ບາງເຕັກນິກຊ່ວຍໃຫ້ຂັບຂີ່ປອດໄພໃນຍາມຝົນ

- 050306 2019 - ບາງເຕັກນິກຊ່ວຍໃຫ້ຂັບຂີ່ປອດໄພໃນຍາມຝົນ
- kitchen vibe - ບາງເຕັກນິກຊ່ວຍໃຫ້ຂັບຂີ່ປອດໄພໃນຍາມຝົນ

    ການຂັບລົດໃນຍາມຝົນຕ້ອງລະມັດລະວັງຫລາຍກ່ວາປົກກະຕິ ເນື່ອງຈາກທັດສະນະວິໄສທີ່ບໍ່ດີ, ຖະໜົນຫົນທາງມື່ນ ຫລື ນຳ້ທີ່ຂັງຢູ່ຖະໜົນ ເປັນຂຸມເປັນບວກ ມື້ນີ້ມີບາງເຕັກນິກມາຊ່ວຍໃຫ້ທ່ານຂັບຂີ່ໃນຍາມຝົນຢ່າງປອດໄພຫລາຍຂຶ້ນມາແນະນຳ :

- 060306 2019 - ບາງເຕັກນິກຊ່ວຍໃຫ້ຂັບຂີ່ປອດໄພໃນຍາມຝົນ

     – ເປີດໄຟ : ຈະແມ່ນກາງເວັນ ຫລື ກາງຄືນ ທ່ານຄວນເປີດໄຟໃນການຂັບລົດໃນເວລາທີ່ຝົນຕົກ ຫລື ໃນໄລຍະການເບິ່ງເຫັນທີ່ຕໍ່າກ່ວາ 300 ແມັດ.

- Visit Laos Visit SALANA BOUTIQUE HOTEL - ບາງເຕັກນິກຊ່ວຍໃຫ້ຂັບຂີ່ປອດໄພໃນຍາມຝົນ

     – ປ່ຽນຢາງ, ເບຣກ ແລະ ກ້ານປັດນຳ້ຝົນໃໝ່ : ຢາງທີ່ເສື່ອມສະພາບອັນຕະລາຍຫລາຍ ໂດຍສະເພາະໃນຍາມຝົນ ເພາະສ່ຽງທີ່ຈະເຮັດໃຫ້ລົດເກີດການເສຍຫລັກໄດ້. ສະນັ້ນ, ຄວນປ່ຽນຢາງເສັ້ນໃໝ່ ຖ້າຢາງທີ່ໃຊ້ຢູ່ຫລຸ້ຍຫ້ຽນ ຫລື ເສື່ອມສະພາບແລ້ວ. ຄວນມີການກວດ ເຊັກເບຣກຢູ່ສະເໝີ. ກ້ານປັດນຳ້ຝົນຈຳເປັນຢ່າງຍິ່ງຕໍ່ທັດສະນະວິໄສໃນການຂັບລົດໃນເວລາຝົນຕົກ. ສະນັ້ນ ຄວນກວດເຊັກຢູ່ສະເໝີ ຖ້າເກົ່າແລ້ວຄວນປ່ຽນອັນໃໝ່ທັນທີ.

- 040306 2019 1024x680 - ບາງເຕັກນິກຊ່ວຍໃຫ້ຂັບຂີ່ປອດໄພໃນຍາມຝົນ

     – ເຮັດແນວໃດເມື່ອລົດເກີດອາການມື່ນນຳ້ ຫລື ເສຍຫລັກ ?

     ຄ່ອຍໆຜ່ອນຄັນເລັ່ງ ແລະ ຂັບຕໍ່ໄປຊື່ເລື້ອຍໆ, ຫ້າມຢຽບເບຣກກະທັນຫັນຍ້ອນຄວາມຕົກໃຈ ອາດຈະເຮັດໃຫ້ເກີດອຸປະຕິເຫດໄດ້.

     – ຢ່າໃຊ້ cruise control :ການຂັບລົດໃນຂະນະຝົນຕົກຕ້ອງຂັບຢ່າງມີສະຕິເຕັມຮ້ອຍ, ຕາແນມເບິ່ງຖະໜົນ, ມືຈັບພວງມະໄລ ແລະ ຕີນທີ່ກຽມພ້ອມຢູ່ສະເໝີ ເຊິ່ງບາງເທື່ອຖ້າລົດຂອງທ່ານເກີດການມື່ນນຳ້ ການໃຊ້ cruise control ອາດຈະເຮັດໃຫ້ລົດເກີດການເສຍຫລັກກ່ວາເກົ່າໄດ້ ໂດຍສະເພາະຄົນທີ່ໃຊ້ບໍ່ຄ່ອງແຄ້ວ.

     – ຂັບລົດຢ່າງຊານສະຫລາດ :

     1. ຮັກສາໄລຍະຫ່າງລະຫ່ວາງລົດຄັນໜ້າໃຫ້ເໝາະສົມ.

     2. ຜ່ອນຄວາມໄວເມື່ອຕ້ອງຂັບເຂົ້າທາງໂຄ້ງ.

     3. ຂັບລົດຢ່າງໃຈເຢັນ.

     4. ຢ່າລືມເປີດໄຟລ້ຽວທຸກເທື່ອ.

- 4 - ບາງເຕັກນິກຊ່ວຍໃຫ້ຂັບຂີ່ປອດໄພໃນຍາມຝົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!