ກົດໝາຍຄວາມໝັ້ນຄົງໄຊເບີ ຂອງຫວຽດນາມີຜົນບັງຄັບໃຊ້


ກົດໝາຍໃໝ່ຂອງຫວຽດນາມ ວ່າດ້ວຍການໃຫ້ບໍລິສັດດ້ານເຕັກໂນໂລຊີຕ້ອງບລັອກຂໍ້ມູນ “ທີ່ເປັນໄພຕໍ່ຄວາມໝັ້ນຄົງຂອງລັດ” ມີຜົນບັງຄັບໃຊ້ຢ່າງເປັນທາງການນັບແຕ່ວັນທີ 1 ມັງກອນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ກົດໝາຍຄວາມປອດໄພໄຊເບີສະບັບໃໝ່ຂອງຫວຽດນາມ ມີຜົນບັງຄັບໃຊ້ຢ່າງເປັນທາງການແລ້ວນັບແຕ່ວັນທີ 1 ມັງກອນ ໂດຍເນື້ອໃນສຳຄັນລວມທັງການທີ່ບໍລິສັດດ້ານເຕັກໂນໂລຊີຕ້ອງລົບ ຫລື ປິດກັ້ນເນື້ອໃນທີ່ລັດຖະບານສັງຄົມນິຍົມຂອງຫວຽດນາມພິຈາລະນາແລ້ວພົບວ່າ: “ສົ່ງຜົນຕໍ່ຄວາມໝັ້ນຄົງຂອງຊາດ”. ຂະນະດຽວກັນ ບໍລິສັດເຫລົ່ານີ້ ເຊິ່ງລວມທັງເຟສບຸກ ແລະ ກູເກິ້ລຕ້ອງມອບ “ຂໍ້ມູນອັນຕະລາຍ” ເຫລົ່ານັ້ນໃຫ້ແກ່ລັດຖະບານ ແລະ ເປີດສຳນັກງານເປັນຫລັກແຫລ່ງ ພ້ອມມີລະບົບເກັບກຳຂໍ້ມູນພາຍໃນຫວຽດນາມນຳອີກ.
ເຖິງຢ່າງໃດກໍຕາມ, ກະຊວງຄວາມປອດໄພສາທາລະນະຂອງລັດຖະບານຮ່າໂນ້ຍອອກຖະແຫລງການວ່າ: ລັດຖະບານກຳນົດໄລຍະເວລາຫລຸດຜ່ອນໃຫ້ບັນດາບໍລິສັດເຕັກໂນໂລຊີຕ່າງປະເທດສູງສຸດ 12 ເດືອນ “ໃນການປະຕິບັດຕາມ”. ຂະນະທີ່ເຟສບຸກອອກຖະແຫລງການກ່ຽວກັບກົດໝາຍດັ່ງກ່າວ ທີ່ສະພາແຫ່ງຊາດຂອງຫວຽດນາມມີມະຕິຮັບຮອງໃນເດືອນມິຖຸນາປີຜ່ານມາວ່າ: ໜຶ່ງໃນນະໂຍບາຍພື້ນຖານທີ່ສຳຄັນຂອງເຟສບຸກ ຄືການປົກປ້ອງສິດສ່ວນບຸກຄົນ ແລະ ຄວາມເປັນສ່ວນຕົວຂອງຜູ້ໃຊ້ບໍລິການ ແລະ ການສະໜັບສະໜູນໃຫ້ຜູ້ໃຊ້ເຟສບຸກສາມາດສະແດງຄວາມຄິດເຫັນ, ບອກເລົ່າ ຫລື ແບ່ງປັນເລື່ອງລາວໃດກໍຕາມ “ໄດ້ຢ່າງເສລີ ແລະ ປອດໄພ”.
ກົດໝາຍດັ່ງກ່າວມີຜົນບັງຄັບໃຊ້ 1 ອາທິດຫລັງສະມາຄົມສື່ມວນຊົນຫວຽດນາມ ປະກາດແນວທາງປະຕິບັດຂໍ້ໃໝ່ ຫ້າມສື່ມວນຊົນໃຊ້ເຄືອຂ່າຍສັງຄົມອອນລາຍນຳສະເໜີຂ່າວສານ ຫລື ສະແດງຄວາມຄິດເຫັນສ່ວນບຸກຄົນ “ໃນທາງຕໍ່ຕ້ານລັດ”.