ຈະເປີດງານວາງສະແດງຮູບພາບ ວັດລາວທີ່ວຽງຈັນ


ໂດຍ: ຄຳພຸດ ເທບພະນົມ
ວັດເປັນສູນລວມທາງ ຈິດໃຈຂອງປວງຊົນເຮົາ ແລະ ເປັນສະຖານທີ່ສັກກະ ລະບູຊາ ດັ່ງນັ້ນ, ຄົນລາວ ຊາວພຸດໃຫ້ຄວາມເຄົາລົບ ນັບຖືຂາບໄຫວ້ ແລະ ຍັງສະແດງອອກເຖິງຄວາມງົດງາມທາງດ້ານສິລະປະກຳ, ຈິດຕະກຳ ທີ່ເປັນສີໄມ້ລາຍມືຂອງຊ່າງລາວຕັ້ງແຕ່ອະດີດ ຈົນເຖິງປັດຈຸບັນ, ເປັນສ່ວນໜຶ່ງຂອງພູມປັນຍາ ທີ່ໜ້າເຊີດຊູ ແລະ ຢາກໃຫ້ທຸກຄົນ ໄດ້ມີສ່ວນ ຮ່ວມໃນການປົກປັກຮັກສາເພື່ອເປັນການສົ່ງເສີມຮີດ ຄອງປະເພນີອັນດີງາມໃຫ້ຄົງຢູ່ຄູ່ກັບຄົນລາວຕະຫຼອດໄປ.


+ http://www.laophattananews.com/archives/45286
ງານວາງສະແດງຮູບ ພາບວັດລາວ ເປັນໜຶ່ງໃນກິດ ຈະກຳຂອງອົງການພຸດທະສາສະໜາເພື່ອການພັດທະນາຮ່ວມກັບ ຄະນະສົງວັດ ສີສະເກດ ເຊິ່ງຈະຈັດຂຶ້ນ ໃນວັນທີ 22-23 ທັນວານີ້ທີ່ວັດສີສະເກດ ເມືອງຈັນທະບູລີນະຄອນຫຼວງ ວຽງຈັນ.
ງານດັ່ງກ່າວມີຈຸດປະ ສົງເພື່ອໃຫ້ຄົນລາວໄດ້ຮັບ ຮູ້ເຖິງຄວາມຫຼາກຫຼາຍຮູບ ແບບ ແລະຄວາມງົດງາມ ຂອງວັດລາວ ທີ່ມີຄວາມໂດດເດັ່ນ ເປັນເອກະລັກ ແລະ ມີປະຫວັດຄວາມເປັນມາທີ່ ຍາວນານຜ່ານຮູບພາບ ຕ່າງໆ.
ຮູບພາບວັດລາວທີ່ຈະ ເອົາມາວາງສະແດງໃນງານຄັ້ງນີ້ສ່ວນຫຼາຍແມ່ນວັດ ໃນນະຄອນຫຼວງວຽງຈັນ ແລະຕ່າງແຂວງຈຳນວນ ໜຶ່ງ 100 ກວ່າວັດ ເພື່ອເຮັດ ໃຫ້ຜູ້ເຂົ້າຮ່ວມໄດ້ຊົມ ແລະ ໄດ້ ສຳຜັດກັບຮູບພາບອັນ ງົດງາມດັ່ງກ່າວ ເພື່ອປະກອບສ່ວນເຂົ້າໃນວຽກ ງານສົ່ງເສີມການທ່ອງທ່ຽວວັດທະນະທຳອັນ ເປັນມໍລະດົກຂອງຊາດເຮັດ ໃຫ້ວັດ ລາວ ເປັນທີ່ຮູ້ຈັກຂອງສັງຄົມໄດ້ຢ່າງ ກວ້າງຂວາງ.