ເມື່ອໝີ່ແຫ້ງ ແລະ ປາກະປ໋ອງກຳລັງໝົດຍຸກ

- 38501265 1999712713692911 8615774060145541120 n - ເມື່ອໝີ່ແຫ້ງ ແລະ ປາກະປ໋ອງກຳລັງໝົດຍຸກ
- kitchen vibe - ເມື່ອໝີ່ແຫ້ງ ແລະ ປາກະປ໋ອງກຳລັງໝົດຍຸກ

ເມື່ອເກີດໄພພິບັດໃນເຂດໃດໜຶ່ງ, ການຊ່ວຍເຫຼືອບັນເທົາທຸກຂັ້ນຕົ້ນ ແກ່ຜູ້ປະສົບໄພ ພວກເຮົາມັກຄິດຮອດ ແຕ່ ປາກະປ໋ອງ ແລະ ໝີ່ແຫ້ງມາເປັນລຳດັບຕົ້ນໆ ແຕ່ຫຼາຍຄົນໃຫ້ຂໍ້ສັງເກດວ່າ ຍຸກປາກະປ໋ອງ ແລະໝີ່ແຫ້ງຄວນ ໝົດຍຸກຮຸ່ງເຮືອງໄດ້ແລ້ວ.

ປີນີ້, ການຊ່ວຍເຫຼືອບັນເທົາທຸກແກ່ຜູ້ປະສົບໄພ ແມ່ນວຽກງານທີ່ໄດ້ຮັບຄວາມສົນໃຈຈາກສັງ ຄົມລາວຢ່າງກວ້າງຂວາງ ເນື່ອງຈາກປະເທດພວກເຮົາໄດ້ພົບພໍ້ກັບໄພພິບັດ ທີ່ບໍ່ເພິ່ງປາຖະໜາ ບໍ່ວ່າຈະເປັນເຫດເຂື່ອນ ໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ທີ່ເຮັດໃຫ້ຄົນເສຍຊີວິດຫຼາຍສິບຄົນ, ຜູ້ຄົນໄດ້ຮັບຜົນກະທົບຫຼາຍພັນຄົນ ຮວມໄປເຖິງ ໄພນໍ້າຖ້ວມກວມເອົາຫຼາຍແຂວງ ແຕ່ເໜືອຮອດໃຕ້ຂອງປະເທດ.

- Visit Laos Visit SALANA BOUTIQUE HOTEL - ເມື່ອໝີ່ແຫ້ງ ແລະ ປາກະປ໋ອງກຳລັງໝົດຍຸກ

ເປັນຫຍັງ ໝີ່ແຫ້ງ ແລະ ປາກະປ໋ອງ ຈຶ່ງເປັນທີ່ນິຍົມກັນມາຍາວນານ ? ອາດເປັນສິ່ງທີ່ງ່າຍດາຍ ສຳລັບຜູ້ໃຫ້ ແລະ ຄິດວ່າ ກໍເປັນສິ່ງທີ່ງ່າຍດາຍແກ່ຜູ້ຮັບ ຫຼື ປະສົບໄພເຊັ່ນກັນ ໃນການຮັບປະທານ, ທັງຮັກສາໄດ້ດົນ, ລາຄາປະຢັດ, ການຂົນສົ່ງໄປມາກໍສະບາຍ ແລະ ຂໍ້ດີອື່ນໆ.

ແຕ່ເມື່ອພວກເຮົາໄດ້ຍິນຜູ້ປະສົບໄພເວົ້າເຖິງຄວາມຕ້ອງການທີ່ແທ້ຈິງຂອງເຂົາເຈົ້າແລ້ວ ພວກເຮົາອາດຄິດຄືນ ແດ່ເລັກນ້ອຍວ່າຈະເອົາຫຍັງໄປຊ່ວຍເພິ່ນຈຶ່ງຈະແທດເໝາະກັບຄວາມ ຕ້ອງການ, ດັ່ງນາຍບ້ານ ບ້ານທ່າແສງຈັນ ເຊິ່ງເປັນຫນຶ່ງໃນບ້ານທີ່ໄດ້ຮັບຜົນກະທົບ ໜັກໜ່ວງຈາກເຫດເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ໃຫ້ສຳພາດແກ່ນັກຂ່າວ ວ່າ “ຜູ້ປະສົບໄພຕ້ອງການຫຼາຍທີ່ສຸດແມ່ນອຸປະກອນການແຕ່ງກິນ ເພື່ອປຸງແຕ່ງອາຫານ ພື້ນບ້ານຕາມທຳມະຊາດ ເພາະເຂົາເຈົ້າບໍ່ຄຸ້ນເຄີຍກັບອາຫານສຳເລັດຮູບ ເຊັ່ນ ປາກະປ໋ອງ ຫຼື ໝີ່ສຳເລັດຮູບເຫຼົ່ານັ້ນ” ແລະ ປະຊາຊົນຜູ້ອື່ນໆ ທີ່ປະສົບໄພໃນເຂດນັ້ນ ກໍເວົ້າຄ້າຍຄືກັນ.

ເມື່ອຫຼຽວເບິ່ງຖົງອາຫານ ຊ່ວຍຜູ້ປະສົບໄພ ກໍລະນີເຫດສຸກເສີນ ຂອງອົງການອາຫານໂລກ (WFP) ເຊິ່ງເປັນໜຶ່ງ ອົງການນຳໜ້າເລື່ອງການຊ່ວຍເຫຼືອມະນຸດສະທຳ, ພວກເພິ່ນ ກ່າວໄວ້ຈະແຈ້ງວ່າ “ການແຈກຢາຍອາຫານນັ້ນ ແມ່ນຂຶ້ນກັບຄວາມຕ້ອງການຂອງກຸ່ມ ຜູ້ປະສົບໄພ ແຕ່ຕ້ອງຮັບປະກັນ ເລື່ອງໂພຊະນາການ ໃນເມື່ອຜູ້ປະສົບໄພເຫຼົ່ານັ້ນ ກາງຕໍ່ໃສ່ແຕ່ອາຫານທີ່ໄດ້ມາຈາກການຊ່ວຍເຫຼືອ”.

ພ້ອມນັ້ນ, ອົງການອາຫານໂລກ ໄດ້ຄຳນວນວ່າ ຜູ້ໜຶ່ງຄວນໄດ້ຮັບພະລັງງານ 2.100 ແຄລລໍຣີ ຕໍ່ມື້ ພ້ອມນັ້ນ ກໍຍັງມີວິຕາມິນເອ, ທາດເຫຼັກ ແລະສັງກະສີຕື່ມອີກ (ຕາມຄູ່ມືແນະນຳຂອງ ອົງການອະນາໄມໂລກ/ອົງການ ອາຫານໂລກ) ເພື່ອເຮັດໃຫ້ຜູ້ປະສົບໄພ ໄດ້ຮັບໂພຊະນາການ ທີ່ພຽງພໍ.

ໃນຂະນະທີ່ໝີ່ສຳເລັດຮູບຫໍ່ໜຶ່ງໃຫ້ພະລັງງານປະມານ 188 ແຄລລໍຣີ, ຖ້າຈະໃຫ້ຮອດມາດຕະ ຖານ ທີ່ກ່າວມານັ້ນ ຜູ້ຫນຶ່ງຕ້ອງກິນໝີ່ມື້ຫນຶ່ງ 11 ຫໍ່. ແຕ່ໃຫ້ເຂົ້າໃຈວ່າ ໃນໝີ່ສຳເລັດຮູບມີທາດ ໂຊດຽມຫຼາຍ (Sodium) ແທ້ໆໄດ໋  ເຊິ່ງບໍ່ຄ່ອຍດີຕໍ່ສຸຂະພາບປານໃດ, ຕາມການຄົ້ນຄວ້າຂອງ ມະຫາວິທະຍາໄລ ຮາວາດ (ຄະນະແພດສາດ) ຂອງສະຫະລັດ ອາເມລິກາ ເວົ້າວ່າ “ຖ້າຮ່າງ ກາຍໄດ້ຮັບທາດໂຊດຽມຫຼາຍ ຈະເຮັດໃຫ້ ຫົວໃຈເຮັດວຽກໜັກ ແລະ ມີຄວາມດັນເລືອດສູງ”.

ພ້ອມນັ້ນ, ຫຼາຍຄົນຕັ້ງຂໍ້ສົງໄສວ່າ ເມື່ອເອົາໄປໃຫ້ໃນເວລານໍ້າຖ້ວມ ເພິ່ນຈະເອົາເວລາໃດໄປຕົ້ມ ນໍ້າຮ້ອນ ເພື່ອຕົ້ມໝີ່, ປາໃນກະປ໋ອງ ຈະກິນກັບຫຍັງ ເມື່ອບໍ່ມີເຂົ້າ ແລະອື່ນໆ, ສະນັ້ນ ປາກະປ໋ອງ ແລະ ໝີ່ແຫ້ງຄວນໄດ້ຮັບການພິຈາລະນາ ຕື່ມອີກແລ້ວລະວ່າຄວນແຈກຢາຍ ໃຫ້ຜູ້ປະສົບໄພ ທົ່ວທຸກບ່ອນເລີຍບໍ່ ແລະ ເໝາະສົມເວລາໃດ? ອັນນີ້ ຄວນມີການສະໜອງຂໍ້ມູນຈາກທາງການ ຫຼື ພາກສ່ວນທີ່ກ່ຽວຂ້ອງ ຕໍ່ກັບ ຖົງອາຫານຊ່ວຍຜູ້ປະສົບໄພ ເພາະພວກເຮົາ ກຳລັງກ້າວຜ່ານ “ຈາກກິນອີ່ມ ສູ່ກິນແຊບ (ມີໂພຊະນາການທີ່ດີ)” ລະເດ, ຜູ້ປະສົບໄພກໍຄວນໄດ້ຮັບສິດນັ້ນ ຄືກັນແມ່ນບໍ?.

 

- 3 - ເມື່ອໝີ່ແຫ້ງ ແລະ ປາກະປ໋ອງກຳລັງໝົດຍຸກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!