ກີມຈອງອຸນ ອາດຈະເຊີນ ທຣຳ ໄປພຽງຢາງ

ກີມຈອງອຸນ ອາດຈະເຊີນ ທຣຳ ໄປພຽງຢາງ - 7457 - ກີມຈອງອຸນ ອາດຈະເຊີນ ທຣຳ ໄປພຽງຢາງ
ກີມຈອງອຸນ ອາດຈະເຊີນ ທຣຳ ໄປພຽງຢາງ - kitchen vibe - ກີມຈອງອຸນ ອາດຈະເຊີນ ທຣຳ ໄປພຽງຢາງ

ຮຽບຮຽງໂດຍ: ລູກເມືອງພວນ

ກີມຈອງອຸນ ອາດຈະເຊີນ ທຣຳ ໄປພຽງຢາງ - Visit Laos Visit SALANA BOUTIQUE HOTEL - ກີມຈອງອຸນ ອາດຈະເຊີນ ທຣຳ ໄປພຽງຢາງ

ເກົາຫຼີເໜືອ ສະແດງຄວາມປາຖະໜາຢາກຈັດການພົບປະສຸດຍອດເທື່ອທີສາມ ກັບປະທານາທິບໍດີສະຫະລັດຢູ່ ພຽງຢາງ. ສຳນັກຂ່າວສານ ສ ເກົາຫຼີໃຫ້ຊາບ.

ໜັງສືພິມ Joongang Ilbo ຂອງ ສ ເກົາຫຼີ, ວັນທີ 15 ກັນຍາ ນຳສະເໜີແຫຼ່ງຂ່າວຈາກການຕ່າງປະເທດໃຫ້ຮູ້ວ່າ: ໃນຈົດໝາຍສົ່ງເຖິງປະທານາທິບໍດີ ດໍໂນທຣຳ ຄັ້ງທີສອງໃນເດືອນສິງຫາຜ່ານມານັ້ນ, ກີມຈອງອຸນໄດ້ສະແດງຄວາມຫວັງຢາກຈັດກອງປະຊຸມສຸດຍອດຄັ້ງທີສາມຢູ່ທີ່ ພຽງຢາງ

ທຳນຽບຂາວ ແລະ ກະຊວງການຕ່າງປະເທດສະຫະລັດ ແລະ ຜູ້ແທນ ເກົາຫຼີ ເໜືອ ປະຈຳຢູ່ສະຫະປະຊາຊາດບໍ່ທັນໃຫ້ຄຳເຫັນຫຍັງຕ່ໍບັນຫາດັ່ງກ່າວ.

ຜູ້ນຳສະຫະລັດ ແລະ ເກົາຫຼີເໜືອ ໄດ້ພົບປະກັນສາມຄັ້ງແລ້ວ ນັບແຕ່ເດືອນມີຖຸນາ 2018 ເປັນຕົ້ນມາ, ເພື່ອຊອກຫາຊ່ອງທາງແກ້ໄຂວິກິດການໂຄງການນິວເຄຣຍ ແລະ ລູກສອນໄຟນຳຫົວວິຖີຂອງພຽງຢາງ. ແຕ່ການດຳເນີນການເຈລະຈາລະຫວ່າງສອງປະເທດຍັງບໍ່ມີຄວາມຄືບໜ້າ ແລະ ຫວ່າງບໍ່ດົນມານີ້, ເກົາຫຼີເໜືອ ຍັງໄດ້ຍິງທົດລອງລູກສອນໄຟວິໄສໃກ້ຢ່າງຕໍ່ເນື່ອງ.

ຮອງລັດຖະມົນຕີການຕ່າງປະເທດຂອງ ເກົາຫຼີເໜືອ Choe Son-hui, ວັນທີ 9 ກັນຍານີ້, ເວົ້າວ່າ: ພຽງຢາງຕຽມພ້ອມທີ່ຈະເຈລະຈາກັບສະຫະລັດກ່ຽວກັບໂຄງການນິວເຄຣຍ ຕາມວັນເວລາ ແລະ ສະຖານທີ່ທີ່ທັງສອງຝ່າຍໄດ້ຕົກລົງກັນໄວ້. ທ່ານ ນາງ Choe ເວົ້າວ່າ: ວໍຊິງຕັນຕ້ອງມີຄວາມພະຍາຍາມຂຶ້ນຕື່ມ ເພື່ອບໍ່ໃຫ້ການເຈລະຈາຖືກລົ້ມລະລາຍອີກຄັ້ງ.

ຫຼັງຈາກນັ້ນປະທານາທິບໍດີສະຫະລັດກໍໄດ້ສະແດງທ່າທີເຫັນພ້ອມທີ່ຈະພົບປະກັບຜູ້ນຳຂອງເກົາຫຼີເໜືອ ເພື່ອຢຸດຕິໂຄງການປອດນິວເຄຣຍໃນທ້າຍປີນີ້.

ກີມຈອງອຸນ ອາດຈະເຊີນ ທຣຳ ໄປພຽງຢາງ - 7457 - ກີມຈອງອຸນ ອາດຈະເຊີນ ທຣຳ ໄປພຽງຢາງ

ກີມຈອງອຸນ ອາດຈະເຊີນ ທຣຳ ໄປພຽງຢາງ - 5 - ກີມຈອງອຸນ ອາດຈະເຊີນ ທຣຳ ໄປພຽງຢາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!