ຫວຽດນາມ ຈະ​ພັກ​ດັນ​ແກ້​ໄຂ​ບັນຫາ​ສັນຕິພາບ​ ຂອງ​ສະພາ​ຄວາມ​ໝັ້ນຄົງ ຂອງ​ສະຫະ​ປະຊາ​ຊາດ

- 55 - ຫວຽດນາມ ຈະ​ພັກ​ດັນ​ແກ້​ໄຂ​ບັນຫາ​ສັນຕິພາບ​ ຂອງ​ສະພາ​ຄວາມ​ໝັ້ນຄົງ ຂອງ​ສະຫະ​ປະຊາ​ຊາດ
- kitchen vibe - ຫວຽດນາມ ຈະ​ພັກ​ດັນ​ແກ້​ໄຂ​ບັນຫາ​ສັນຕິພາບ​ ຂອງ​ສະພາ​ຄວາມ​ໝັ້ນຄົງ ຂອງ​ສະຫະ​ປະຊາ​ຊາດ

ນາຍົກລັດຖະມົນຕີ ຫວຽດນາມເນັ້ນວ່າ: ຫວຽດນາມມີບົດຮຽນປະສົບການ, ມີຄວາມສາມາດພຽງພໍ ເພື່ອ ພັກດັນແກ້ໄຂສັນຕິພາບ ແລະ ຄວາມໝັ້ນຄົງຂອງສາກົນ.

ເນື່ອງໃນໂອກາດຫວຽດນາມຖືກເລືອກຕັ້ງໃຫ້ເປັນສະມາຊິກ ສະພາຄວາມໝັ້ນ ຄົງບໍ່ປະຈຳການໃນວັນທີ 8 ມິຖຸນານີ້, ນາຍົກ ຟຸກ ຂຽນວ່າ: “ສຸດທີ່ຮູ້ສຶກພາກພູມ ໃຈເປັນຢ່າງຍິ່ງໃນເມື່ອ ຫວຽດນາມ ຖືກວົງຄະນະຍາດສາກົນໄວ້ວາງໃຈ ແລະ ຖືກຄັດເລືອກໃຫ້ເປັນສະມາ ຊິກ ສະພາຄວາມໝັ້ນຄົງ ບໍ່ປະຈຳການ ຂອງສະຫະປະຊາຊາດ, ສະໄໝ 2020-2021. ນີ້ແມ່ນໂອກາດ ທີ່ ຫວຽດນາມສາມາດສະແດງໃຫ້ເຫັນຖານະບົດບາດຂອງ ຕົນໃນເວທີສາກົນ ”

- Visit Laos Visit SALANA BOUTIQUE HOTEL - ຫວຽດນາມ ຈະ​ພັກ​ດັນ​ແກ້​ໄຂ​ບັນຫາ​ສັນຕິພາບ​ ຂອງ​ສະພາ​ຄວາມ​ໝັ້ນຄົງ ຂອງ​ສະຫະ​ປະຊາ​ຊາດ
- Visit Laos Visit SALANA BOUTIQUE HOTEL - ຫວຽດນາມ ຈະ​ພັກ​ດັນ​ແກ້​ໄຂ​ບັນຫາ​ສັນຕິພາບ​ ຂອງ​ສະພາ​ຄວາມ​ໝັ້ນຄົງ ຂອງ​ສະຫະ​ປະຊາ​ຊາດ

ເຖິງແມ່ນວ່າບັນຫາສັນຕິພາບ, ການຮ່ວມມື ແລະ ພັດທະນາ ເຊິ່ງເປັນທ່າອ່ຽງລວມຂອງໂລກຢູ່ແລ້ວກໍຕາມ ແຕ່ກໍຍັງປະເຊີນໜ້າກັບສິ່ງ ທ້າທາຍຫຼາຍປະການດ້ານ ສັນຕິພາບ ແລະ ຄວາມໝັ້ນ ຄົງຂອງສາກົນ. ສົງຄາມ, ການປະທະກັນ, ການກໍ່ການ ຮ້າຍ, ບັນຫາຄວາມອຶດຫິວ ແລະ ການຂະຫຍາຍຕົວຊ້າ ເປັນບັນຫາຄຸກຄາມຂອງ ຫຼາຍຂົງເຂດໃນໂລກ. ການ ລຸກຮື້ຂຶ້ນຂອງລັດທິເຊື້ອຊາດ, ຊົນເຜົ່າ, ການຍາດຊີງ ອຳ ນາດການເມືອງຂອງບັນດາປະເທດຍັກໃຫ່ຍ, ການແລ່ນ ນຳອຳນາດເບັດເຊັດທີ່ໄປສວານທາງກັບກົດບັດສະຫະປະຊາຊາດນັ້ນ ໄດ້ສົ່ງຜົນ ສະທ້ອນເຖິງສະພາບແວດ ລ້ອມຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະ ຊາດ. ຕໍ່ບັນຫາກວມລວມ ຂອງສາກົນເຊັ່ນ: ບັນຫາກໍ່ ການຮ້າຍ, ການປ່ຽນແປງ ອາກາດ, ໄພພິບັດ, ພະຍາດ ລະບາດໄດ້ເກີດຂຶ້ນເກີນ ຄວາມອາດສາມາດ ທີ່ຈະ ແກ້ໄຂໄດ້ໂດຍປະເທດໃດປະ ເທດໜຶ່ງ. ມັນຮຽກຮ້ອງຕ້ອງ ໃຫ້ມີການຮ່ວມມືຂອງທຸກໆ ຊາດໃນໂລກ.

ນາຍົກລັດຖະມົນຕີ ຟຸກ ຂຽນວ່າ: “ ປະຊາຊົນຫວຽດ ນາມເຂົ້າໃຈດີກ່ວາໃຜໝົດຄຸນຄ່າຂອງສັນຕິພາບ. ຫວຽດ ນາມມີບົດຮຽນປະສົບການ, ມີຄວາມສາມາດພຽງພໍທີ່ຈະດຳເນີນການແກ້ໄຂບັນຫາ ສັນຕິພາບ, ຄວາມໝັ້ນຄົງ ຂອງສາກົນບົນພື້ນຖານຫຼັກ ການ ຂອງກົດບັດສາກົນ ແລະ ກົດບັດສະຫະປະຊາຊາດ ” .

ສະພາຄວາມໝັ້ນຄົງສະ ຫະປະຊາຊາດມີສະມາຊິກ 15 ຊາດ, ໃນນັ້ນ: ລັດເຊຍ, ຝຼັ່ງ, ອັງກິດ, ຈີນ ແລະ ສະຫະລັດ ອາເມລິກາ ເປັນສະມາຊິກປະ ຈຳການ. ສ່ວນ 10 ຊາດທີ່ບໍ່ ປະຈຳການໄດ້ແບ່ງອອກ ເປັນ ສອງກຸ່ມ, ສະໄໝໜຶ່ງສອງປີ ສະຫຼັບກັນ. ສ່ວນສະມາຊິກ ປະຈຳການແມ່ນມີສິດຢັບຢັ້ງທຸກມະຕິໄດ້, ສ່ວນສະມາ ຊິກບໍ່ປະຈຳການແມ່ນບໍ່ມີສິດຢັບຢັ້ງ ແຕ່ມີສິດອອກຄຳຄິດ ຄຳເຫັນ ແລະ ລົງຄະແນນສຽງໄດ້. ຫວຽດນາມຈະເຮັດ ໜ້າທີ່ບໍ່ປະຈຳການຂອງສະ ພາຄວາມໝັ້ນຄົງແຕ່ວັນທີ 1 ມັງກອນ ປີ2020 ເປັນຕົ້ນໄປ.

ນາຍົກ ລັດຖະມົນຕີ ຟຸກ ຂຽນວ່າ: “ ການທີ່ຫວຽດ ນາມຖືກເລືອກຕັ້ງເຂົ້າເປັນ ສະມາຊິກ ຂອງອົງການ ຄວາມໝັ້ນຄົງຄັ້ງທີສອງ ພາຍຫຼັງ 10 ປີຜ່ານໄປນັ້ນ ມັນແມ່ນການຮັບຮູ້ຂອງວົງ ຄະນະຍາດສາກົນ ຕໍ່ກັບທີ່ ຕັ້ງພາລະບົດບາດໃນການ ປ່ຽນແປງໃໝ່, ການເຊື່ອມ ໂຍງ ແລະ ແມ່ນ ຄວາມເຊື່ອ ໝັ້ນຂອງສາກົນຕໍ່ການປະ ກອບສ່ວນປ່ຽນແປງໃໝ່ສັນຕິພາບ, ຄວາມໝັ້ນ ຄົງໃນຂົງ ເຂດ ແລະ ສາກົນໃນຊຸມປີຕໍ່ ໜ້າຂອງຫວຽດນາມ,”

ໃນປີທຳອິດຂອງສະໄໝເປັນສະມາຊິກ, ຫວຽດນາມ ຈະໄດ້ຮັບໜ້າທີ່ເປັນປະທານ ອາຊຽນ ປີ 2020 ອີກດ້ວຍ. ທ່ານນາຍົກເວົ້າວ່າ: ນີ້ແມ່ນ ໜ້າທີ່ອັນຍິ່ງໃຫ່ຍ, ແມ່ນໜ້າທີ່ “ສອງຊ້ອນ ” , ທັງເປັນໂອກາດໃຫ້ຫວຽດນາມເພີ່ມທະວີການຮ່ວມມືກັບສະຫະປະຊາຊາດກັບບັນດາການຈັດຕັ້ງໃນຂົງເຂດ, ອານຸຂົງເຂດ ລວມໄປເຖິງອາຊຽນ ອີກດ້ວຍ.

ນາຍົກລັດຖະມົນຕີ ຟຸກ ຂຽນອີກວ່າ: “ຂ້າພະເຈົ້າ ເຊື່ອ ໝັ້ນວ່າ, ດ້ວຍບົດຮຽນປະ ສົບ ການໃນສະໄໝ 2008-2009 ນັ້ນ, ຫວຽດນາມຈະ ຕຽມພ້ອມຈະເຮັດສຸດຄວາມສາມາດຂອງຕົນໃນການເຮັດໜ້າທີ່ເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນ ຄົງຂອງສະຫະປະຊາຊາດ ສະໄໝ 2020-2021, ຈະກາຍເປັນຜູ້ປະສານງານເພື່ອສັນຕິພາບທີ່ໝັ້ນຄົງ ”

ຮຽບຮຽງໂດຍ: ລູກເມືອງພວນ

- 5 - ຫວຽດນາມ ຈະ​ພັກ​ດັນ​ແກ້​ໄຂ​ບັນຫາ​ສັນຕິພາບ​ ຂອງ​ສະພາ​ຄວາມ​ໝັ້ນຄົງ ຂອງ​ສະຫະ​ປະຊາ​ຊາດ
- 4 - ຫວຽດນາມ ຈະ​ພັກ​ດັນ​ແກ້​ໄຂ​ບັນຫາ​ສັນຕິພາບ​ ຂອງ​ສະພາ​ຄວາມ​ໝັ້ນຄົງ ຂອງ​ສະຫະ​ປະຊາ​ຊາດ
- 3 - ຫວຽດນາມ ຈະ​ພັກ​ດັນ​ແກ້​ໄຂ​ບັນຫາ​ສັນຕິພາບ​ ຂອງ​ສະພາ​ຄວາມ​ໝັ້ນຄົງ ຂອງ​ສະຫະ​ປະຊາ​ຊາດ