ຣັກບີ້ທິມຊາດລາວ ຍາດໄດ້ອັນດັບທີ 6 ຊີງແຊ້ມອາຊີ 2018 ທີ່ບຣູໄນ

- 44603295 331505894280436 4646110984463712256 n - ຣັກບີ້ທິມຊາດລາວ ຍາດໄດ້ອັນດັບທີ 6 ຊີງແຊ້ມອາຊີ 2018 ທີ່ບຣູໄນ
- kitchen vibe - ຣັກບີ້ທິມຊາດລາວ ຍາດໄດ້ອັນດັບທີ 6 ຊີງແຊ້ມອາຊີ 2018 ທີ່ບຣູໄນ

​       ນັກ​ກິລາຣັກບີ້ຍິງທີມຊາດລາວ ຍາດ​ໄດ້​ອັນ​ດັບ​ທີ 6 ຂອງ​​ແຂ່ງຂັນ Asia Rugby Women’s Sevens Trophy 2018 ທີ່ປະເທດບຣູໄນ ໃນວັນທີ 20-21 ຕຸລານີ້ ໂດຍມີ 10 ປະເທດເຂົ້າຮ່ວມຊີງໄຊຄື: ກວມ, ອິນໂດເນເຊຍ, ອິນເດຍ, ລາວ, ເນປານ, ມາເລເຊຍ, ປາກິດສະຖານ, ຟີລິບປິນ, ອຸດສະເບກິດສະຖານ ແລະ ບຣູໄນເຈົ້າພາບ.

ການ​ແ​ຂ່ງຂັນ​ໃນ​ຮອບ​ແບ່ງ​ກຸ່ມ​ ນັກ​ກິລາຣັກບີ້ຍິງລາວເຮົາ ລົງແຂ່ງ 4 ນັດ ຊະນະ 3 ເສຍ 1 ມີ​ຄະ​ແນນ​ເທົ່າ​ກັບ​ ທີ​ມຊາດມາເລເຊຍ ແລະ ກວມ ແຕ່ຄະແນນໄດ້ເສຍໜ້ອຍກວ່າສອງທີມນັ້ນ ຕ້ອງມາຊີງອັນດັບທີ 5 ຫລື ຂັນ Plate ກັບອີກ 4 ທິມຄື: ອິນໂດເນເຊຍ, ເນປານ ແລະ ອິນເດຍ ໂດຍທັບຣັກບີ້ຍິງລາວເຮົາ ສາມາດຊະນະ ເນປານ 22-0 ເຂົ້າຊີງອັນດັບ 5 ກັບ ອິນເດຍ ທີ່ຊະນະ ອິນໂດເນເຊຍ ມາ 30-0.

ການຊີງທີ 5 ລາວ ​ເສຍ​ໃຫ້ ​ອິນ​ເດຍ 31-10 ​ເຮັດ​ໃຫ້ ​ທີ​ມຊາດ​ອິນ​ເດຍ ຍາດ​ໄດ້​ອັນ​ດັບ​ທີ 5, ສ່ວນ​ ທີ​ຊາດ​ລາວ ​ຍາດ​ໄດ້​ອັນ​ດັບ​ທີ 6.

ສ່ວນອັນດັບທີ 1 ເປັນຂອງ ມາເລເຊຍ ຮອບຊີງຊະນະ ຟີລິບປິນ 10-7, ຊີງທີ 3 ກວມ ຊະນະ ອຸດສະເບກິດສະຖານ 31-12.

- 5 - ຣັກບີ້ທິມຊາດລາວ ຍາດໄດ້ອັນດັບທີ 6 ຊີງແຊ້ມອາຊີ 2018 ທີ່ບຣູໄນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!