ໂຣນັນໂດ ແຊງ ກຣີຟ ສ້າງປະຫວັັດສາດເປັນດາວຍິງສູງສຸດຕະຫລອດການຂອງ 5 ລີກເອີຣົບ
May 18, 2017 - 4:02 PM




ເກມນີ້ ໂຣນັນໂດ ຍິງປະຕູ ໃນນາທີ 10 ແລະ 48 ໃນເຄິ່ງເວ ລາທຳອິດ ແລະ ເຄິ່ງເວລາທີ ສອງ ເຖິງວ່າ ຈອນ ກຸຍເດັດຕິ ຈະຍິງປະຕູຕີໄຂ່ແຕກໃຫ້ທີມເຈົ້າຖິ່ນໄລ່ຂຶ້ນມາເປັນ 1-2 ໃນນາທີ 69 ແຕ່ ຄາຣິມ ເບນເຊມາ ກັບໂທ ນີ ໂຄຣສ ຈະມາຍິງຄົນລະປະຕູ ໃນນາທີ 70 ແລະ 88 ຊ່ວຍໃຫ້ ຣິນ ມາດຣິດ ເກັບ 3 ຄະແນນ ສຳຄັນ ແລະຂຶ້ນເປັນຜູ້ນຳຂອງ ລີກໄດ້ສຳເລັດ ໂດຍມີ 90 ຄະ ແນນຈາກ 37 ນັດ ນຳ ບາເຊໂລ ນາ 3 ຄະແນນ ເຊິ່ງ ຣິນ ມາດຣິດ ຂໍພຽງສະເໝີນັດສຸດທ້າຍທີ່ຈະ ພົບກັບ ມາລາກ້າ ວັນອາທິດນີ້ໄດ້ ກໍຈະຄວ້າແຊ໊ມລີກທັນທີ.
ຈາກ 2 ປະຕູ ທີ່ຍິງໃສ່ ເຊລ ຕ້າ ບີໂກ ເຮັດໃຫ້ ໂຣນັນໂດ ຂຶ້ນ ແທ່ນເປັນດາວຍິງສູງສຸດຕະຫຼອດ ການຂອງ 5 ລີກໃຫຍ່ເອີຣົບ ທີ່ ຈຳນວນ 367 ປະຕູ ແຊງ ກຣີຟ ທີ່ເຄີຍເຮັດໃຫ້ໄວ້ 366 ປະຕູ ຫຼັງ ຈາກ ໂຣນັນໂດ ຍິງໄປເຖິງ 84 ປະຕູໃນພຣີເມຍລີກ ອັງກິດ ກັບ ແມນເຊສເຕີ ຢູໄນເຕັດ ແລະ 283 ໃຫ້ກັບ ຣິນ ມາດຣິດ ໃນລາລີກາ.