ກຳປູເຈຍສ້າງຄຸກພິເສດໄວ້ບໍລິການນັກໂທດຖານະດີ

- 95995106 gettyimages 169992023 - ກຳປູເຈຍສ້າງຄຸກພິເສດໄວ້ບໍລິການນັກໂທດຖານະດີ
- kitchen vibe - ກຳປູເຈຍສ້າງຄຸກພິເສດໄວ້ບໍລິການນັກໂທດຖານະດີ
- 95995106 gettyimages 169992023 300x169 - ກຳປູເຈຍສ້າງຄຸກພິເສດໄວ້ບໍລິການນັກໂທດຖານະດີ
ກຳປູເຈຍຜະເຊີນບັນຫານັກໂທດລົ້ນຄຸກ

ກຳປູ​ເຈຍ​ເລີ່​ມ​ໂຄງການ​ກໍ່ສ້າງ “ຄຸກ​ພິ​ເສດ” ທີ່​ມີ​ຫ້ອງ​ຂັງ​ກວ້າງຂວາງ​ ​ເພື່ອ​ໃຫ້​ນັກ​ໂທດ​ຖານະ​ດີ​ໄດ້​ມີ​ການ​ເປັນ​ຢູ່​ສະບາຍ​ຂຶ້ນ​ໃນ​ລະຫວ່າງ​ຖືກ​ຄຸມ​ຂັງ. ທາງ​ການ​ຊີ້​ວ່າ: ​ໂຄງການ​ນີ້​ຊ່ວຍ​ແກ້​ໄຂ​ບັນຫາ​ຄຸກ​ແອ​ອັດ ​ແລະ ​ເປັນ​ການ​ຫາ​ລາຍ​ຮັບ​ເຂົ້າລັດ​​ໄປ​ພ້ອມໆ​ກັນ.

ການ​ກໍ່ສ້າງ​ຄຸກ​ພິ​ເສດ​ເລີ່​ມຂຶ້ນ​ໃນ​ວັນ​ທີ 9 ພຶດສະພາ​ນີ້ ​ໂດຍ​ຄຸກ​ດັ່ງກ່າວ​ມີ​ເນື້ອທີ່​ປະມານ 9 ​ໄລ່ ຕິດ​ກັບ​ຄຸກ​ເປຣຍ​ຊໍ ນອກ​ນະຄອນຫລວງ​ພະນົມ​ເປັນ ​ເຊິ່ງ​ເປັນ​ຄຸກ​ເກົ່າ​ທີ່​ມີ​ຄວາມ​ແອ​ອັດ. ຄາດ​ວ່າ​ໂຄງການ​ນີ້​ຈະ​ສຳ​ເລັດ ​ແລະ ​ເປີດ​ນຳ​ໃຊ້​ໄດ້​ໃນ​ອີກ 18 ​ເດືອນ​ຕໍ່ໜ້າ.

- Visit Laos Visit SALANA BOUTIQUE HOTEL - ກຳປູເຈຍສ້າງຄຸກພິເສດໄວ້ບໍລິການນັກໂທດຖານະດີ
- Visit Laos Visit SALANA BOUTIQUE HOTEL - ກຳປູເຈຍສ້າງຄຸກພິເສດໄວ້ບໍລິການນັກໂທດຖານະດີ

ທາງ​ການ​ກຳປູ​ເຈຍ​ໃຫ້​ບໍລິສັດ​ພັດທະນາ​ອະສັງຫາລິມະ​ຊັບ​ຂອງ​ມາ​ເລ​ເຊຍ​ເຂົ້າມາ​ສຳ​ປະທານ ​ໂດຍ​ໃຊ້​ງົບປະມານ​ໃນ​ການ​ກໍ່ສ້າງ 4 ລ້ານ​ໂດ​ລາ​ສະຫະລັດ ສາມາດ​ຮອງ​ຮັບ​ນັກ​ໂທດ​ໄດ້ 1.200 ຄົນ. ຊິດ​ນີມໍ​ນິງ​ເຮຣັລ ຂອງ​ອົດ​ສະຕຣາລີ ລະບຸ​ວ່າ: ​ໂຄ​ງການ​ນີ້​ເຮັດ​ໃຫ້​ກຳປູ​ເຈຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ເປີດ​ໃຫ້​ເອກະ​ຊົນ​ສຳ​ປະທານ​ໂຄງການຄຸກ​ພິ​ເສດ.

ທ່ານ ຊໍ ​ເຄງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ກຳປູ​ເຈຍ ​ເອີ້ນ​ຄຸກ​ແຫ່ງ​ໃໝ່​ນີ້​ວ່າ: “​ໂຮງ​ແຮມ ຫລື ສູນ​ຈອງ​ຈຳ” ​ເຊິ່ງຈະ​ມີ​ບ່ອນ​ພັກ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ​ທີ່​ດີ​ຂຶ້ນສຳລັບ​ນັກ​ໂທດ​ທີ່​ມີ​ກຳລັງ​ຊັບ​ຈະ​ຈ່າຍ​ໄດ້.

- 96001058 gettyimages 656670448 300x169 - ກຳປູເຈຍສ້າງຄຸກພິເສດໄວ້ບໍລິການນັກໂທດຖານະດີ
ຜູ້ພົ້ນໂທດຫລາຍຄົນລະບຸວ່າ: ຖານະທາງການເງິນຄື ຕົວກຳນົດສະພາບການເປັນຢູ່ພາຍໃນຄຸກຂອງກຳປູເຈຍ

​ໂຄສົກ​ກົມ​ຄຸມ​ຂັງ​ຂອງ​ກຳປູ​ເຈຍ ​​ໃຫ້​ສຳພາດ​ກັບໜັງສືພິມພະນົມ​ເປັນ​ໂພສວ່າ: ຄຸກ​ໃໝ່​ນີ້​ຈະ​ມີ​ຫ້ອງ​ຂັງ​ຂະໜາດ​ໃຫຍ່​ຂຶ້ນ, ມີ​ພື້ນທີ່​ໃຫ້​ນັກ​ໂທດ​ສາມາດ​ອອກກຳລັງ​ກາຍ ​ແລະ ​ເຮັດ​ພິທີກຳ​ທາງ​ສາສະໜາ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ນັກ​ໂທດ​ທີ່​ຈະ​ເຂົ້າມາ​ຢູ່​ໃນ​ນີ້​ຈະ​ຕ້ອງ​ປະຕິບັດ​ຕາມ​ກົດ​ລະບຽບ​ຂອງ​ກົມ​ດັ່ງກ່າວ. ການ​ດຳ​ເນີນ​ງານ​ຂອງ​ຄຸກ​ຈະ​ຢູ່​ໃນ​ກອບ​ຂອງ​ນະ​ໂຍບາຍ​ລັດຖະບານ ​ແລະ ບໍ່​ຂັດ​ຕໍ່​ກົດໝາຍ​ບ້ານ​ເມືອງ.

ກຳປູ​ເຈຍ​ຜະ​ເຊີນ​ບັນຫາ​ນັກ​ໂທດ​ລົ້ນຄຸກ​ມາ​ດົນ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ປັດ​ໄຈ​ຫລາຍ​ຢ່າງ​ເຊັ່ນ: ຂະ​ບວນການ​ພິຈາລະນາ​ຄະດີ​ຊັກ​ຊ້າ. ອົງການ​ເພື່ອ​ສິດທິ​ມະນຸດ LICADHO ​ໄດ້​ຮັບ​ຂໍ້​ມູນ​ຈາກ​ຜູ້​ພົ້ນ​ໂທດ​ຫລາຍ​ຄົນ​ລະບຸ​ວ່າ: ຖານະ​ທາງ​ການ​ເງິນ​ຖື​ເປັນ​ຕົວ​ກຳນົດ​ສະພາບ​ການ​​ເປັນ​ຢູ່​ພາຍ​ໃນ​ຄຸກ​ຂອງ​ກຳປູ​ເຈຍ, ມີ​ແຕ່​ນັກ​ໂທດ​ຖານະ​ດີ​ເທົ່າ​ນັ້ນທີ່​ມີ​ໂອກາດ​ໄດ້​ຮັບ​ປະທານ​ອາຫານ​ທີ່​ດີ, ມີນ້ຳ​ໃຊ້, ​ໄດ້​ສຳຜັດ​ແສງ​​ແດດ ​ແລະ ອາກາດ​ບໍລິສຸດ. ມີ​ລາຍ​ງານ​ວ່າ: ນັກ​ໂທດ​ທີ່​ຕ້ອງການ​ຢູ່​ໃນ​ຫ້ອງ​ຂັງ​ທີ່​ມີ​ໄຟຟ້າ ​ແລະ ພັດ​ລົມ​ເພດານ​ຈະ​ຕ້ອງ​ເສຍ​ຄ່າ​ໃຊ້​ຈ່າຍ​ເດືອນ​ລະ 200 ​ໂດ​ລາ​ສະຫະລັດ.

LICADHO ຍັງ​ໄດ້​ຮັບ​ຂໍ້​ມູນ​ອີກ​ວ່າ: ນັກ​ໂທດ​ຢູ່​ຄຸກ​ບາງ​ແຫ່ງ​ຂອງ​ກຳປູ​ເຈຍ​ຍັງ​ສາມາດ​ເຂົ້າ​ເຖິງ​ຢາ​ເສບ​ຕິດ ​ແລະ ​ໂສ​ເພນີ​ໄດ້, ບາງ​ຄົນ​ສາມາດ​ຍ້າຍ​ຫ້ອງ​ຂັງ ຫລື ຄຸກ​ໄດ້​ ​ໂດຍ​ການ​ຈ່າຍ​ເງິນ 2.000 ​ໂດ​ລາ​ສະຫະລັດ.

- 4 - ກຳປູເຈຍສ້າງຄຸກພິເສດໄວ້ບໍລິການນັກໂທດຖານະດີ
- 3 - ກຳປູເຈຍສ້າງຄຸກພິເສດໄວ້ບໍລິການນັກໂທດຖານະດີ
- 5 - ກຳປູເຈຍສ້າງຄຸກພິເສດໄວ້ບໍລິການນັກໂທດຖານະດີ