ພັກຍາວ ? ແມນຢູ ຖະແຫລງເລື່ອງ ອາການເຈັບ ໄບຍີ່ ແລ້ວ


ເອຣິກ ໄບຍີ່ ກອງຫລັງ ແມນເຊັສເຕີ ຢູໄນເຕັດ ຕ້ອງປິດສາກລະດູການນີ້ຮຽບຮ້ອຍ ລວມທັງຈະພາດກັບໄປຊ່ວຍບ້ານເກີດໃນການແຂ່ງຂັນ ແອຟຣິກັນ ຄັບ ອອບ ເນຊັນ ຫລັງໄດ້ຮັບບາດເຈັບເຂົ່າຈາກເກມທີ່ຕົ້ນສັງກັດເປີດບ້ານສະເໝີ ເຊລຊີ 1-1 ໃນ ພຣີເມຍລີກ ອັງກິດ ຄືນວັນທີ 28 ເມສາຜ່ານມາ.
ແມນເຊັສເຕີ ຢູໄນເຕັດ ປະກາດຢືນຢັນວ່າ: ເອຣິກ ໄບຍີ່ ຈະພາດລົງສະໜາມອີກສອງເກມທີ່ເຫລືອຂອງລະດູການ ລວມທັງຈະພາດກັບໄປຊ່ວຍທີມຊາດໄອເວີຣີ ໂຄດ ບ້ານເກີດໃນການແຂ່ງຂັນແອຟຣິກັນ ຄັບ ອອບ ເນຊັນ ຫລັງນັກເຕະໄດ້ຮັບບາດເຈັບໜັກຢູ່ຫົວເຂົ່າຈາກເກມທີ່ ແມນເຊັສເຕີ ຢູໄນເຕັດ ເປີດບ້ານສະເໝີ ເຊລຊີ 1-1 ໃນຄືນວັນທີ 28 ເມສາຜ່ານມາ.
ດາວເຕະໄວ 25 ປີ ໄດ້ຮັບບາດເຈັບໜັກຢູ່ຫົວເຂົ່າຈາກຈັງຫວະເຂົ້າປະທະກັບ ມັດເຕໂອ ໂຄວາຊິດ ໃນນາທີ 68 ຂອງເກມດັ່ງກ່າວ ກ່ອນຈະຫລິ້ນຕໍ່ບໍ່ໄຫວຖືກປ່ຽນຕົວອອກຈາກສະໜາມ ໃນນາທີ 71 ແລະ ເປັນ ມາກອດ ໂຣໂຮ ລົງມາຫລິ້ນແທນ ໂດຍຫລັງຈົບເກມ ໂອເລ່ ກຸນນາ ໂຊລຊາ ຜູ້ຈັດການທີມຊາວນອກແວ ລະບຸວ່າ: ມີໂອກາດສູງທີ່ນັກເຕະຈະຕ້ອງພັກຍາວຈົນຈົບລະດູການ.
ຫລ້າສຸດສະໂມສອນປະກາດຢືນຢັນແລ້ວວ່າ: ປາການຫລັງຊາວໄອເວີຣີໂຄດຈະໝົດສິດລົງສະໜາມອີກສອງເກມທີ່ເຫລືອຂອງລະດູການທີ່ມີໂປຣແກຣມບຸກໄປຢາມ ຮັດເດີຟິວ ທາວ ແລະ ເປີດບ້ານພົບ ຄາຣດິບ ຊິຕີ້ ເນື່ອງຈາກນັກເຕະມີອາການບາດເຈັບຢູ່ເອັນຫົວເຂົ່າເບື້ອງຂວາ.
ນອກຈາກນີ້ ຈະໝົດສິດເດີນທາງກັບໄປຊ່ວຍທີມຊາດໄອເວີຣີ ໂຄດ ໃນການແຂ່ງຂັນແອຟຣິກັນ ຄັບ ອອບ ເນຊັນ ທີ່ຈະແຂ່ງຂັນໃນວັນທີ 21 ມິຖຸນາເຖິງ 19 ກໍລະກົດນີ້ ທີ່ປະເທດເອຢິບ.
ສຳລັບ ໄອເວີຣີ ໂຄດ ຢູ່ໃນກຸ່ມ D ຮ່ວມສາຍດຽວກັບ ໂມຣ໊ອກໂຄ, ອາຟຣິກາໃຕ້ ແລະ ນາມິເບຍ.