ເຈົ້າໜ້າທີ່ສືບສວນ-ສອບສວນກົມໃຫຍ່ຕຳຫລວດກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ໄດ້ຈັດກໍາລັງເລັ່ງຕິດຕາມຄົນຮ້າຍທີ່ໃຊ້ປືນຍິງທ້າວ ຈຳລອງ ອາຍຸ 45 ປີນັກທຸລະກິດເສຍຊີວິດຢູ່ໜ້າເຮືອນຜູ້ກ່ຽວທີ່ບ້ານພະຂາວ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ເພື່ອນໍາຕົວມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ, ໂດຍເຫດຄາດຕະກໍາດັ່ງກ່າວເກີດຂຶ້ນເວລາປະມານ 21:00 ໂມງຂອງວັນທີ 17 ພຶດສະພາຜ່ານມາ ເຊິ່ງຜ່ານການເກັບກໍາຂໍ້ມູນຈາກກ້ອງວົງຈອນປິດຢູ່ເຮືອນຜູ້ຕາຍພົບວ່າ: ໄດ້ມີຄົນຮ້າຍຄົນໜຶ່ງປິດບັງໃບໜ້າຍ່າງມາທາງ ດ້ານຂ້າງກຳແພງເຮືອນຜູ້ເສຍຊີວິດແລ້ວໃຊ້ປືນສັ້ນຍິງໜຶ່ງນັດຈາກນອກກຳແພງລອດ ຊ່ອງກັນຂະໂມຍປ່ອງຢ້ຽມເຂົ້າມາໃສ່ຜູ້ຕາຍໃນຂະນະນັ່ງພັກຜ່ອນຢູ່ໜ້າເຮືອນໂດຍກະສູນຖືກບໍລິເວນລໍາຄໍເຮັດໃຫ້ເສຍຊີວິດຄາທີ່, ຈາກນັ້ນຄົນຮ້າຍ ໄດ້ເອົາຕົວຫລົບໜີໄປ. ຕໍ່ຄະດີດັ່ງກ່າວ, ເຈົ້າໜ້າທີ່ພວມເລັ່ງເກັບກຳຂໍ້ມູນຫລັກຖານ ແລະ ເປົ້າໝາຍ ເພື່ອນຳຈັບຕົວຜູ້ກໍ່ເຫດມາດຳເນີນຄະດີຕາມກົດໝາຍໂດຍໄວ.