ໂຮງໝໍມະໂຫສົດພ້ອມເປັນເຈົ້າການໃນການປິ່ນປົວພະຍາດໄຂ້ຍຸງ


ປັດຈຸບັນຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍມີຕົວເລກເພີ່ມສູງຂຶ້ນເລື້ອຍໆ, ເຊິ່ງສະເລ່ຍແລ້ວທົ່ວປະເທດ ມີຜູ້ຕິດເຊື້ອກວ່າ18 ພັນຄົນ ແລະ ເສຍຊີວິດແລ້ວ 40 ຄົນ. ສະເພາະຢູ່ໂຮງຫມໍມະໂຫສົດ ໃນນະຄອນຫລວງວຽງຈັນ ມີຜູ້ຕິດເຊື້ອພະຍາດດັ່ງກ່າວເຂົ້າມາປິ່ນປົວກວ່າ 1 ພັນຄົນ ທຽບໃສ່ປີຜ່ານມາເພີ່ມຂຶ້ນຫລາຍເທົ່າ.
ທ່ານ ນາງ ວາລີ ແກ້ວຫລວງໂຄດ ຫົວຫນ້າພະແນກຊຶມເຊື້ອເຂດຮ້ອນ ໂຮງຫມໍມະໂຫສົດໃຫ້ສໍາພາດວ່າ: ຜູ້ຕິດເຊື້ອພະຍາດດັ່ງກ່າວທີ່ເຂົ້າມາປິ່ນປົວຢູ່ໂຮງຫມໍສ່ວນຫລາຍແມ່ນເດັກນ້ອຍ ແລະ ເສຍຊີວິດແລ້ວ 2 ຄົນ.
ແຕ່ເຖິງຢ່າງໃດກໍຕາມແພດຫມໍກໍໄດ້ສຸມໃສ່ປິ່ນປົວຄົນເຈັບໃຫ້ມີຄວາມຮັບປະກັນ ແລະ ຄຽງຄູ່ກັນນັ້ນ ກໍໄດ້ເພີ່ມເສີມຈາກ 12 ຕຽງ ມາເປັນ 40 ຕຽງ ເພື່ອຮອງຮັບຄົນເຈັບ ແຕ່ກໍຍັງບໍ່ພຽງພໍ ຈຶ່ງໄດ້ນໍາຄົນເຈັບໄປຝາກກັບພະແນກອື່ນ ພ້ອມແພດຫມໍ ຕິດຕາມຢ່າງໃກ້ຊິດ, ໂດຍການກວດກາບົ່ງມະຕິ ແລະ ເອົາໃຈໃສ່ປິ່ນປົວມີຄວາມປອດໄພ.
ຫົວຫນ້າພະແນກດັ່ງກ່າວໃຫ້ຮູ້ຕື່ມວ່າ: ນອກຈາກກຽມຄວາມພ້ອມຮັບມື ແລະ ຕິດຕາມເຝົ້າລະວັງພະຍາດໄຂ້ຍຸງລາຍທີ່ພວມລະບາດກໍຍັງຄ່ອຍເຝົ້າລະວັງພະຍາດລະບາດໃນປັດຈຸບັນນີ້ແລ້ວ ຍັງໄດ້ເອົາໃຈໃສ່ຕິດຕາມການລະບາດຂອງພະຍາດອື່ນໆຄື: ພະຍາດຖອກທ້ອງ, ໄຂ້ທໍລະ ພິດ, ຫມາກແດງ ແລະ ຍ່ຽວຫນູທີ່ມັກລະບາດຂຶ້ນໃນຍາມຝົນ. ດັ່ງນັ້ນຈຶ່ງຂໍຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງພ້ອມກັນເອົາໃຈໃສ່ຮັກສາອະນາໄມ 3 ສະອາດແລະ ຕ້ານພະຍາດ ໃຫ້ມີຜົນ.
ສະເພາະໄຂ້ຍຸງລາຍໃຫ້ເອົາໃຈໃສ່ປະຕິບັດຫລັກການ 5 ປຄື: 1). ປິດຝາພາຊະນະເກັບນໍ້າໃຫ້ດີ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່; 2). ປ່ຽນນໍ້າ ແລະ ຜັດຖູພະຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖານຮອງຈອກນໍ້າ ແລະ ອື່ນໆ; 3). ປ່ອຍປາຫາງນົກຍຸງ ເພື່ອກິນຫນອນນໍ້າ; 4). ປັບປຸງບໍ່ໃຫ້ມີນໍ້າຄ້າງຂັງກະໂປະ, ກະປ່ອງ, ຮາງລິນ, ຢາງຕີນລົດເກົ່າ ແລະ ອື່ນໆ; 5). ປະຕິບັດເປັນປະຈໍາທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງຫມໍຫລືສຸກສາລາຕ່າງໆ.