ລັດຖະມົນຕີການຕ່າງປະເທດຈີນ ກ່າວວິພາກວິຈານສະຫະລັດອາເມລິກາຢ່າງໜັກ ຢູ່ໃນກອງປະຊຸມ G20

- 256 - ລັດຖະມົນຕີການຕ່າງປະເທດຈີນ ກ່າວວິພາກວິຈານສະຫະລັດອາເມລິກາຢ່າງໜັກ ຢູ່ໃນກອງປະຊຸມ G20
- kitchen vibe - ລັດຖະມົນຕີການຕ່າງປະເທດຈີນ ກ່າວວິພາກວິຈານສະຫະລັດອາເມລິກາຢ່າງໜັກ ຢູ່ໃນກອງປະຊຸມ G20

ລູກເມືອງພວນ

ລັດຖະມົນຕີ ເວືອງ ຫງິ ເວົ້າວ່າ: ສະຫະລັດອາເມລິກາ ເປັນຜູ້ກ່ໍຄວາມວຸ້ນວາຍທີ່ສຸດໃນໂລກ.ສະຫະລັດອາເມລິກາເປັນຕົ້ນເຫດສ້າງຄວາມວຸ້ນວາຍໃຫ້ໂລກໃນປັດຈຸບັນ, ບັນດານັກການເມືອງລະດັບຊັ້ນນຳຂອງສະຫະລັດໄດ້ໄປທົ່ວໂລກເພື່ອໃສ່ຮ້າຍປ້າຍສີຈີນ ໂດຍບໍ່ມີຫຼັກຖານອ້າງອີງ. ລັດຖະມົນຕີ ເວືອງ ຫງິ ອອກມາປະຈານໜ້າ ວໍຊິງຕັນ ຢູ່ໃນກອງປະຊຸມລັດຖະມົນຕີຕ່າງປະເທດກຸ່ມ G20 ຂອງບັນດາປະເທດເສດຖະກິດໃຫ່ຍທີ່ສຸດຂອງໂລກ ຈັດຂື້ນຢູ່ທີ່ ຍີ່ປຸ່ນ ໃນທ້າຍອາທິດທີ່ຜ່ານມາ.

- Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີການຕ່າງປະເທດຈີນ ກ່າວວິພາກວິຈານສະຫະລັດອາເມລິກາຢ່າງໜັກ ຢູ່ໃນກອງປະຊຸມ G20
- Visit Laos Visit SALANA BOUTIQUE HOTEL - ລັດຖະມົນຕີການຕ່າງປະເທດຈີນ ກ່າວວິພາກວິຈານສະຫະລັດອາເມລິກາຢ່າງໜັກ ຢູ່ໃນກອງປະຊຸມ G20

ການພົວພັນລະຫ່ວາງສະຫະລັດ ກັບ ຈີນ ຖືກແຕກຫັກ ໂດຍສົງຄາມການຄ້າທີ່ແກ່ຍາວມາເປັນເວລາ ໜຶ່ງປີເຄິ່ງແລ້ວ, ອັນໄດ້ເຮັດໃຫ້ການພົວພັນລະຫ່ວາງສອງປະເທດຕົກຢູ່ໃນລະດັບຕໍ່າທີ່ສຸດ, ຊຶ່ງກ່ຽວຂ້ອງກັບບັນຫາມະນຸດສະທຳໃນ ຮົງກົງ ແລະ ໄຕ້ຫວັນ.

ຕາມຂ່າວຈາກ Reuters ໃຫ້ຮູ້ວ່າ: ໃນຂະນະທີພົບປະກັບລັດຖະມົນຕີການຕ່າງປະເທດ ໂຮນແລນ Stef Blok ນອກຂອບກອງປະຊຸມ G20 ຢູ່ທີ່ນະຄອນ Nagoya, ທ່ານ ເວືອງ ຫງິ ບໍ່ໄດ້ລັ່ງເລໃຈ ທີ່ວິພາກວິຈານສະຫະລັດອາເມລິກາຢ່າງຮຸນແຮງວ່າ: “ສະຫະລັດອາເມລິກາກຳລັງແລ່ນນຳລັດທິເອກະຊົນ ແລະ ປົກປ້ອງແຕ່ຝ່າຍດຽວ ເພື່ອສ້າງຄວາມເສຍຫາຍໃຫ້ລັດທິການຄ້າຫຼາຍທິດທາງ. ສະຫະລັດໄດ້ກາຍເປັນປັດໄນສ້າງຄວາມວຸ້ນວາຍທີ່ສຸດໃນໂລກປັດຈຸບັນ”

ນັກການທູດລະດັບສູງທີສຸດຂອງຈີນ ເວົ້າຕໍ່ອີກວ່າ: ເພື່ອຫວັງຈຸດປະສົງທາງການເມືອງ, ສະຫະລັດໄດ້ນຳໃຊ້ກົງຈັກລັດ ບີບຮັດບັນດາບໍລິສັດຂອງຈີນ ທີ່ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ, ພວກເຂົາໄດ້ກ່າວຫາໂດຍບໍ່ມີຫຼັກຖານຕໍ່ບັນດາບໍລິສັດຂອງຈີນ. ທ່ານ ເວືອງ ຫງິ ເວໄ້າວ່າ ພຶດຕິກຳດັ່ງກ່າວຂອງສະຫະລັດ ເປັນພຶດຕິກຳບີບບັງຄັບ.

- 4 - ລັດຖະມົນຕີການຕ່າງປະເທດຈີນ ກ່າວວິພາກວິຈານສະຫະລັດອາເມລິກາຢ່າງໜັກ ຢູ່ໃນກອງປະຊຸມ G20
- 3 - ລັດຖະມົນຕີການຕ່າງປະເທດຈີນ ກ່າວວິພາກວິຈານສະຫະລັດອາເມລິກາຢ່າງໜັກ ຢູ່ໃນກອງປະຊຸມ G20
- 5 - ລັດຖະມົນຕີການຕ່າງປະເທດຈີນ ກ່າວວິພາກວິຈານສະຫະລັດອາເມລິກາຢ່າງໜັກ ຢູ່ໃນກອງປະຊຸມ G20