ພາບວິດີໂອ ນັກຮຽນຊາອຸ ຈີກໜັງສືຖີ້ມສະຫຼອງສອບເສັງ

ການທໍາລາຍໜັງສືພາຍຫຼັງສອບເສັງແລ້ວຂອງນ້ອງນັກຮຽນ ຫຼາຍຝ່າຍເບິ່ງວ່າສະທ້ອນລະບົບການສຶກສາທີ່ຄວນປະຕິຮູບໃໝ່.
ຄິບວີດີໂອຂອງບັນດານັກຮຽນຊາວອາຣັບບີ ຊາອຸດິດ ຈາກໂຮງຮຽນແຫ່ງໜຶ່ງຂອງເມືອງ Tabuk ທີ່ພ້ອມໃຈກັນຈີກໜັງສືແບບຮຽນຖິ້ມ ພາຍຫຼັງຜ່ານພົ້ນວັນສຸດທ້າຍຂອງປີການສຶກສາ ກໍາລັງກາຍເປັນບັນຫາຖົກຖຽງທາງໂລກອອນລາຍ.
ເຖິງວ່າທໍານຽມການຈີກໜັງສືແບບຮຽນຈະເປັນເລື່ອງປົກກະຕິໃນບາງປະເທດ, ແຕ່ຢູ່ອາຣັບບີ ຊາອຸດິດ ທີ່ເກີດຂຶ້ນສະທ້ອນເຖິງຄວາມຫຼົ້ມເຫຼວຂອງລະບົບການສຶກສາພາຍໃນປະເທດ ແລະ ຮຽກຮ້ອງໃຫ້ມີການປະຕິຮູບ.
Mohammed Al-Ezzy ນັກຮຽນອາຍຸ 16 ປີ ເລົ່າໃຫ້ຟັງເຖິງສາເຫດທີ່ລາວຈູດໜັງສືແບບຮຽນວິຊາເຄມີ ກັບສໍານັກຂ່າວ Arab News ວ່າ: “ຂ້ອຍມີປະສົບການທີ່ໂຫດຮ້າຍກັບມັນ ກ່ອນສອບເສັງຂ້ອຍອ່ານໜັງສືຢ່າງໜັກ ແລະໝັ້ນໃຈວ່າຕ້ອງໄດ້ລະດັບດີເລີດ, ແຕ່ເມື່ອເຂົ້າຫ້ອງສອບເສັງ ຂ້ອຍກໍພົບວ່າຂໍ້ສອບເສັງອອກໃນສິ່ງທີ່ຂ້ອຍບໍ່ໄດ້ອ່ານ ນັ້ນຈຶ່ງນໍາໄປສູ່ການເຜົາໜັງສືເຄມີຂອງຂ້ອຍ ເພາະຂ້ອຍບໍ່ຢາກຈະເຫັນມັນອີກ”
“ການຈີກໜັງສືພາຍຫຼັງສອບເສັງແລ້ວກັບໝູ່ມ່ວນດີ ເພາະເຮົາບໍ່ໄດ້ໃຊ້ມັນແລ້ວ” Mohammed Rami ເດັນນ້ອຍນັກຮຽນຊັ້ນລະດັບ 5 ກ່າວວ່າ: ຄວາມຄິດເຫັນຂອງເດັກນ້ອຍຜູ້ຍິງເອງ Sara Adel ອາຍຸ 13 ປີ ເລົ່າວ່າລາວຊັງວິຊາເລກຫລາຍ “ໄລຍະເວລາທີ່ໄດ້ຈີກໜັງສືແບບຮຽນວິຊາເລກພາຍຫຼັງການສອບເສັງເປັນໄລຍະເວລາທີ່ມີຄວາມສຸກຫຼາຍ ຂ້ອຍຮູ້ສຶກວ່າຊີວິດນີ້ຈະບໍ່ຕ້ອງຮຽນເລກອີກແລ້ວ”
https://youtu.be/B_sA9Saeca8
Mohammed Al-Ezzy ເຈົ້າໜ້າທີ່ໃຫ້ຄໍາປຶກສາດ້ານການສຶກສາ ກ່າວເຖິງພຶດຕິກໍາການທໍາລາຍໜັງສືແບບຮຽນພາຍຫຼັງເສັງຈົບວ່າ: ເປັນຄວາມນິຍົມໃນເດັກນ້ອຍນັກຮຽນຊາອຸມາກວ່າສິບປີແລ້ວ ສິ່ງໜຶ່ງເປັນການສະແດງຄວາມກຽດຊັງຕໍ່ການຮຽນວິຊານັ້ນໆ ແລະ ອີກສ່ວນໜຶ່ງ ໜັງສືທີ່ຖືກທໍາລາຍນັ້ນ ພວກເຂົາເກັບໄວ້ກໍບໍ່ໄດ້ໃຊ້ຕໍ່ໄປ.