ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ

ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ - 1534839000981 800x0 - ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ
ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ - Untitled design 1 - ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ

ທ່ານ ຊົງ ຢອງ​ມູ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫລີ ​ເປີດ​ເຜີຍ​ວ່າ: ສປປ ​ເກົາຫລີ ​ແລະ ສ.​ເກົາຫລີ ຕົກລົງ​ຈະ​ທົດ​ລອງ​ປິດ​ປ້ອມ​ບໍລິ​ເວນ​ຊາຍ​ແດນ​ບາງ​ແຫ່ງ​ໃນ​ໄລຍະ​ການ​ພົວພັນ​ຂອງ​ສອງ​ປະ​ເທດ​ດີ​ຂຶ້ນຢ່າງ​ວ່ອງ​ໄວ.

ທ່ານ ຊົງ ຖະ​ແຫລ​ງຕໍ່​ລັດຖະສະພາ​ໃນ​ວັນ​ທີ 21 ສິງຫາ​ນີ້​ວ່າ: ສ.​ເກົາຫລີ ຈະ​ປິດ​ປ້ອມ​ຊາຍ​ແດນ 10 ​ແຫ່ງ​ຕາມ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ວາງ​ໃຈ ຫລັງ​ຈາກ​ຜູ້ນຳ​ສອງ​ປະ​ເທດ​ປະຊຸມ​ສຸດ​ຍອດ​ກັນ​ຢູ່​ປານ​ມູນ​ຈອມ ​ໃນ​ເດືອນ​ເມສາ​ຜ່ານ​ມາ ​ໂດຍ​ຈະ​ທະຍອຍ​ປິດ​ໜຶ່ງ ຫລື ສອງ​ປ້ອມ​ກ່ອນ ​ແລະ ສປປ ​ເກົາຫລີ ຈະ​ປະຕິບັດ​ເຊັ່ນ​ກັນ. ທັງ​ສອງ​ຝ່າຍ​ເຫັນ​ພ້ອມ​ວ່າ: ຈະ​ປິດ​ປ້ອມ​ທີ່ຢູ່​ໃກ້​ກັນ​ກ່ອນ ປ້ອມ​ທີ່​ໃກ້​ກັນ​ຫລາຍ​ທີ່​ສຸດ​ຫ່າງ​ກັນ​ພຽງ 700 ​ແມັດ​ເທົ່າ​ນັ້ນ, ຈາກ​ນັ້ນຈະ​ທະຍອຍ​ປິດ​ປ້ອມ​ທີ່ຢູ່​ພາຍ​ໃນ​ລັດສະໝີ 1 ກິ​ໂລ​ແມັດ​ຂອງ​ກັນ ​ແລະ ກັນ.

ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ - Visit Laos Visit SALANA BOUTIQUE HOTEL - ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ

ສປປ ​ເກົາຫລີ ​ແລະ ສ.​ເກົາ​ຫລີ ຕັ້ງປ້ອມ​ຊາຍ​ແດນ, ຝັງ​ທຸ່ນ​ລະ​ເບີດ ​ແລະ ຕິດຕັ້ງຮົ້ວໜາມ​ບໍລິ​ເວນ​ເຂດ​ປອດ​ທະຫານ​ທີ່​ແບ່ງ​ແຫລມ​ເກົາຫລີ​ອອກ​ເປັນ​ສອງ​ປະ​ເທດ ຫລັງ​ສົງຄາມ​ເກົາຫລີ​ສິ້ນສຸດ​ລົງ​ໃນ​ປີ 1953 ​ເປັນ​ພື້ນທີ່​ກວ້າງ​ປະມານ 4 ກິ​ໂລ​ແມັດ.

ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ -    AD conten website - ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ
ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ - lattana banner 1 - ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ
ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ - lattana banner - ສອງເກົາຫລີຕົກລົງປິດປ້ອມຊາຍແດນ ບາງຈຸດເພາະການພົວພັນດີຂຶ້ນ
error: Alert: ເນື້ອຫາຂ່າວມີລິຂະສິດ !!