ຕໍາຫລວດບໍລິຄໍາໄຊເລັ່ງຕິດຕາມຕົວຄົນຂັບລົດຂົນຢາໄອນໍ້າໜັກ 200 ກິໂລ ແລະ ເຮໂຣອີນ 1.032 ແທ່ງ ມາດໍາເນີນຄະດີ


ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຄຳເກີດແຂວງບໍລິຄໍາໄຊ, ພວມເລັ່ງຕິດຕາມຕົວຜູ້ຂັບລົດຈິບຮຸນໄດທີ່ຂົນສົ່ງຢາເສບຕິດປະເພດເຮໂຣອິນຈໍານວນ 1.032 ແທ່ງ ແລະ ຢາໄອນໍ້າໜັກ 200 ກິໂລ ມາດໍາເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງລົດຄັນດັ່ງກ່າວເກີດອຸປະຕິເຫດຕໍາລົດໃຫຍ່ອີກຄັນແລ້ວຜູ້ຂັບໄດ້ເອົາຕົວຫລົບໜີ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບລາຍງານວ່າຈະມີການລັກລອບຂົນຢາເສບຕິດຈຳນວນຫລາຍຜ່ານແຂວງບໍລິຄຳໄຊ, ຈຶ່ງໄດ້ຈັດກໍາລັງຕັ້ງຈຸດກວດກາ ແລະ ລາດຕະເວນຕາມເສັ້ນທາງຕ່າງໆໃນເຂດເທສະບານເມືອງຄຳເກີດ ແລະ ຮອດເວລາປະມານ 17:00 ໂມງຂອງວັນທີ 26 ພະຈິກ ກໍໄດ້ພົບເຫັນລົດເປົ້າໝາຍສົງໄສແລ່ນອອກຈາກເທສະບານເມືອງ, ຈຶ່ງໄດ້ໄລ່ຕິດຕາມພໍຮອດເຂດບ້ານຫລັກ 20 ເມືອງຄຳເກີດລົດເປົ້າໝາຍໄດ້ຕຳກັບລົດໃຫຍ່ທີ່ຈອດຢູ່ແຄມທາງແລ້ວຂັບຂີ່ຫລົບໜີດ້ວຍຄວາມໄວສູງໄປຕາມເສັ້ນທາງເລກ 8A ພໍໄປຮອດບ້ານໂພນແພງເມືອງຄຳເກີດ ຄົນຂັບໄດ້ຈອດລົດຖິ້ມໄວ້ຢູ່ປ່າໃກ້ວັດບ້ານດັ່ງກ່າວ, ສ່ວນຜູ້ຂັບຂີ່ລົດໄດ້ເອົາຕົວຫລົບໜີກ່ອນເຈົ້າໜ້າທີ່ໄປຮອດ ແລະ ຜ່ານການກວດຄົ້ນໃນລົດພົບເຮໂຣອິນ ແລະ ຢາໄອສ໌ ເປັນຈໍານວນຫລາຍດັ່ງກ່າວ ແລະ ປັດຈຸບັນ, ເຈົ້າໜ້າທີ່ໄດ້ນໍາຢາເສບຕິດທັງໝົດມາໄວ້ເປັນຫລັກຖານເພື່ອສືບສວນ-ສອບສວນຫາທີ່ມາຂອງຢາເສບຕິດທັງໝົດ, ເພື່ອຂະຫຍາຍຜົນຕິດຕາມຈັບຜູ້ຮ່ວມຂະບວນການມາດຳເນີນຄະດີຕາມລະບຽບກົດໝາຍ.