“ເເມັກຊິໂກຕໍ່ສັນຍາ ຟໍມູລາ ວັນ ຮອດປີ 2022”

“ເເມັກຊິໂກຕໍ່ສັນຍາ ຟໍມູລາ ວັນ ຮອດປີ 2022” - 447 - “ເເມັກຊິໂກຕໍ່ສັນຍາ ຟໍມູລາ ວັນ ຮອດປີ 2022”
“ເເມັກຊິໂກຕໍ່ສັນຍາ ຟໍມູລາ ວັນ ຮອດປີ 2022” - kitchen vibe - “ເເມັກຊິໂກຕໍ່ສັນຍາ ຟໍມູລາ ວັນ ຮອດປີ 2022”

ແມັກຊິໂກ ໄດ້ປະກາດ ຕໍ່ສັນຍາຈັດການແຂ່ງຂັນ ຟໍມູລາ ວັນ ອອກໄປ 3 ປີຢ່າງ ເປັນທາງການ ຫຼັງບັນລຸຂໍ້ຕົກລົງເປັນເຈົ້າພາບການ ແຂ່ງຂັນລົດສູດໜຶ່ງ F1 ໄປ ຈົນເຖີງລະດູການ 2022 ດ້ວຍການລະດົມທຶນຮູບ   ແບບໃໝ່ ໂດຍບໍ່ໃຊ້ເງິນລັດຖະບານ.

“ເເມັກຊິໂກຕໍ່ສັນຍາ ຟໍມູລາ ວັນ ຮອດປີ 2022” - 447 - “ເເມັກຊິໂກຕໍ່ສັນຍາ ຟໍມູລາ ວັນ ຮອດປີ 2022”

ສັນຍາສະບັບປັດຈຸບັນ ຂອງ ແມັກຊິໂກ ກຣັງປຣີ ຈະ ສິ້ນສຸດລົງໃນປີ 2019 ຫຼັງ ຈາກທີ່ສູນເສຍການສະໜັບ ສະໜູນຈາກລັດຖະບານ ນັບຕັ້ງແຕ່ເລີ່ມຕົ້ນກັບມາ     ເປັນເຈົ້າພາບໃນການຈັດ ການແຂ່ງຂັນສູດໜຶ່ງ F1 ໃນ ປີ 2015 ຢ່າງໃດກໍດີ ຈາກ ການລາຍງານຂອງແຫຼ່ງ ຂ່າວພາຍໃນເມື່ອທີ 7 ສິງຫາ ທີ່ຜ່ານມາພົບວ່າ ລັດຖະບານ ທ້ອງຖິ່ນຂອງ ແມັກຊິໂກ ຊີຕີ ໄດ້ຮວບຮວມຜູ້ສະໜັບສະ  ໜູນພາກເອກະຊົນຈົນສາ ມາດໄດ້ຮັບການລົງທຶນໃນ ຄັ້ງນີ້ ດ້ວຍເຫດຜົນທີ່ມີຜູ້ຊົມ ທີ່ມັກໃນເລື່ອງຄວາມໄວຂອງ ສູດໜຶ່ງ F1 ຈຳນວນຫຼາຍ ຫຼັ່ງໄຫຼໃຫ້ກຳລັງໃຈ   ເຊີຈິໂອ ເປເຣສ ນັກຂັບຂວັນໃຈຂອງ ພວກເຂົາຈາກທີມ ເຣສຊິງ ພອຍທ໌.

“ເເມັກຊິໂກຕໍ່ສັນຍາ ຟໍມູລາ ວັນ ຮອດປີ 2022” - Visit Laos Visit SALANA BOUTIQUE HOTEL - “ເເມັກຊິໂກຕໍ່ສັນຍາ ຟໍມູລາ ວັນ ຮອດປີ 2022”

ທັງນີ້ ສັນຍາສະບັບໃໝ່ ຂອງ ແມັກຊິໂກ ທີ່ໄດ້ຂະ ຫຍາຍອອກໄປອີກ 3 ປີ ນັ້ນ ໄດ້ຮັບການຢືນຢັນໃນວັນທີ 8 ສິງຫາທີ່ຜ່ານມາ ຫຼັງຂໍ້ ຕົກ  ລົງລະຫວ່າງ ຟໍມູລາ ວັນ ໂປຣ ໂມເຕີຈັດການແຂ່ງຂັນ ແລະ ລັດຖະບານທ້ອງຖິ່ນໄດ້ຮັບ ຄວາມເຫັນດີຂອງທຸກຝ່າຍ.

ການຕໍ່ສັນຍາໃນຄັ້ງນີ້ ເຮັດໃຫ້ປະຕິທິນການແຂ່ງຂັນລົດສູດໜຶ່ງ F1 ໃນປີ 2020 ຈະມີການແຂ່ງຂັນທັງໝົດ 22 ສະໜາມ ຫຼາຍທີ່ສຸດໃນປະຫວັດສາດການແຂ່ງຂັນຂອງ F1 ໂດຍຈະມີຫວຽດນາມ ແລະ ໂຮນລັງ ເຊິ່ງໄດ້ສິດ ຈັດເປັນເຈົ້າພາບ ແລະ ໃນການແຂ່ງຂັນເຢຍລະມັນ ກຣັງປຣີຈະຖືກອອກຈາກປະ ຕິທິນໃນປີໜ້າດ້ວຍ.

ສຳລັບການແຂ່ງຂັນລົດສູດໜຶ່ງ F1 ລາຍການແມັກ ຊິໂກ ກຣັງປຣີ 2019 ຈະແຂ່ງຂັນລະຫວ່າງວັນທີ 25-27 ຕຸລາ 2019 ນີ້ ທີ່ ສະໜາມ ອໍໂຕໂດຣໂມ ເຮີມາ ໂນສ ໂຣດຣິເກສ ໃນນະຄອນ ແມັກຊິໂກ  ປະເທດ ແມັກ ຊິໂກ.

“ເເມັກຊິໂກຕໍ່ສັນຍາ ຟໍມູລາ ວັນ ຮອດປີ 2022” - 3 - “ເເມັກຊິໂກຕໍ່ສັນຍາ ຟໍມູລາ ວັນ ຮອດປີ 2022”
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!