ຍທຂ ແຂວງ ໄຊຍະບູລີ ເລັ່ງສ້ອມແປງທາງຢູ່ 4 ເມືອງໃຕ້

ຂປລ. ປັດຈຸບັນ ພະນັກ ງານວິຊາການຈາກພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງໄຊຍະບູລີ ສົບທົບກັບເມືອງ ແລະ ບໍລິ ສັດວາດສະໜາ ພັດທະນາ ກໍ່ສ້າງຂົວ-ທາງຈໍາກັດ, ພ້ອມ ກັນສ້ອມແປງເສັ້ນທາງບາງ ເສັ້ນທີ່ໄດ້ຮັບ ຄວາມເສຍຫາຍ ຈາກສະພາບຝົນຕົກໜັກຕິດ ຕໍ່ກັນ ຫລາຍວັນ ໂດຍສະເພາະ ແກ້ໄຂຈຸດທີ່ມີຄວາມຫຍຸ້ງ ຍາກຫລາຍກວ່າໝູ່ເພື່ອໃຫ້ ປະຊາຊົນສາມາດທຽວໄດ້.
+ ສ້າງຂະບວນສ້ອມແປງທາງຈຸດສຸມຜາບັງລະວິງ-ລະເວີນເມືອງເຊໂປນ
+ ເສັ້ນທາງ-ຂົວ ຫລາຍຈຸດຢູ່ເມືອງສະໜາມໄຊໄດ້ຮັບຄວາມເສຍຫາຍ
ສຳລັບ ເສັ້ນທາງທີ່ເປ່ ເພ ແລະ ກໍາລັງໄດ້ຮັບການສ້ອມ ແປງປັດຈຸບັນແມ່ນນັບແຕ່ ເສັ້ນທາງຕົວເມືອງ ແກ່ນ ທ້າວ ຫາ ບ້ານເວີນຄໍາ ແລະ ບ້ານປາກເຫືອງ, ເສັ້ນທາງ ແຕ່ບ້ານນໍ້າປຸຍຫາ ບ້ານ ນາ ແວນ ເມືອງພຽງ, ເສັ້ນ ທາງແຕ່ບ້ານບວມເລົາຫາ ບ້ານນໍ້າຍາງ ເມືອງ ປາກ ລາຍ ແລະ ໄດ້ມອບໃຫ້ ບໍລິສັດ ວາດສະໜາ ພັດທະນາ ກໍ່ສ້າງຂົວ- ທາງຈຳກັດເປັນ ຜູ້ຊ່ວຍສ້ອມແປງທັງນີ້, ກໍ ເພື່ອອຳນວຍຄວາມສະ ດວກໃຫ້ແກ່ປະຊາຊົນ ໃນການໄປ-ມາຫາສູ່ກັນ ແລະ ເພື່ອຄວາມສະດວກໃຫ້ ຊາວຄ້າຂາຍ ໃນເຂດດັ່ງ ກ່າວນັ້ນໄດ້ ເຮັດທຸລະກິດ ຄ້າຂາຍຮັບໃຊ້ຊີວິດປະຈຳວັນ./.