າວໜ້າຂອງສອງປະເທດ ກໍຄືພາກພື້ນ.
ໃນໂອກາດນີ້, ປະທານຄະນະກຳມະການຊາຍແດນລາວ-ມຽນມາຂັ້ນສູນກາງ ໄດ້ຕາງໜ້າລັດຖະບານລົງນາມຮັບຮອງເອົາແຜນທີ່ເສັ້ນຊາຍແດນລາວ-ມຽນມາ ໝາຍເລກ 12 ສະບັບປັບປຸງໃໝ່, ເຊິ່ງແຜນທີ່ສະບັບດັ່ງກ່າວແມ່ນໄດ້ນຳໃຊ້ເຕັກນິກທັນສະໄໝທີ່ມີຄວາມຊັດເຈນສູງ ເພື່ອເປັນເອກະສານຊ້ອນທ້າຍສັນຍາ ວ່າດ້ວຍເສັ້ນຊາຍແດນຖາວອນລະຫວ່າງສອງປະເທດ, ສະບັບລົງວັນທີ 11 ມິຖຸນາ 1994, ເຊິ່ງທັງສອງຝ່າຍເຫັນດີເປັນເອກະພາບກັນໃນການຊຸກຍູ້ໃຫ້ເຈົ້າໜ້າທີ່ຊາຍແດນທ້ອງຖິ່ນຂອງຕົນເອົາໃຈໃສ່ເພີ່ມທະວີການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານໃນການປ້ອງກັນການກໍ່ອາຊະຍາກຳຂ້າມແດນ, ການຄ້າຂາຍຢາເສບຕິດ ແລະ ສິ່ງຜິດກົດໝາຍອື່ນໆ ເພື່ອແນໃສ່ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ. ພ້ອມນັ້ນ, ກໍເຫັນດີໃຫ້ເຈົ້າໜ້າທີ່ທ້ອງຖິ່ນສຶກສາອົບຮົມປະຊາຊົນທີ່ອາໄສຢູ່ບໍລິເວນຊາຍແດນຂອງສອງປະເທດ ປະຕິບັດການເຂົ້າ-ອອກເມືອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດ.
ກອງປະຊຸມຄັ້ງນີ້, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ, ທັງເປັນການປົກປັກຮັກສາເສັ້ນຊາຍແດນຂອງສອງປະເທດໃຫ້ກາຍເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຍາວນານ.