ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍປະກັນໄພ (ສະບັບປັບປຸງ)

- 325 - ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍປະກັນໄພ (ສະບັບປັບປຸງ)
- kitchen vibe - ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍປະກັນໄພ (ສະບັບປັບປຸງ)

ຮ່າງກົດໝາຍວ່າດ້ວຍ ປະກັນໄພ (ສະບັບປັບປຸງ) ໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII,ໃນວັນທີ 29 ພະຈິກ ນີ້, ໂດຍການເປັນປະທານຂອງ ທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍດັ່ງກ່າວຕໍ່ກອງປະຊຸມວ່າ: ຮ່າງກົດໝາຍປະກອບມີ 11 ພາກ, 12 ໝວດ ແລະ  99 ມາດຕາ, ຊຶ່ງປັບປຸງມາຈາກ 14 ພາກ, 13 ໝວດ ແລະ 126 ມາດຕາ ຕາມກົດໝາຍສະບັບນໍາໃຊ້ປັດຈຸບັນ, ໃນນີ້ໄດ້ປັບປຸງ 54 ມາດຕາ, ເພີ່ມເຂົ້າໃໝ່ 32 ມາດຕາ, ຕັດອອກ 59 ມາດຕາ ແລະ ຮັກສາໄວ້ 13 ມາດຕາ.

ກົດໝາຍວ່າດ້ວຍປະກັນໄພ ສະບັບທໍາອິດ ຖືກຮັບຮອງ ໃນປີ 1990, ຊຶ່ງປະກອບມີ VI ພາກ, 11 ໝວດ ແລະ 69 ມາດຕາ ແລະ ໄດ້ຄົ້ນຄວ້າປັບປຸງຄືນໃນປີ 2011 ປະກອບມີ XIV,  13 ໝວດ ແລະ 126 ມາດຕາ. ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ກົດໝາຍສະບັບດັ່ງກ່າວໄດ້ຊ່ວຍຊຸກຍູ້ການພັດທະນາທຸລະກິດປະກັນໄພໃນໄລຍະຜ່ານມາໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ເຊິ່ງສະແດງອອກໂດຍການເພີ່ມຂຶ້ນຂອງບໍລິສັດປະກັນໄພຈາກ 5 ບໍລິສັດ ໃນປີ 2011 ມາເປັນ 22 ບໍລິສັດ ໃນປີ 2018 ແລະ ສາມາດເກັບຄ່າປະກັນໄພລວມທັງໝົດໃນປີ 2018 ມູນຄ່າຫຼາຍກວ່າ 524 ຕື້ກີບ ແລະ ມີແນວໂນ້ມຈະເພີ່ມຂຶ້ນໃນຕໍ່ໜ້າ. ພ້ອມນັ້ນ ວຽກງານປະກັນໄພ ເປັນວຽກງານທີ່ສໍາຄັນ ແລະ ມີບົດບາດໃນການປົກປ້ອງຜົນປະໂຫຍດຂອງສັງຄົມ, ຜູ້ຊື້ປະກັນໄພ, ຮັກສາສະຖຽນລະພາບດ້ານການເງິນ, ສ້າງຄວາມເຂັ້ມແຂງ, ຄວາມໝັ້ນຄົງໃຫ້ແກ່ລະບົບເສດຖະກິດ ແລະ ຊ່ວຍຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພ້ອມນີ້ ຍັງຊ່ວຍໃຫ້ການດໍາເນີນທຸລະກິດປະກັນໄພສອດຄ່ອງກັບກົດໝາຍຂອງລາວ, ລະບຽບການສາກົນ ແລະ ສົນທິສັນຍາສາກົນທີ່ລາວເປັນພາຄີ. ແນວໃດກໍຕາມ ອີງໃສ່ບັນຫາທີ່ພົບພໍ້ຕົວຈິງໃນການຄຸ້ມຄອງວຽກງານປະກັນໄພໃນໄລຍະຜ່ານມາ ເຫັນວ່າກົດໝາຍວ່າດ້ວຍປະກັນໄພ ສະບັບປັດຈຸບັນ ຍັງມີບາງເນື້ອໃນທີ່ບໍ່ທັນສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນໄຂໃນປັດຈຸບັນ.

- Visit Laos Visit SALANA BOUTIQUE HOTEL - ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍປະກັນໄພ (ສະບັບປັບປຸງ)

ເພື່ອເຮັດໃຫ້ເນື້ອໃນກົດໝາຍມີຄວາມຈະແຈ້ງ, ຄົບຖ້ວນ, ຮັດກຸມ, ອໍານວຍຄວາມສະດວກໃນການຄຸ້ມຄອງ ແລະ ການເຄື່ອນໄຫວດໍາເນີນທຸລະກິດ ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງສາກົນ, ເພາະວຽກງານການຄຸ້ມຄອງປະກັນໄພ ມີຄວາມສໍາຄັນ ແລະ ຈໍາເປັນໃນສະພາບເງື່ອນໄຂຂອງປະເທດເຮົາໃນປັດຈຸບັນ ເນື່ອງຈາກທຸລະກິດປະກັນໄພມີການພັດທະນາໄວ ແລະ ນັບມື້ຂະຫຍາຍຕົວໄປພ້ອມກັບເສດຖະກິດ ທີ່ອາດຈະສົ່ງຜົນກະທົບທາງບວກ ແລະ ລົບ ຕໍ່ລະບົບການເງິນແຫ່ງຊາດ. ພ້ອມນີ້, ຍັງເຊື່ອມໂຍງກັບສາກົນ, ຊຶ່ງການເຊື່ອມໂຍງດັ່ງກ່າວ ໄດ້ກໍານົດບາງຂໍ້ບັງຄັບທີ່ອົງການຄຸ້ມຄອງປະກັນໄພຈະຕ້ອງໄດ້ປະຕິບັດຕາມ ເພື່ອໃຫ້ມີຄວາມໂປ່ງໃສ, ຍຸຕິທໍາແກ່ຜູ້ດໍາເນີນທຸລະກິດ ແລະ ປົກປັກຮັກສາຜົນປະໂຫຍດຂອງຜູ້ຊື້ປະກັນໄພ, ຊຸກຍູ້ສົ່ງເສີມທົ່ວສັງຄົມໃຫ້ມີຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມໝາຍຄວາມສໍາຄັນ ກ່ຽວກັບການປະກັນໄພໃຫ້ກວ້າງຂວາງຂຶ້ນ.

ເມື່ອກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດນໍາໃຊ້ ຈະມີນິຕິກໍາ ທີ່ເປັນບ່ອນອີງທີ່ໜັກແໜ້ນເພີ່ມຂຶ້ນຕື່ມ ໃຫ້ແກ່ການຄຸ້ມຄອງ, ຕິດຕາມ ແລະ ການກວດກາວຽກງານປະກັນໄພໃຫ້ມີປະສິດທະຜົນສູງຂຶ້ນ, ໂປ່ງໃສ, ຍຸຕິທໍາ ແລະ ກວດສອບໄດ້, ສ້າງຄວາມເຊື້ອໝັ້ນໃຫ້ແກ່ສັງຄົມກ່ຽວກັບວຽກງານປະກັນໄພ, ມີພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການຄຸ້ມຄອງວຽກງານປະກັນໄພທີ່ຈະແຈ້ງ ເພື່ອສາມາດຄຸ້ມຄອງທຸລະກິດປະກັນໄພຢ່າງເປັນລະບົບຂຶ້ນ, ຍົກບົດບາດຂອງກົດໝາຍດັ່ງກ່າວໃຫ້ສູງຂຶ້ນ ແລະ ໃກ້ຄຽງກັບປະເທດເພື່ອນມິດ ແລະ ສອດຄ່ອງກັບຫຼັກການຄຸ້ມຄອງປະກັນໄພສາກົນ, ພ້ອມທັງຍົກລະດັບການດໍາເນີນທຸລະກິດປະກັນໄພຂອງລາວໃຫ້ສູງຂຶ້ນ ເພື່ອຮອງຮັບການຂະຫຍາຍຕົວຂອງທຸລະກິດປະກັນໄພໃນຕໍ່ໜ້າ ແລະ ການດໍາເນີນທຸລະກິດປະກັນໄພໄດ້ຮັບການປົກປ້ອງ, ມີຄວາມຍຸຕິທໍາ, ມີປະສິດທິຜົນ ແລະ ມີຄວາມຍືນຍົງກວ່າເກົ່າ.

- 5 - ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍປະກັນໄພ (ສະບັບປັບປຸງ)
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!