ປະຊາຊົນແລ່ນໜີຕາຍແຜ່ນດິນໄຫວ ສອງເທື່ອທີ່ອິນໂດເນເຊຍເຊົ້າມື້ນີ້


ສຳນັກງານສຳຫລວດທໍລະນີວິທະຍາອາເມລິກາລາຍງານວ່າ: ແຜ່ນດິນໄຫວສອງເທື່ອຢູ່ເກາະທາງໃຕ້ຂອງອິນໂດເນເຊຍໃນເຊົ້າວັນທີ 2 ຕຸລາ ສົ່ງຜົນໃຫ້ຜູ້ຢູ່ອາໄສແລ່ນແຕກຕື່ນອອກມາຕາມຖະໜົນ ເພື່ອຄວາມປອດໄພໄວ້ກ່ອນ.


ແຜ່ນດິນໄຫວລະດັບຕື້ນ ແລະ ຂະໜາດກາງ 5,9 ເກີດຂຶ້ນເມື່ອເວລາ 6:59 ໂມງ ເຊົ້າມື້ນີ້ ໂດຍຢູ່ຫ່າງໄປ 40 ກິໂລແມັດທາງເກາະຊຸມບາ ເຊິ່ງປະຊາກອນປະມານ 750.000 ຄົນ. ຈາກນັ້ນອີກ 15 ນາທີຕໍ່ມາ ເກີດແຜ່ນດິນໄຫວຂະໜາດ 6,0 ໃນບໍລິເວນດຽວກັນ ແລະ ເລິກລົງໄປ 30 ກິໂລແມັດ. ປັດຈຸບັນ ຍັງບໍ່ມີລາຍງານຄວາມເສຍຫາຍຮ້າຍແຮງ. ພະນັກງານໂຮງແຮມເລົ່າວ່າ: ຮູ້ສຶກໄດ້ເຖິງແຮງສັ່ນສະເທືອນ 4 ຄັ້ງ, ຜູ້ຄົນຕື່ນຕົກໃຈຈາກແຜ່ນດິນໄຫວເທື່ອທຳອິດ ແລະ ແລ່ນໜີອອກມາຈາກໂຮງແຮມ. ຂະນະນີ້ທຸກຢ່າງກັບສູ່ສະພາບປົກກະຕິແລ້ວ. ເກາະຊຸມບາຢ່າງຫ່າງໄປ 1.600 ກິໂລແມັດທາງໃຕ້ຂອງເກາະສຸລາເວສີ ເຊິ່ງປະສົບແຜ່ນດິນໄຫວ ແລະ ສຶນາມິໃນວັນທີ 28 ກັນຍາຜ່ານມາ ມີຜູ້ເສຍຊີວິດ 844 ຄົນ.