ທ່ານ ທຣຳ ຢືນຢັນບໍ່ປານີປານອມໃຫ້ຕວກກີ

ປະທານາທິບໍດີ ໂດນັລ ທຣຳ ກ່າວວ່າ: ອາເມລິກາຈະບໍ່ມີທາງເປັນຝ່າຍປານີປານອມຕາມຄວາມຕ້ອງການຂອງລັດຖະບານອັງກາຣາ ຈາກຄວາມຂັດແຍ່ງເລື່ອງບາດຫລວງຊາວອາເມລິກາ ເຊິ່ງຖືກກັກຂັງຢູ່ຕວກກີ.
EXCLUSIVE: Trump says 'there will be no concessions' with Turkey over detained U.S. pastor; says not concerned about potential for economic damage to Europe over U.S. tariffs against Turkey. More from @Reuters interview: https://t.co/IfaUa53BaH pic.twitter.com/oa53HSyatx
— Reuters Top News (@Reuters) August 20, 2018
ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂດນັລ ທຣຳ ກ່າວໃນວັນທີ 20 ສິງຫາວ່າ: ກ່ຽວກັບການພົວພັນປັດຈຸບັນລະຫວ່າງອາເມລິກາກັບຕວກກີວ່າ: ທ່ານຈະບໍ່ມີທາງເປັນຝ່າຍປານີປານອມ ແລະ ເຕືອນວ່າ: ລັດຖະບານອັງກາຣາ “ກຳລັງເຮັດຜິດ”. ພ້ອມທັງຢືນຢັນວ່າ: ມາດຕະການກົດດັນທາງເສດຖະກິດຂອງລັດຖະບານວໍຊິງຕັນຕໍ່ຕວກກີວ່າ: ບໍ່ໄດ້ສ້າງຄວາມກັງວົນໃຫ້ທ່ານ ເພາະເປັນວິທີການ “ເໝາະສົມແລ້ວ”.
Turkish President Recep Tayyip Erdogan says that the US has chosen a pastor over relations with a NATO ally and that Turkey is ready to walk away from the dollar to trade in local currencies with allies Russia, China, Iran and the Ukraine https://t.co/XHedt1Q3BI pic.twitter.com/pDTC1JDNTq
— TRT World Now (@TRTWorldNow) August 12, 2018
ທັງນີ້, ຜູ້ນຳອາເມລິກາປະຕິເສດຢ່າງຈະແຈ້ງເຖິງ “ເງື່ອນໄຂ” ທີ່ລັດຖະບານອັງກາຣາຫວັງເຮັດໃຫ້ລັດຖະບານວໍຊິງຕັນເປັນຝ່າຍປານີປານອມກ່ອນ, ແຕ່ສື່ທ້ອງຖິ່ນຂອງອາເມລິກາຫລາຍແຫ່ງລາຍງານ ໂດຍອ້າງແຫລ່ງຂ່າວໃນທຳນຽບຂາວວ່າ: ເພື່ອແລກກັບອິດສະລະພາບຂອງທ່ານ ແອນດຣູ ບຣັນສັນ ບາດຫລວງຊາວອາເມລິກາອາຍຸ 50 ປີ ເຊິ່ງຖືກຄວບຄຸມ ແລະ ດຳເນີນຄະດີໃນຂໍ້ຫາກໍ່ການຮ້າຍແຕ່ປີ 2016 ແຕ່ອາດລວມເຖິງການປ່ອຍຕົວພົນລະເມືອງອາເມລິກາ “ອີກຫລາຍຄົນ” ແລະ ພົນລະເມືອງຕວກກີທີ່ເຮັດວຽກໃຫ້ສະຖານເອກອັກຄະລັດຖະທູດ ແລະ ສະຖານກົງສຸນອາເມລິກາ. ລັດຖະບານອັງກາຣາຕ້ອງການໃຫ້ອາເມລິກາຢຸດການກວດສອບ “ຮັລແບງ” ສະຖາບັນການເງິນຂອງຕວກກີທີ່ກະຊວງການເງິນອາເມລິກາກ່າວຫາວ່າ: ຊ່ວຍເຫລືອອີຣານຈາກມາດຕະການຂວ້ຳບາດຂອງລັດຖະບານວໍຊິງຕັນ.
ນອກຈາກນີ້, ລັດຖະບານອັງກາຣາຕ້ອງການໃຫ້ອາເມລິກາເຈລະຈາກັບອິດສະລາແອນ ເພື່ອຊ່ວຍເຫລືອນາງ ອີບຣູ ອອດກັນ ຍິງຊາວຕວກກີ ເຊິ່ງກຳລັງຖືກກັກຂັງຢູ່ອິດສະລາແອນ. ເຖິງຢ່າງໃດກໍຕາມ, ລັດຖະບານວໍຊິງຕັນຢືນຢັນວ່າ: ຂໍ້ຮຽກຮ້ອງທັງໝົດຂອງຕວກກີ ”ຈະໄດ້ຮັບການຕອບສະໜອງ” ເມື່ອບາດຫລວງ ບຣັນສັນ ໄດ້ຮັບອິດສະລະພາບເທົ່ານັ້ນ.