ໄຕ້ຝຸ່ນມັງຄຸດຖະຫລົ່ມຈີນ ຫລັງພັດຖະຫລົ່ມຮົງກົງ-ຟີລິບປິນ

- kitchen vibe - ໄຕ້ຝຸ່ນມັງຄຸດຖະຫລົ່ມຈີນ ຫລັງພັດຖະຫລົ່ມຮົງກົງ-ຟີລິບປິນ

ພາຍຸ​ໄຕ້​ຝຸ່ນ​ມັງຄຸດ ​ເຊິ່ງ​ເປັນ​ພາຍຸ​ທີ່​ຮຸນ​ແຮງ​ທີ່​ສຸດ​ໃນ​ຮອບ​ປີ ​ພັດ​​ເຂົ້າຖະຫລົ່ມ​ແຂວງ​ກວາງຕຸ້ງ​ທີ່​ມີ​ປະຊາຊົນ​ຫລາຍ​ທີ່​ສຸດ​ຂອງ​ຈີນ, ​ແຮງ​ລົມ 162 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

- Visit Laos Visit SALANA BOUTIQUE HOTEL - ໄຕ້ຝຸ່ນມັງຄຸດຖະຫລົ່ມຈີນ ຫລັງພັດຖະຫລົ່ມຮົງກົງ-ຟີລິບປິນ
- Visit Laos Visit SALANA BOUTIQUE HOTEL - ໄຕ້ຝຸ່ນມັງຄຸດຖະຫລົ່ມຈີນ ຫລັງພັດຖະຫລົ່ມຮົງກົງ-ຟີລິບປິນ

ຈຸດ​ທີ່​ພາຍຸ​ມັງຄຸດ​ຂຶ້ນຝັ່ງ​ຄືນ​ອກ​ເມືອງ​ຈຽງ​ເໝິນ ​ໃນ​​ແລງ​ວັນ​ທີ 16 ກັນຍາ ທາງ​ການ​ຈີນ​ຕ້ອງ​ອົບ​ພະຍົບປະຊາຊົນ​ກວ່າ 2,45 ລ້ານ​ຄົນ ​ໄປ​ບ່ອນ​ປອດ​ໄພ ​ແລະ ປະກາດ​ເຕືອນ​ໄພ​ໃນ​ລະດັບ​ສູງ​ສຸດ ​ແລະ ມີ​ລາຍ​ງານ​ວ່າ​ມີ​ຜູ້​ເສຍ​ຊີວິດ​ແລ້ວ 2 ຄົນ. ​ເຊັ່ນ​ດຽວ​ກັບ​ຢູ່​ຮົງ​ກົງ ທາງ​ການ​ຮົງ​ກົງ​ປະກາດ​ເຕືອນ​​ໄພ​ໃນ​ລະດັບ​ສູງ​ສຸດ​ເຊັ່ນ​ກັນ ​ແລະ ​ເຕືອນ​ປະຊາຊົນ​ໃຫ້​ຢູ່​ແຕ່​ພາຍ​ໃນ​ເຮືອນ ​ເພື່ອ​ປ້ອງ​ກັນ​ລົມ​ພັດ​ສິ່ງ​ຂອງ​ປິວ​ໃສ່ ​ເນື່ອງ​ຈາກ​ລົມພາຍຸ​ພັດ​ແຮງ​ເຖິງ 177 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ມີ​ຜູ້​ບາດ​ເຈັບ​ຈາກ​ພາຍຸ​ນີ້ 200 ກວ່າ​ຄົນ.

ນອກຈາກ​ນັ້ນ ອິດ​ທິພົນ​ຂອງ​ພາຍຸ​ນີ້​ຍັງ​ເຮັດ​ໃຫ້​ເກີດ​ຄື້ນພັດ​ເຂົ້າຝັ່ງ​ສູງ​ເກືອບ 4 ​ແມັດ, ຖ້ຽວ​ບິນ 800 ກວ່າ​ຖ້ຽວ ທີ່​ສະໜາມ​ບິນ​ນາໆ​ຊາດ​ຮົງ​ກົງ​ຕ້ອງ​ຖືກ​ຍົກ​ເລີກ ກະທົບ​ຜູ້​ໂດຍສານ​ຫລາຍ​ກວ່າ 100.000 ຄົນ ​ແລະ ຢູ່​ມາ​ເກົາ ​ເຊິ່ງຢູ່​ໃກ້​ໆ​ກັນ, ກາສິ​ໂນ​ຊື່​ດັງ​ຂອງ​ໂລກ​ຖືກ​ສັ່ງ​ປິດ​ເປັນ​ເທື່ອ​ທຳ​ອິດ​ໃນ​ປະຫວັດ​ສາດ.

https://www.youtube.com/watch?v=IHaVxE_uCXo

ຂະນະ​ພາຍຸ​ພັດ​ເຂົ້າຖະຫລົ່ມ​ຮົງ​ກົງ ​ເຮັດ​ໃຫ້​ເກີດ​ນ້ຳຖ້ວມ​ສູງ​ປະມານ 2,5 ​ແມັດ, ສະໜາມ​ບິນ​ເຊິ​ນ​ເຈິ້ນຂອງ​ຈີນ​ຖືກ​ສັ່ງ​ປິດ​ຊົ່ວຄາວ, ຖ້ຽວ​ບິນ​ຖືກ​ຍົກ​ເລີກ ທັງ​ຢູ່​ກວາງ​ໂຈ​ວ ​ແລະ ​ໄຫ່ໜານ ລວມທັງ​ແຂວງ​ຟູ​ຈ້ຽນ ກໍ​ໄດ້​ຮັບ​ອິດ​ທິພົນ​ຂອງ​ພາຍຸ​ຫົວ​ນີ້. ທ່າ​ເຮືອ​ຖືກ​ປິດ, ສະໜາມ​ບິນ​ຍົກ​ເລີກ​ຖ້ຽວ​ບິນ​ກວ່າ 100 ຖ້ຽວ, ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ​ເກີດ​ຄື້ນພັດ​ເຂົ້າຝັ່ງ​ສູງ​ເຖິງ 7,3 ​ແມັດ ຄາດ​ວ່າ​ພາຍຸ​ໄຕ້​ຝຸ່ນ​ມັງຄຸດ​ຈະ​ອ່ອນ​ກຳລັງ​ລົງ​ກາຍ​ເປັນ​ພາຍຸ​ດິ​ເປສຊັນ ຂະນະ​ເຄື່ອນ​ທີ່​ໄປ​ເຂດ​ປົກຄອງ​ຕົນ​ເອງ​ກວາງຊີ ​ໃນ​ວັນ​ທີ 17 ກັນຍາ​ນີ້ ​ແລະ ​ເຖິງ​ແຂວງ​ຢຸນນານ ​ໃນ​ວັນ​ທີ 18 ກັນຍາ. ພາຍຸ​ໄຕ້​ຝຸ່ນ​ມັງຄຸດ​ພັດ​ເຂົ້າຖະຫລົ່ມ​ແຂວງ​ກວາງຕຸ້ງ​ຂອງ​ຈີນ ​ແລະ ​ເກາະ​ຮົງ​ກົງ​ຢ່າງ​ຮຸນ​ແຮງ ຫລັງ​ຈາກ​ພັດ​ຖະຫລົ່ມ​ຟີ​ລິບ​ປິນມາ​ແລ້ວ​ໃນ​ວັນ​ທີ 15 ກັນຍາ ​ເຊິ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເຖິງ 59 ຄົນ ​ໂດຍ​ສ່ວນ​ຫລາຍ​ເສຍ​ຊີວິດ​ຈາກ​ດິນ​ເຈື່ອນ ​ເຊິ່ງ​ເກີດ​ຈາກ​ຝົນຕົກ​ໜັກ ຈຸດ​ທີ່​ເສຍ​ຫາຍ​ຮຸນ​ແຮງ​ທີ່​ສຸດ​ຄື​ເຂດ​ເທສະ​ບານ​ອິ​ໂຕກ​ອນ ທີ່​ເກີດ​ດິນ​ເຈື່ອນ​ຂະໜາດ​ໃຫຍ່ ມີ​ຜູ້​ເສຍ​ຊີວິດ​ເຖິງ 26 ຄົນ.

- 5 - ໄຕ້ຝຸ່ນມັງຄຸດຖະຫລົ່ມຈີນ ຫລັງພັດຖະຫລົ່ມຮົງກົງ-ຟີລິບປິນ
- 3 - ໄຕ້ຝຸ່ນມັງຄຸດຖະຫລົ່ມຈີນ ຫລັງພັດຖະຫລົ່ມຮົງກົງ-ຟີລິບປິນ
- 4 - ໄຕ້ຝຸ່ນມັງຄຸດຖະຫລົ່ມຈີນ ຫລັງພັດຖະຫລົ່ມຮົງກົງ-ຟີລິບປິນ