ໂຄງການດີໆ ຜ່າຕັດສົບແວ່ງໂດຍບໍ່ເສຍຄ່າ


ໂຄງການດີໆ ຕ້ອນຮັບປີ 2019 ເຂົ້າສູ່ຊ່ອງທາງການປິ່ນປົວສຸຂະພາບປະຈຳປີນີ້ ໂດຍສະເພາະປະຊາຊົນລາວຜູ້ທີ່ມີບັນຫາເລື່ອງຮີມສົບ (ສົບແວ່ງ) ບໍ່ວ່າຈະເປັນເດັກນ້ອຍ ຫລື ຜູ້ໃຫຍ່ ສາມາດມາລົງທະບຽນຮັກສານໍາໝໍຊ່ຽວຊານສະເພາະດ້ານ ເພື່ອເຂົ້າຮັບການຜ່າຕັດປິ່ນປົວໂດຍບໍ່ໄດ້ເສຍຄ່າ.
ໂຄງການດັ່ງກ່າວ, ເຊິ່ງໄດ້ຮັບການຊ່ວຍເຫລືອຈາກຄະນະອຳນວຍການໂຮງໝໍມະໂຫສົດ, ມະຫາວິທະຍາໄລສາດສຸຂະພາບ, ກຸ່ມແມ່ຍິງສາກົນ (Women’s International Group) ແລະ ອົງການ Bridge the Gap Foundation Netherlands. ໃນປີ 2019 ນີ້ ຈະຮັບລົງທະບຽນການປິ່ນປົວຢູ່ 2 ຈຸດຄື: ນະຄອນຫລວງວຽງຈັນ ແມ່ນຢູ່ໂຮງໝໍມະໂຫສົດ ເປີດຮັບລົງທະບຽນໃນວັນທີ 13-19 ມັງກອນ ແລະ ແຂວງ ຈໍາປາສັກ ແມ່ນຢູ່ໂຮງໝໍແຂວງຈໍາປາສັກ ໃນວັນທີ 20-24 ມັງກອນນີ້ເຊັ່ນກັນ.
ສຳລັບຄົນເຈັບທີ່ຖືກລະບຸວ່າຮ້າຍແຮງທີ່ສຸດ ຈະຖືກພິຈາລະນາກ່ອນ. ນອກນັ້ນ, ຈະມີການຊຸກຍູ້ຊ່ວຍຄ່າເດີນທາງ ໄປ-ກັບ ດ້ວຍລົດເມ, ຄ່າອາຫານຕະຫລອດໄລຍະຄ່າປິ່ນປົວຢູ່ໂຮງໝໍ (ຄ່າໃຊ້ຈ່າຍນີ້ ແມ່ນສະເພາະຄົນເຈັບ ແລະ ຜູ້ຕິດຕາມຄົນເຈັບ 1 ຄົນ), ສະເພາະຢູ່ນະຄອນຫລວງວຽງຈັນ ສາມາດລົງທະບຽນໄດ້ທີ່ພະແນກຜ່າຕັດກະດູກ ແລະ ສັນຍາກຳໂຮງໝໍມະໂຫສົດ ເຊິ່ງຜູ້ມາລົງທະບຽນຕ້ອງຖືໃບຢັ້ງຢືນທີ່ຢູ່ຈາກນາຍບ້ານ ແລະ ປື້ມສຳມະໂນຄົວກໍໄດ້ ລາຍລະອຽດໂທສອບຖາມໄດ້ທີ່ 030 960 4893.