ອາເມລິກາຢືນຢັນຕັດງົບ ຊ່ວຍປາແລັສຕິນລົງອີກ

- 1537155647442 960x0 - ອາເມລິກາຢືນຢັນຕັດງົບ ຊ່ວຍປາແລັສຕິນລົງອີກ
- kitchen vibe - ອາເມລິກາຢືນຢັນຕັດງົບ ຊ່ວຍປາແລັສຕິນລົງອີກ

​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​ກ່າວ​ວ່າ: ອາ​ເມ​ລິ​ກາ​ຕັດ​ຫລຸດ​ການ​ຊ່ວຍ​ເຫລືອ​ກັບປາ​ແລັສຕິນລົງ​ອີກ ​​ເພື່ອ​ສະໜັບສະໜູນ​ການ​ຫລຸດຜ່ອນ​ຄວາມ​ຂັດ​ແຍ່ງ​ກັບ​ອິດສະ​ລາ​ແອນ ​ໂດຍ​ລະບຸ​ວ່າ: ມີ​ຈຳນວນ​ຫລາຍ​ກວ່າ 500 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ການ​ຕັດ​ການ​ຊ່ວຍ​ເຫລືອ​ຕ່າງໆ.

ການ​ຕັດ​ງົບ​ຊ່ວຍ​ປາ​ແລັສຕິນຫລ້າ​ສຸດ 10 ລ້ານ​ໂດ​ລາ ​ໃນ​ໂຄງການ​ຕ່າງໆ​ ວ່າ​ດ້ວຍ​ການ​ປອງ​ດອງ​ກັນ ​ເຊິ່ງລວມທັງ​ປາ​ແລັສຕິນ, ຢິວ ​ແລະ ຊາວ​ອິດສະ​ລາ​ແອນ​ເຊື້ອສາຍ​ອາຣັບ. ​ເຈົ້າໜ້າ​ທີ່​ສະຖານທູດ​ອາ​ເມ​ລິ​ກາ ກ່າວ​ວ່າ: ​ເງິນ​ຊ່ວຍ​ເຫລືອ​ສ່ວນ​ໜຶ່ງ​ສຳລັບ​ຊາວ​ປາ​ແລັສຕິນ​ໃນ​ເຂດ​ເວສ​ແບ​ງ ​ແລະ ​ເຂດ​ກາຊາ​ຈະ​ປ່ຽນ​ໄປ​ຈັດ​ສັນ​ໃຫ້​ກັບ​ໂຄງການ​ຊາວ​ຢິວ ​ແລະ ຊາວ​ອິດສະ​ລາ​ແອນ​ເຊື້ອສາຍ​ອາຣັບ. ປັດຈຸບັນ​ຍັງ​ບໍ່​ແນ່ນອນ​ວ່າ​ໃນ​ຈຳນວນ 10 ລ້ານ​ໂດ​ລາ ຈະ​ໄດ້​ຮັບ​ການຈັດ​ສັນ​​ເທົ່າ​ໃດ. ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ ຢືນຢັນ​ວ່າ: ​ເງິນ​ຊ່ວຍ​ເຫລືອ​ໃນ​ພູດ​ຂອງ​ຊາວ​ປາ​ແລັສຕິນ​ໃນ​ເວສ​ແບ​ງ ​ແລະ ກາຊາ​ຈະ​ປ່ຽນ​ໄປ​ໃຫ້​ໂຄງການ​ໃນ​ອິດສະ​ລາ​ແອນ​ແທນ. ກ່ອນ​ໜ້າ​ນີ້ ປະທານາທິບໍດີ ​ໂດ​ນັລ ທຣຳ ກ່າວ​ວ່າ: ຈະ​ລະງັບ​ການ​ຊ່ວຍ​ເຫລືອ​ທີ່​ມີ​ໃຫ້​ປາ​ແລັສຕິນ ​ເພື່ອ​ກົດ​ດັນ​ປາ​ແລັສຕິນ​ໃຫ້​ຍອມ​ເຈລະຈາ​ສັນຕິພາບ​ຕາ​ເວັນ​ອອກ​ກາງ​ຕາມ​ແຜນ​ຂອງ​ອາ​ເມ​ລິ​ກາ.

- Visit Laos Visit SALANA BOUTIQUE HOTEL - ອາເມລິກາຢືນຢັນຕັດງົບ ຊ່ວຍປາແລັສຕິນລົງອີກ
- Visit Laos Visit SALANA BOUTIQUE HOTEL - ອາເມລິກາຢືນຢັນຕັດງົບ ຊ່ວຍປາແລັສຕິນລົງອີກ
- 5 - ອາເມລິກາຢືນຢັນຕັດງົບ ຊ່ວຍປາແລັສຕິນລົງອີກ
- 3 - ອາເມລິກາຢືນຢັນຕັດງົບ ຊ່ວຍປາແລັສຕິນລົງອີກ
- 4 - ອາເມລິກາຢືນຢັນຕັດງົບ ຊ່ວຍປາແລັສຕິນລົງອີກ