ຜູ້ບໍລິຫານເຊລຊີ ເຈລະຈາກັນແລ້ວ ໝາຍຊື່ ຊີດານ ເປັນຜູ້ຈັດການທີມ


ເດິ ຊັນ ສື່ຂອງອັງກິດ ລະບຸວ່າ: ເຊລຊີ ເລັ່ງຈະເອົາ ຊີເນດິນ ຊີດານ ມາເປັນຜູ້ຈັດການທີມຄົນໃໝ່ ໂດຍຜູ້ບໍລິຫານຂອງທີມເຈລະຈາກັນແລ້ວວ່າຈະເດີນໜ້າແຜນລ່າ ຊີດານ ຕອນໃດດີ.
ເຊລຊີ ຍອດສະໂມສອນແຫ່ງ ພຣີເມຍລີກ ອັງກິດ ຕ້ອງການດຶງ ຊີເນດິນ ຊີດານ ຜູ້ຈັດການທີມຫວ່າງວຽກຄົນດັງ ມາເປັນຜູ້ຈັດການທີມຄົນໃໝ່ຂອງພວກເຂົາ.
ເມົາຣິຊິໂອ ຊາຣີ ຜູ້ຈັດການທີມຄົນປັດຈຸບັນຂອງ ເຊລຊີ ຕົກເປັນຂ່າວລືກ່ຽວກັບການຖືກປົດອອກຈາກຕຳແໜ່ງຢ່າງໜັກໃນໄລຍະຜ່ານມາ ຫລັງຈາກລາວພາທີມສ້າງຜົນງານໄດ້ບໍ່ຄົງເສັ້ນຄົງວາ ແລະ ນັດຫລ້າສຸດຍັງເຖິງຂັ້ນອອກໄປເສຍ ແມນເຊັສເຕີ ຊິຕີ້ 0-6 ໃນວັນທີ 10 ກຸມພາຜ່ານມາ.
ກ່ອນໜ້ານີ້ ບ່ອນຮັບພະນັນຖືກກົດໝາຍຫລາຍແຫ່ງຍົກໃຫ້ ແຟຣັງ ແລມພາດ ຕຳນານກອງກາງຂອງ ເຊລຊີ ເປັນນ້ຳເບີໜຶ່ງທີ່ຈະໄດ້ຄຸມທີມຕໍ່ຈາກ ຊາຣີ, ແຕ່ຫລ້າສຸດ ເດິ ຊັນ ລະບຸວ່າ: ຊີດານ ຄືເປົ້າໝາຍລຳດັບທຳອິດໃນສາຍຕາຂອງຜູ້ບໍລິຫານ ເຊລຊີ ໂດຍເຊື່ອກັນວ່າຕຳນານເພລເມກເກີຊາວຝຣັ່ງຢາກລອງເຮັດວຽກໃນ ພຣີເມຍລີກ ຄືກັນ.
ເດິ ຊັນ ກ່າວອີກວ່າ: ຜູ້ບໍລິຫານຂອງ ເຊລຊີ ໄດ້ຫາລືກັນວ່າຈະເດີນໜ້າແຜນລ່າ ຊີດານ ຕອນໃດດີ ເຊິ່ງຖ້າໄດ້ອະດີດຜູ້ຈັດການ ຣີລ ມາດຣິດ ມາຄຸມທີມແທ້ ອາດຈະສົ່ງຜົນໃຫ້ ເອແດ໊ນ ອາຊາ ປີກຊາວເບລຢ້ຽມ ຢູ່ກັບທີມຕໍ່ໄປເຊັ່ນກັນ ເພາະ ອາຊາ ຊື່ນຊົມ ຊີດານ ຫລາຍ.