ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຮັບລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນ


ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ທີ່ນະຄອນຫລວງບາງກອກ ຣາຊະອານາຈັກໄທ ເມື່ອວັນທີ 22-23 ມິຖຸນາຜ່ານມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມງານລ້ຽງທີ່ລັດຖະບານໄທ ຮ່ວມກັບສະຖາບັນຍຸດທະສາດຄິງສະລີແຫ່ງປະເທດມາເລເຊຍ, ສະຖາບັນສ້າງຊາດແຫ່ງປະເທດໄທ, ຫ້ອງການເສດຖະກິດ-ການຄ້າແຫ່ງນະຄອນຮົງກົງປະເທດຈີນຮ່ວມກັນຈັດຂຶ້ນ ແລະ ໃນໂອກາດນີ້, ກໍໄດ້ມີພິທີມອບລາງວັນກຽດຕິຄຸນອັນສູງສົ່ງຂອງອາຊຽນ (Distinguished ASEAN Lifetime Achievement Award) ໃຫ້ແກ່ຜູ້ນຳອາຊຽນທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາພາລະກິດການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ ແລະ ທັງປະກອບສ່ວນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ, ໂດຍແມ່ນທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ອານັນ ປັນຍາລາຊຸນ ອາດີດນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ທີ່ໄດ້ຮັບການຄັດເລືອກໃຫ້ໄດ້ຮັບລາງວັນອັນສູງສົ່ງດັ່ງກ່າວ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຂຶ້ນກ່າວມີຄໍາເຫັນວ່າ:
ລາງວັນກຽດຕິຄຸນສູງສົ່ງຂອງອາຊຽນນີ້,
ມີຄວາມໝາຍບໍ່ສະເພາະແຕ່ສຳລັບຂ້າພະເຈົ້າເທົ່ານັ້ນ
ແຕ່ຍັງແມ່ນສຳລັບປະຊາຊົນລາວນຳດ້ວຍ,
ຊຶ່ງສະແດງເຖິງການຮັບຮູ້ຜົນງານໃນການປະກອບສ່ວນອັນເລັກນ້ອຍຂອງຂ້າພະເຈົ້າ
ເຂົ້າໃນການພັດທະນາລວມຂອງພາກພື້ນ
ກໍຄືການຫລຸດຜ່ອນລະດັບຄວາມແຕກໂຕນດ້ານການພັດທະນາຂອງອາຊຽນ ແລະ ຂໍສະແດງຄວາມຂອບໃຈຕໍ່ສະຖາບັນຍຸດທະສາດ
ຄິງສະລີ ທີ່ໄດ້ສົ່ງເສີມການຮ່ວມມືຢ່າງໃກ້ຊິດພາຍໃນອາຊຽນ
ແລະ
ທັງເປັນຂົວຕໍ່ສໍາຄັນລະຫວ່າງພາກລັດ
ແລະ ເອກະຊົນພາຍໃນພາກພື້ນທີ່ສະຖາບັນໄດ້ສະໜອງບັນດາຂໍ້ສະເໜີແນະທາງດ້ານນະໂຍບາຍ
ທີ່ມີລັກສະນະຍຸດທະສາດຕໍ່ພາກລັດ
ແລະ ໃຫ້ຄຳປຶກສາແກ່ພາກທຸລະກິດ ເພື່ອຊຸກຍູ້ໃຫ້ການພົວພັນລະຫວ່າງພາກລັດ ແລະ
ພາກເອກະຊົນມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ”
ຂ້າພະເຈົ້າຂໍຢືນຢັນວ່າ:
ສປປ ລາວ
ຈະສືບຕໍ່ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ
ແລະ ການລົງທຶນ ດ້ວຍການປັບປຸງລະບຽບກົດໝາຍ ແລະ ກົນໄກພາຍໃນໃຫ້ມີຄວາມສອດຄອງຫລາຍຂຶ້ນ
ເພື່ອຫັນໄປສູ່ການເປັນທັນສະໄໝເທື່ອລະກ້າວ.
ໃນຕອນທ້າຍ,
ທ່ານ ທອງລຸນ
ສີສຸລິດ
ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ໄມເຄີນ ໂຢ ປະທານສະຖາບັນຍຸດທະສາດ ຄິງສະລີ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ທ່ານ ອານັນ
ປັນຍາລາຊຸນ ທີ່ໄດ້ຮັບລາງວັນກຽດຕິຄຸນເຊັ່ນດຽວກັນໃນຄັ້ງນີ້.