ແວນ​ຄູ​ເວີ​ຈະ​ຫ້າມ​ໃຊ້​ຫລອດ​ດູດ ແລະ ປາ​ລາ​ສະ​ຕິກ​ນັບ​ແຕ່​ເດືອນ​ເມ​ສາ​ປີ​ໜ້າ

- 0215 - ແວນ​ຄູ​ເວີ​ຈະ​ຫ້າມ​ໃຊ້​ຫລອດ​ດູດ ແລະ ປາ​ລາ​ສະ​ຕິກ​ນັບ​ແຕ່​ເດືອນ​ເມ​ສາ​ປີ​ໜ້າ
- kitchen vibe - ແວນ​ຄູ​ເວີ​ຈະ​ຫ້າມ​ໃຊ້​ຫລອດ​ດູດ ແລະ ປາ​ລາ​ສະ​ຕິກ​ນັບ​ແຕ່​ເດືອນ​ເມ​ສາ​ປີ​ໜ້າ

      ເມືອງ​ແວນ​ຄູ​ເວີ​ ຂອງ​ກາ​ນາ​ດາ ມີ​ມະ​ຕິ​ໃນ​ວັນ​ທີ 27 ພະ​ຈິກ​ຜ່ານ​ມາ ຫ້າມ​ການ​ໃຊ້​ຫລອດດູດ, ຖົງ ແລະ ຜະ​ລິດ​ຕະ​ພັນ​ປາ​ລາ​ສະ​ຕິກ​ແບບ​ໃຊ້​ເທື່ອ​ດຽວ​ຖິ້ມ ນັບ​ແຕ່​ເດືອນ​ເມ​ສາ​ປີ​ໜ້າ ຖື​ເປັນ​ເມືອງ​ໃຫຍ່​ເມືອງ​ທຳ​ອິດ​ຢູ່​ກາ​ນາ​ດາ​ທີ່​ຈະ​ຫ້າມ​ການ​ໃຊ້​ປາ​ລາ​ສະ​ຕິກ​ແບ​ບ​ຄວບ​ຄຸມ.

     ທາງ​ການ​ເມືອງ​ແວນ​ຄູ​ເວີ​ລະ​ບຸ​ວ່າ: ຫລອດ​ດູດ ແລະ ຖົງ​ປ​າ​ລາ​ສະ​ຕິກ​ເປັນ​ຂີ້​ເຫຍື້ອ 3% ຂອງ​ຂີ້​ເຫຍື້ອ​ທັງ​ໝົດ​ທີ່​ຖືກ​ພັດ​ຂຶ້ນ​ຫາດ​ຊາຍ​ໃນ​ແຕ່​ລະ​ປີ, ຂະ​ນະ​ທີ່​ຜົນ​ການ​ສຶກ​ສາ​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກ​ລັດ​ຖະ​ບານ​ໃນ​ຕົ້ນ​ປີ​ພົບ​ວ່າ: ຜະ​ລິດ​ຕະ​ພັນ​ປາ​ລາ​ສະ​ຕິກ​ຢູ່​ກາ​ນາ​ດາ​ເກືອບ 90% ຖືກ​ຝັງ ຫລື ປົນ​ເປື້ອນ​ໃນ​ສິ່ງ​ແວດ​ລ້ອມ. ເມືອງ​ແວນ​ຄູ​ເວີ​ຈະ​ຫ້າມ​ໃຊ້​ຫລອດ​ປ​າ​ລາ​ສະ​ຕິກ​ນັບ​ແຕ່​ວັນ​ທີ 22 ເມ​ສາປີ​ໜ້າ, ສ່ວນ​ຖົງ​ປ​າ​ລາ​ສະ​ຕິກ ລວມ​ທັງ​ຜະ​ລິດ​ຕະ​ພັນ​ຈາກວັດ​ສະ​ດຸ​ຍ່ອຍ​ສະ​ຫລາຍ​ໄດ້​ທາງ​ຊີ​ວະ​ພາບ (biodegradable material) ຈະ​ຫ້າມ​ໃຊ້​ນັບ​ແຕ່​ວັນ​ທີ 1 ມັງ​ກອນ 2021 ເພາະ​ປາ​ລາ​ສະ​ຕິກ​ຍ່ອຍ​ສະ​ຫລາຍ​ໄດ້​ເປັນ​ພຽງ​ການ​ແຕກ​ຕົວ​ໃຫ້​ນ້ອຍ​ລົງ ແຕ່​ຍັງ​ຄົງ​ປົນ​ເປື້ອນ ແລະ ສະ​ສົມ​ຢູ່​ໃນ​ສິ່ງ​ແວດ​ລ້ອມ. ກ່ອນ​ໜ້ານີ້ ນາ​ຍົກ​ລັດ​ຖະ​ມົນ​ຕີ ຈັ​ສ​ຕິນ ທ​ຣູ​ໂດ ຂອງ​ກາ​ນາ​ດາ ປະ​ກາດ​ໃນ​ເດືອນ​ມິ​ຖຸ​ນາ​ວ່າ: ຈະ​ຫ້າມ​ການ​ໃຊ້​ຜະ​ລິດ​ຕະ​ພັນ​ປາ​ລາ​ສະ​ຕິກ​ແບບ​ໃຊ້​ເທື່​ອ​ດຽວ​ຖິ້ມ​ເຊັ່ນ: ຫລອດ​ດູດ, ຖົງ, ບ່ວງ, ສ້ອມ, ມີດ​ ພາຍ​ໃນ​ຕົ້ນ​ປີ 2021. ຂະ​ນະ​ທີ່​ນະ​ຄອນມອນ​ທ​ຣີ​ອໍ​ຫ້າມ​ໃຊ້​ຖົງ​ປາ​ລາ​ສະ​ຕິກ​ບາງ​ປະ​ເພດ​ໄປ​ແລ້ວ​ນັບ​ແຕ່​ປີ​ກ່ອນ.

      ສ່ວນ​ສະ​ພາ​ການ​ຄ້າ​ຍ່ອຍ​ກາ​ນາ​ດາ​ທີ່​ເປັນ​ຕົວ​ແທນ​ທຸ​ລະ​ກິດ​ຄ້າ​ຍ່ອຍ​ທົ່ວ​ປະ​ເທດ​ຂັດ​ແຍ່ງວ່າ: ລະ​ບຽບ​ແບບນີ້​ບໍ່​ເປັນ​ຜົນ​ດີ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ທຸ​ລະ​ກິດ ເພາະ​ທຸກ​ຄອບ​ຄົວ​ຈະ​ຕ້ອງ​ຊື້​ຖົງ​ຕ່າງ​ຫາກ​ມາ​ເກັບ​ຂີ້​ເຫຍື້ອ​ໃນ​ເຮືອນ ຫລື ຂີ້​ສັດ​ລ້ຽງ ເພາະ​ບໍ່​ມີ​ຖົງ​ປາ​ລາ​ສະ​ຕິກ​ໃສ່​ເຄື່ອງ​ມາ​ໃຊ້​ອີກ, ຖົງ​ເຫລົ່າ​ນີ້​ຈະ​ເປັນ​ພາ​ລະ​ໃນ​ການ​ກຳ​ຈັດ​ຕໍ່​ໄປ ເພາະ​ມີ​ຄວາມ​ໜຽວ, ຍ່ອຍ​ສະ​ຫລາຍ​ຍາກ. ຂະ​ນະ​ທີ່​ຂະ​ແໜງ​ທຸ​ລະ​ກິດ​ຈະ​ມີ​ຕົ້ນ​ທຶນ​ເພີ່ມ​ຂຶ້ນ.

- 3 - ແວນ​ຄູ​ເວີ​ຈະ​ຫ້າມ​ໃຊ້​ຫລອດ​ດູດ ແລະ ປາ​ລາ​ສະ​ຕິກ​ນັບ​ແຕ່​ເດືອນ​ເມ​ສາ​ປີ​ໜ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!