ສົກຮຽນໃໝ່ 2018-2019 ສະຖາບັນ Gold English Institnte ມີສ່ວນຫຼຸດຄ່າຮຽນ 10%






ທ່ານ ນາງ ພວງມາລາ ກົງແສງແພງເພັດ ອໍານວຍການ ສະຖາບັນດັ່ງກ່າວ ໃຫ້ຮູ້ວ່າ: ສະຖາບັນແຫ່ງນີ້ແມ່ນຄົນອາເມລິກາເປັນເຈົ້າຂອງ ຊຶ່ງ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2006 ຢູ່ບ້ານບຶງຂະຫຍອງ ເມືອງສີສັດຕະນາກ, ເບື້ອງຕົ້ນໄດ້ເປີດສອນພາສາອັງກິດຫຼັກສູດທົ່ວໄປ ແລະ ເຫັນໄດ້ຄວາມຕ້ອງການຂອງສັງຄົມນັບມື້ເພີ່ມຫຼາຍຂຶ້ນ ຕົກມາປີ 2008, ທາງສະຖາບັນຈຶ່ງໄດ້ເພີ່ມຫຼັກສູດສໍາລັບເດັກນ້ອຍຕື່ມອີກ ເພື່ອແນໃສ່ເຮັດໃຫ້ເດັກນ້ອຍມີໂອກາດໄດ້ເຂົ້າມາຮຽນພາສາອັງກິດໃນສະຖາບັນທີ່ມີຄຸນນະພາບແຫ່ງນີ້ ແລະ ມາຮອດສົກປີ 2017-2018 ສະຖາບັນໄດ້ວາງແຜນຍົກຍ້າຍມາຕັ້ງຢູ່ບ້ານ ດອນກອຍແຫ່ງນີ້, ຊຶ່ງເປັນສະຖານທີ່ກວ້າງຂວາງມີສະຖານທີ່ຈອດລົດສະດວກສະບາຍ ແລະ ການໄປມາງ່າຍ. ປັດຈຸບັນສະຖາບັນມີສາຂາຢູ່ບ້ານ ທ່າແຮ່ ເມືອງໄກສອນ ພົມວິຫານແຂວງສະຫວັນນະເຂດ ທີ່ໄດ້ເລີ່ມສິດສອນ-ຮໍ່າຮຽນມາແລ້ວເປັນເວລາ 2 ປີ, ນັກຮຽນທີ່ຈົບຈາກ ສະຖາບັນແຫ່ງນີ້ ຖ້າເປັນນັກຮຽນເກດ A ຫຼື B+ ຈະສາມາດເສັງທຽບເຂົ້າວິທະຍາໄລນານາຊາດຂອງຕ່າງປະເທດໄດ້, ນອກນີ້, ຍັງມີອີກຫຼາຍໆຄົນກໍມີໂອກາດປະກວດບົດຄວາມຕ່າງໆຂອງຕົນເປັນພາສາອັງກິດໄດ້ ກໍສາມາດຍາດໄດ້ລາງວັນຕ່າງໆຄື: ລາງວັນໄປທ່ຽວອິນໂດເນເຊຍ ແລະ ເຂົ້າຮ່ວມແຂ່ງຂັນອື່ນໆອີກຫຼາກຫຼາຍລາຍການ ແລະ ມີຫຼາຍຄົນທີ່ຮຽນຈົບຈາກສະຖາບັນນີ້ອອກໄປແລ້ວ ກໍສາມາດເຂົ້າປະກອບອາຊີບໃນຂະແໜງການສໍາຄັນຕ່າງໆຄື: ທະນາຄານ, ໂຮງແຮມ, ຜູ້ຈັດການໂຮງແຮມ ແລະ ອື່ນໆອີກ ຍ້ອນມີລະດັບພາສາອັງກິດດີ.


ໃນຕໍ່ໜ້າທາງສະຖາບັນຈະສືບຕໍ່ຮັກສາມາດຕະຖານການສອນ, ປັບປຸງ ແລະ ເພີ່ມກິດຈະກໍານອກໂຮງຮຽນ, ກິດຈະກໍາກິລາ, ທັດສະນະສຶກສາອື່ນໆ ໂດຍຈະເລີ່ມແຕ່ສົກຮຽນ 2018-2019 ນີ້ເປັນຕົ້ນໄປ ພ້ອມນີ້ກໍພວມສຸມໃສ່ກະກຽມເພີື່ອເປີດສາຂາຢູ່ທາງພາກເໜືອຕື່ມອີກ.